*ເຄັດລັບສູດເລັ່ງຮາກໄຜ່ພາຍໃນ 4 ວັນເຫັນຜົນແນ່ນອນ

-ເບິ່ງແຍງຮັກສາງ່າຍໆບໍ່ຍຸ້ງຍາກ

-ໃຫ້ຜົນຕອບແທນໄລຍະເວລາອັນສັ້ນ( ປະມານ 8 ເດືອນ ຫຼັງປູກ )

-ມີບັນຫາເລື່ອໂລກ ແລະ ແມງໜ້ອຍ

-ຜົນຜະລິດເປັນທີ່ຕ້ອງການຂອງຕະຫຼາດຢ່າງຫຼວງຫຼາຍ

-ເກັບກ່ຽວຜົນຜະລິດໄດ້ຕະຫຼອດປີ

*ວິທີເຮັດ

-ເລືອກກິ່ງໄຜ່ທີ່ມີຂະໜາດເສັ້ນຜ່າສູນກາງປະມານ 2-3 ຊມ ຈາກນັ້ນເຮັດການຕັດຕົ້ນໄຜ່ໃຫ້ເຫຼືອໂດຍໃຊ້ຂໍ້ດ້ານລຸ່ມໄວ້ສຳລັບອອກຮາກ ແລະ ຂໍ້ດ້ານເທິງໄວ້ສຳລັບແຕກຍອດ

-ກຽມຖົງສຳລັບປູກພ້ອມໃສ່ດິນກຽມໄວ້ໃຫ້ຮຽບຮ້ອຍ

-ຕໍ່ໄປຈະເປັນການເຜີຍສູດເດັດເຄັດລັບສຳລັບເລັ່ງນຮາກເລັ່ງຍອດທີ່ທຸກຄົນຄາດບໍ່ເຖິງນັ້ນຄື ການນຳກະປິ ແລະ ເຄື່ອງດື່ມຊູກຳລັງມາປະສົມກັນ ໂດຍໃຊ້ກະປິ 1 ບ່ວງໂຕະຕໍ່ເຄື່ອງດື່ມຊູກຳລັງ 1 ບ່ວງຊາ ປະສົມໃຫ້ເຂົ້າກັນ

-ຈາກນັ້ນນຳສ່ວນປະສົມທີ່ໄດ້ໃສ່ຖົງສຳລັບປູກໂດຍໃສ່ປະມານ 1 ບ່ວງຊາ ເທົ່ານັ້ນບໍ່ດັ່ງນັ້ນຕົ້ນໄຜ່ອາດຕາຍໄດ້

-ຈາກນັ້ນຫົດນໍ້າ ບຳລຸງຮັກສາຕົ້ນໄຜ່ປົກກະຕິແລ້ວນຳກິ່ງໄຜ່ທີ່ຕັດກຽມໄວ້ມາປັກຊຳລົງໃນຖົງປູກ

-ເມື່ອຜ່ານໄປ 4 ວັນ ຈະພົບວ່າກິ່ງໄຜ່ທີ່ຊຳໄວ້ມີຮາກແທງຂຶ້ນຫຼາຍ ແລະ ມີຍອດທີ່ຈະເລີນເຕີບໂຕໄດ້ໄວກວ່າເກົ່າ

*ສູດນີ້ບໍ່ພຽງໃຊ້ໄດ້ກັບປັກຊຳກິ່ງໄຜ່ພຽງຢ່າງດຽວ

ສາມາດນຳໄປເລັ່ງຮາກເລັ່ງຍອດຂອງພືດຊະນິດອື່ນໆທີຍາກຈະປັກຊຳໄດ້ເຊັ່ນ: ປັກຊຳກິ່ງຜັກຂະ, ປັກຊຳກິ່ງບົວລະພາ ໄດ້ໝົດທຸກກິ່ງພັນ

Leave a Reply

Your email address will not be published. Required fields are marked *