ນະຄອນຫຼວງວຽງຈັນ: ລາຍງານຈາກປະຊາຊົນໃຫ້ຮູ້ວ່າ ໃນເວລາປະມານ 9:00 ວັນທີ 3 ພະຈິກ 2019 ເກີດເຫດ ລົດຂົນສົ່ງນໍ້າມັນລະເບີດ ຕໍາກັບລົດຂົນດິນ ເຂດທາງ 450 ປີ, ນະຄອນຫຼວງວຽງຈັນ.
ຈາກການລາຍງານຂອງປະຊາຊົນ ກ່ອນເກີດແປວໄຟ ແມ່ນໄດ້ຍິນສຽງລະເບີດຕິດຕໍ່ກັນ 3-4 ບາດ ແລ້ວກໍ່ມີປະກາຍໄຟລຸກຂຶ້ນຢ່າງໄວວາ. ຜູ່ທີ່ສັນຈອນທາງດັ່ງກ່າວໄດ້ພາກັນຈອດລົດ ເພາະຢ້ານເປັນອັນຕະລາຍ.
ຂໍ້ມູນໃຫ້ຮູ້ອີກວ່າ, ລົດທີ່ເກີດເຫດ ແມ່ນແລ່ນມາແຕ່ທາງຂົວມິດຕະພາບ ມຸ້ງໜ້າໄປທາງດົງໂດກ, ແລ້ວເກີດອຸບັດຕິເຫດ ຕໍາກັບລົດຂົນດິນ ຂ້າມເລນ ແລະ ລະເບີດໄຟລຸກໄໝ້.
ຈຸດທີ່ເກີດເຫດ ແມ່ນເຂດບ້ານນາຄວາຍ ເຂດທາງເຂົ້າສວນພູໄທ, ເມືອງໄຊເສດຖາ, ນະຄອນຫຼວງວຽງຈັນ. ສ່ວນຄວາມເສຍຫາຍ ເຈົ້າໜ້າທີ່ຈະກວດສອບຕໍ່ໄປ.
ກົດຊົມຄລິບ ຈາກ Be Vongseedala