ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ຂອງແຂວງ ໄຊຍະບູລີ ໃນໄລຍະ 9 ເດືອນຜ່ານມາ, ການນໍາຂອງແຂວງ ແມ່ນໄດ້ສຸມໃສ່ຕໍ່ການຈັດຕັ້ງປະຕິບັດບັດດາໂຄງການລົງທຶນຂອງລັດ ແລະ ເອກະຊົນທັງພາຍໃນ ແລະ ຕ່າງປະເທດ ໃຫ້ສໍາເລັດຕາມແຜນການທີ່ໄດ້ກໍານົດໄວ້, ການລົງທຶນດັ່ງກ່າວ ໃນປີ 2019 ມີທັງໝົດ 417 ໂຄງການ, ມູນຄ່າທັງໝົດ 196 ຕື້ກວ່າກີບ.
ທ່ານ ນາງ ຄໍາມີ ຈັນທີບ ຫົວໜ້າພະແນກ ແຜນການ ແລະ ການລົງທຶນແຂວງ ໄຊຍະບູລີ ໄດ້ໃຫ້ຮູ້ວ່າ: ການລົງທຶນຂອງລັດ ແລະ ເອກະຊົນທັງພາຍໃນ ແລະ ຕ່າງປະເທດທີ່ຈັດຕັ້ງປະຕິບັດຢູ່ແຂວງ ໄຊຍະບູລີ ໃນປີ 2019 ນີ້, ມີທັງໝົດ 417 ໂຄງການ, ມູນຄ່າທັງໝົດ 196 ຕື້ກວ່າກີບ, ໃນນັ້ນ: ການລົງທຶນຂອງລັດມີ 362 ໂຄງການ, ມູນຄ່າ 40,78 ຕື້ກີບ, ໃນນີ້: ທຶນບ້ວງປົກກະຕິ 238 ໂຄງການ, ເປັນທຶນ 15,16 ຕື້ກີບ, ທຶນຟື້ນຟູໄພພິບັດ 35 ໂຄງການ, ເປັນທຶນ 9,84 ຕື້ກີບ, ທຶນຈັດສັນພູມລໍາເນົາ , ທຶນພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ 51 ໂຄງການ, ເປັນທຶນ 4,79 ຕື້ກີບ, ສໍາລັບການປະຕິບັດໂຄງການໃນໄລຍະ 9 ເດືອນຜ່ານມາ ສາມາດປະຕິບັດໄດ້ 286 ໂຄງການ, ມູນຄ່າ 35,46 ຕື້ກີບ, ທຽບໃສ່ແຜນການປີປະຕິບັດໄດ້ 86,95%,
ໃນນັ້ນ: ທຶນປົກກະຕິລວມທັງໂຄງການໄພພິບັດປະຕິບັດໄດ້ 211 ໂຄງການ, ມູນຄ່າ 25,89 ຕື້ກີບ, ທຶນພັດທະນາເມືອງໃໝ່ ປະຕິບັດໄດ້ 24 ໂຄງການ, ມູນຄ່າ 4,78 ຕື້ກີບ, ທຶນພັດທະນາຊົນນະບົດ ແລະ ລືບລ້າງຄວາມທຸກຍາກ ປະຕິບັດໄດ້ 33 ໂຄງການ, ມູນຄ່າ 2,93 ຕື້ກີບ, ທຶນຈັດສັນພູມລໍາເນົາ ແລະ ບ່ອນທໍາມາຫາກິນຂອງປະຊາຊົນ ປະຕິບັດໄດ້ 18 ໂຄງການ, ມູນຄ່າ 1,86 ຕື້ກີບ; ທຶນຊ່ວຍເຫຼືອລ້າ ແລະ ກູ້ຢືມ ທີຈັດຕັ້ງປະຕິບັດຕົວຈິງໃນ 9 ເດືອນມີ 46 ໂຄງການ, ມູນຄ່າ 9,52 ລ້ານໂດລາສະຫະລັດ, ເທົ່າກັບ 28% ຂອງແຜນການປີ,
ໃນນີ້: ກູ້ຢືມ 7 ໂຄງການ, ມູນຄ່າ 5,79 ລ້ານກວ່າໂດລາສະຫະລັດ, ທຶນຊ່ວຍເຫຼືອລ້າ 39 ໂຄງການ, ມູນຄ່າ 3 ລ້ານໂດລາສະຫະລັດ; ທຶນຂອງເອກະຊົນພາຍໃນ ແລະ ຕ່າງປະເທດ 9 ໂຄງການ, ມູນຄ່າ 9,02 ລ້ານກວ່າໂດລາສະຫະລັດ, ໃນນີ້ທຶນພາຍໃນ 5 ໂຄງການ, ມູນຄ່າ 4,92 ລ້ານກວ່າໂດລາສະຫະລັດ ແລະ ທຶນຕ່າງປະເທດ 4 ໂຄງການ, ມູນຄ່າ 4,10 ລ້ານກວ່າໂດລາສະຫະລັດ, ທຽບໃສ່ແຜນການປີປະຕິບັດໄດ້ 60,20%.
ນັກຂ່າວ: ຫ້ອງວ່າການແຂວງ ໄຊຍະບູລີ
ໂດຍ: ອຸ່ນເຮືອນ ໂພທິລັກ
ໂທ: 22126933