ສະຫວັນນະເຂດ: ວັນທີ 1/11/2019 ເວລາ 17:30 ນາທີ ໜ່ວຍກູ້ໄພ ສະຫວັນນະເຂດ ໄດ້ຮັບແຈ້ງເຫດວ່າມີອຸບັດຕິເຫດລົດໄຖນາ ຍຽບເດັກນ້ອຍເສຍຊີວິດ, ເຂດເສັ້ນທາງ ບ້ານສົມສະອາດ, ນະຄອນໄກສອນພົມວິຫານ, ແຂວງ ສະຫວັນນະເຂດ
ໃນຈຸດເຫດມີຜູ້ເສຍຊີວິດ 1 ຄົນ ເປັນເດັກນ້ອຍເພດຊາຍ ຖືກກະທົບຫົວ ເສຍຊີວິດຄາທີ່ ທາຍາດພີ່ນ້ອງໄດ້ມ້ຽນຄາບສົບຜູ້ເສຍຊີວິດ ແລ້ວນຳສົ່ງເຮືອນຂອງຜູ້ເຍຊີວິດ ສ່ວນສາເຫດອຸບັດຕິເຫດດັ່ງກ່າວທາງເຈົ້າໜ້າທີ່ກຳລັງເກັບກຳຂໍ້ມູນ ສືບສວນຕ່ໄປ
ອຸບັດຕິເຫດ, ເຈັບປ່ວຍແຈ້ງເຫດສຸກເສິນ
041 1629, ໂທຟຮີ ຮັບໃຊ້ຕະຫຼອດ 24 ຊົ່ວໂມງ
ໜ່ວຍກູ້ໄພ ສະຫວັນນະເຂດ
Savannakhet Rescue