ຫຼວງພະບາງ: ລາຍງານຈາກປະຊາຊົນໃຫ້ຮູ້ວ່າ ໃນຕອນເຊົ້າວັນທີ່ 3/11/2019 ເວລາປະມານ 8:30 ເກີດອຸບັດຕິເຫດ ລົດຂົນແຮ່ຫີນ ເສຍຫຼັກແຫດໂຄ້ງ ທີ່ໂຄ້ງກິ່ວມ່ວງ, ເມືອງຊຽງເງິນ, ແຂວງຫຼວງພະບາງ.
ປະຊາຊົນບອກວ່າ ລົດຂົນແຮ່ຊາຍ ເບກແຕກແຫກໂຄ້ງ, ເຮັດໃຫ້ ຫີນແຮ່ສະທັບຖົມ ສາມຄົນພໍ່ແມ່ລູກທີຂີ່ລົດສວນທາງກັນ, ບາດເຈັບທັງ 3 ຄົນ.
ຜູ່ເປັນພໍ່ເຈັບນ້ອຍໜຶ່ງ, ສ່ວນແມ່ຂາລຸດ ແລະ ລູກຂາຫັກຕອນນີ້ຮອດໂຮງຫມໍແລ້ວ. ຂໍໃຫ້ປອດໄພ
.
ລາຍງານໂດຍ: ສິນທະນົງ ພັນທະມີດ