ຫຼາຍກະຊວງຂອງລາວໄດ້ຮັບການຊ່ວຍເຫຼືອການຝຶກອົບຮົມຈາກ ສປ ຈີນ ຢ່າງຕໍ່ເນື່ອງ ໃນທັງພາກທິດສະດີ ແລະພາກປະຕິບັດຕົວຈິງໃນຂະແນງການຕ່າງໆ. ໃນວັນທີ 1 ພະຈິກ 2019, ທີ່ສູນກາງແນວລາວສ້າງຊາດ ໄດ້ມີການເປີດຊຸດຝຶກອົບຮົມໃນດ້ານເຕັກນິກແກ໊ດຊີວະພາບລາວ ໃຫ້ກຽດເຂົ້າຮ່ວມໂດຍທ່ານ ທອງແຄນ ສີສຸວົງ ຮອງປະທານ ຄະນະກໍາມະການຮ່ວມມືລາວ-ຈີນ, ມີທ່ານ ຫູ ກົ່ວສວນ ຮອງຫົວໜ້າ ສະຖາບັນວິທະຍາສາດແກ໊ດຊີວະພາບ ກະຊວງກະສິກໍາ ແລະຊົນນະບົດ ສປ ຈີນ ພ້ອມດ້ວຍຕາງໜ້າຂະແໜງການທີ່ກ່ຽວຂ້ອງເຂົ້າຮ່ວມ.


ການຝຶກຮົມສໍາມະນາດ້ານເຕັກນິກແກ໊ດຊີວະພາບລາວຄັ້ງນີ້ ແມ່ນໄດ້ເລີ່ມຂຶ້ນໃນວັນທີ 1 ພະຈິກ ຫາ 26 ທັນວາ ເຊິ່ງມີສໍາມະນາກອນຈາກ 4 ກະຊວງເຂົ້າຮ່ວມຄື: ກະຊວງວິທະຍາສາດ ແລະເຕັກໂນໂລຊີ, ກະຊວງກະຊິກໍາ ແລະປ່າໄມ້, ກະຊວງພະລັງງານ ແລະບໍ່ແຮ່, ກະຊວງຊັບພະຍາກອນທໍາມະຊາດ-ສິ່ງແວດລ້ອມ ລວມທັງໝົດມີ 45 ທ່ານ. ໂດຍມີຊ່ຽວຊານ ແລະຄູອາຈານສະເພາະດ້ານຈາກ ສປ ຈີນ ເປັນວິທະຍາກອນ ແລະຈະນໍາພາສ້າງບໍ່ອາຍແກ໊ດຊີວະພາບ ຫຼັງຈາກທີ່ສໍາເລັດຊຸດຝຶກອົບຮົມ.


ທ່ານ ອານົງເດດ ຈັນທະລາດ ຫົວໜ້າຫ້ອງການຄະນະກໍາມະການຮ່ວມມືລາວ-ຈີນ​ ກ່າວວ່າ: ການຝຶກອົບຮົມຄັ້ງນີ້ ແມ່ນເພື່ອເຮັດໃຫ້ສໍາມະນາກອນຂອງປະເທດລາວໃນດ້ານເຕັກນິກແກ໊ດຊີວະພາບໄດ້ຮັບການພັດທະນາ ແລະຍົກລະດັບຄວາມຮູ້ຄວາມສາມາດ ແລະນໍາມາພັດທະນາຂະແໜງການທີ່ກ່ຽວຂ້ອງຂອງຕົນໃຫ້ກ້າວໜ້າ ແລະທັນສະໄໝຂຶ້ນກວ່າເກົ່າ ເຊິ່ງໃນປີ 2019 ນີ້ຈະໄດ້ມີການເປີດຊຸດສໍາມະນາ-ຝຶກອົບຮົມໃນ 6 ຫົວຂໍ້; ການຝຶກອົບຮົມຄັ້ງນີ້ກໍ່ເປັນໜຶ່ງໃນນັ້ນ ເຊິ່ງໄດ້ເປີດໂອກາດໃຫ້ສໍາມະນາກອນຂອງປະເທດເຮົາໄດ້ແລກປ່ຽນປະສົບການ ແລະວິຊາການກັບຊ່ຽວຊານຈີນ, ພ້ອມທັງເປັນການສືບຕໍ່ຄວາມສໍາພັນການຮ່ວມມືທີ່ດີຂອງສອງຊາດລາວ-ຈີນອີກດ້ວຍ.

Credit: CRI News

Leave a Reply

Your email address will not be published. Required fields are marked *