ລັດຖະບານໄດ້ຕົກລົງແຕ່ງຕັ້ງຄະນະສະເພາະກິດ ສົ່ງເສີມການຜະລິດແລະຊົມໃຊ້ພາຍໃນແລ້ວ ເພື່ອຫວັງຈະຄຸ້ມຄອງການນໍາເຂົ້າສິນຄ້າອຸປະໂພກ ແລະບໍລິໂພກ ພາຍຫລັງເກີດສະພາບການແຂງຄ່າຂອງເງິນຕາຕ່າງປະເທດ ໃນລະດັບທີ່ສູງ ເຮັດໃຫ້ສິຄ້າຫລາຍລາຍການເໜັງຕີງຂຶ້ນ ສົ່ງຜົນກະທົບຕໍ່ລະບົບເສດຖະກິດຂອງປະເທດ.

 

ທ່ານສົມຈິດ ອິນທະມິດ ຮອງລັດຖະມົນຕີກະຊວງອຸດສາຫະກໍາແລະການຄ້າກ່າວວ່າ: ຄະນະສະເພາະກິດທີ່ລັດຖະບານແຕ່ງຕັ້ງຂຶ້ນມາ ປະກອບມີຮອງນາຍົກລັດຖະມົນຕີເປັນປະທານ ແລະຮອງລັດຖະມົນຕີກະຊວງອຸດສາຫະກໍາແລະການຄ້າ ລວມທັງພາກສ່ວນຕ່າງໆ ນັບທັງຢູ່ສູນກາງແລະທ້ອງຖິ່ນເປັນຄະນະ ເພື່ອເຮັດວຽກຕາມສິດແລະໜ້າທີ່ຂອງຂະແໜງການກ່ຽວຂ້ອງ. ທ່ານສົມຈິດ ອິນທະມິດ ໃຫ້ຮູ້ວ່າ ສາເຫດທີ່ເຮັດໃຫ້ເງິນກີບລາວອ່ອນຄ່າລົງ ເມື່ອທຽບໃສ່ເງິນບາດຂອງໄທ ແລະເງິນໂດລາ ຂອງສະຫະລັດ ປັດໃຈໜຶ່ງແມ່ນເກີດມາຈາກຄວາມຕ້ອງການເງິນຕາຕ່າງປະເທດໃນປະລິມານສູງ ບວກກັບການຜະລິດຢູ່ປະເທດເຮົາ ມີຂໍ້ຈໍາກັດບາງດ້ານ ບໍ່ຂະຫຍາຍຕົວແບບຕໍ່ເນື່ອງ ຫລືມີການຢຸດເຊົາ ສະນັ້ນຈຶ່ງເກີດຄວາມຕ້ອງການນໍາເຂົ້າສິນຄ້າຢ່າງຫລວງຫລາຍ.

ປະຈຸບັນກະຊວງອຸດສາຫະກໍາແລະການຄ້າພວມແບ່ງເປັນຈຸ ລົງກວດກາບັນຫາກ່ຽວກັບການຄ້າ ແລະຈໍາກັດການນໍາເຂົ້າສິນຄ້າແບບບໍຖືກຕ້ອງຕາມກົດໝາຍ ເພື່ອເຮັດໃຫ້ຜູ້ຜະລິດພາຍໃນ ມີໂອກາດໄດ້ຈໍາໜ່າຍສິນຄ້າ ພ້ອມທັງກະຕຸ້ນການຜະລິດໃຫ້ສູງຂຶ້ນ

ທີ່ມາ: Lao National Radio

Leave a Reply

Your email address will not be published. Required fields are marked *