ເມື່ອບໍດົນມານີ້, ສະມາຊິກສະພາ ແຫ່ງຊາດ ປະຈຳເຂດເລືອກຕັ້ງທີ 8 ແຂວງຫົວພັນ ນຳໂດຍ ທ່ານ ຄຳວອນ ບຸນທະວົງ ແລະ ທ່ານນາງ ອຳໄພວອນ ລ້ອມບູນແພງ ພ້ອມຄະນະ ໄດ້ມອບເຄື່ອງຊ່ວຍເຫລືອປະຊາຊົນຜູ້ທີ່ໄດຮັບເຄາະຮ້າຍຈາກອັກຄີໄພ ຢູ່ບ້ານສົ້້ນຂົວ ເມືອງຫົວເມືອງ ແຂວງຫົວພັນ ເມື່ອວັນທີ 22 ຕຸລາ 2019 ຜ່ານມາ,


ເຊີ່ງມີຄອບຄົວທີ່ໄດ້ຮັບຜົນກະທົບໃນຄັ້ງນີ້ ຈຳນວນ 30 ຫລັງຄາເຮືອນ ໃນນັ້ນມີ 23 ຫລັງຄາເຮືອນຖືກໄຟໄໝ້ 100%.
ເຄື່ອງທີ່ນຳມາຊ່ວຍເຫລືອຄັ້ງນີ້ ແມ່ນໄດ້ມາຈາກ ສະມາຊິກ ສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງທີ 8 ທີ່ປະຈຳຢູ່ນະຄອນຫລວງວຽງຈັນ ເຊີ່ງປະກອບມີ ເຄື່ອງນຸ່ງຫົ່ມ, ເຄື່ອງອຸປະໂພກ-ບໍລິໂພກ ແລະ ເຄື່ອງໃຊ້ຈຳນວນໜຶ່ງ ລວມມູນຄ່າທັງໝົດ 8.700.000 ກີບ ພ້ອມເງິນສົດ ຈຳນວນ 2.300.000 ກີບ

ເພື່ອມາມອບໃຫ້ພໍ່ແມ່ປະຊາຊົນແກ້ໄຂບັນເທົາທຸກໃນເບື້ອງຕົ້ນ. ກ່າວມອບໂດຍແມ່ນທ່ານ ຄຳວອນ ບຸນທະວົງ ແລະ ກ່າວຮັບແມ່ນຄອບຄົວຜູ້ທີ່ປະສົບໄພ, ໂອກາດດຽວກັນຄອບຄົວທ່ານ ຄຳວອນ ບຸນທະວົງ ຍັງໄດ້ມອບຜ້າຫົ່ມ ຈຳນວນ 23 ຜືນ ລວມມູນຄ່າ 1.540.000 ກີບ ໃຫ້ຄອບຄົວທີ່ຖືກເຄາະຮ້າຍໃນຄັ້ງນີ້ຕື່ມອີກ.


ຕອນທ້າຍ ຄະນະສະມາຊິກສະພາ ແຫ່ງຊາດຍັງໄດ້ສະແດງຄວາມເສຍໃຈຕໍ່ເຫດການທີ່ເກີດຂຶ້ນຄັ້ງນີ້ ແລະ ຍັງຮຽກຮ້ອງເຖິງພໍ່ແມ່ປະຊາຊົນບັນດາເຜົ່າພາຍໃນບ້ານ ຈົ່ງພ້ອມກັນມີສະຕິຕໍ່ການນຳໃຊ້ໄຟ ເຂົ້າໃນການຮັບໃຊ້ຊີວິດປະຈຳວັນໃຫ້ດີຂຶ້ນກວ່າເກົ່າ ເພື່ອບໍ່ໃຫ້ເກີດເຫດການດັ່ງກ່າວໃນຕໍ່ໜ້າ ພ້ອມກັນຊ່ວຍເຫລືອເຊິ່ງກັນ ແລະ ກັນ, ຕ້ານທຸກປະກົດການຫຍໍ້ທໍ້ ທີ່ເກີດຂຶ້ນໃນສັງຄົມ ແລະ ພ້ອມກັນເປັນເຈົ້າການເອົາໃຈໃສ່ ສ້າງເສດຖະກິດຄອບຄົວໃຫ້ນັບມື້ນັບດີຂື້ນເປັນກ້າວໆ.

ທັດ ແກ້ວຄຳຈັນ
ຂໍ້ມູນຈາກເຟດ: ສະພາປະຊາຊົນແຂວງຫົວພັນ

Leave a Reply

Your email address will not be published. Required fields are marked *