ການປູກໝາກຖົ່ວເປັນພືດທີ່ໃຊ້ນໍ້າໜ້ອຍທີ່ໄດ້ຮັບຄວາມສົມໃຈຈາກກະເສດອີກຢ່າງໜຶ່ງ ເນື່ອຈາກໃຊ້ນໍ້າພຽງແຕ່ 400 ລິດ/ໄລ່ ທັງເປັນພືດອາຍຸສັ້ນ ປູກພຽງ 2 ເດືອນ ກໍ່ສາມາດເກັບຜົນຜະລິດໄດ້ທຸກມື້ ເໝາະສົມກັບການປູກ
ເປັນພືດທີ່ໃຫ້ກຳໄລໄດ້ທຸກມື້ຫຼືຈະປູກໜ່ອຍສຳລັບບໍລິໂພກໃນຄອບຄົວກໍ່ຖືວ່າເປັນເລື່ອງດີ ເພາະໝາກຖົ່ວສາມາດນຳໄປປະກອບອາຫານໄດ້ທຸກປະເພດລວມເຖິງມີວິຕາມິ່ນ,ໂປຣຕີນ,ຄາໂບໄຣເດຣ ເໜາະສຳລັບຄົນທຸກໄວ
*ການກຽມດິນປູກໝາກຖົ່ວ
-ໄລຍະຫ່າງລະຫວ່າງຕົ້ນ 40-50 ຊມ ໄລຍະຫ່າງລະຫວ່າງແຖວ 70-100 ຊມ
-ໄຖດິນເລິກປະມານ 20 ຊມ ຕາກດິນປະໄວ້ 5-10 ມື້
-ໃສ່ຝຸ່ນຄອກຫຼືໝັກ ປະມານ 2,000 ກິໂລກຼາມ/ໄລ່ ພ້ອມກັບໃສ່ ປຸ໋ຍສູດ 15-15-15 ອັດຕາ 30 ກິໂລກຼາມ/ໄລ່ ທັງນີ້ຫາກດິນເປັນກົດຄວນໃສ່ປູນຂາວໃນອັດຕາ 100-200 ກິໂລກຼາມ/ໄລ່
*ການປູກ
-ໃຊ້ສຽມຫຼືຈົກຂຸດຂຸມເລິກປະມານ 5 ຊມ ຈາກນັ້ນນຳແກ່ນໝາກຖົ່ວມາໃສ່ ຈຳນວນ 3 ແກ່ນ/ຂຸມ ປົກດ້ວຍແກບຫຼືຝຸ່ນຄອກ 2-3 ກຳມື/ຂຸມ
-ພໍປູກໄດ້ 7-10 ມື້ ຖອນເບ້ຍທີ່ບໍ່ສົມບູນອອກ
-ເມື່ອຕົ້ນໝາກຖົ່ວ ອາຍຸ ປະມານ 15-20 ມື້ ຫຼັງປູກ ຫຼື ມີໃບ 4-5 ໃບ ຈະເລີ່ມປົ່ງຍອດໃຫ້ເລີ່ມນຳຄັ່ງ ໂດຍປັກໄມ້ຄັ່ງຊຶ່ງມີຫຼາຍວິທີດັ່ງນີ້:
1ປັກແບບຕັ້ງຊື່ໄມ້ດຽວ
2.ປັກແບບກະໂຈມ
3.ປັກແບບສາມລ່ຽມ ແລະ ສຸດທ່້າຍໃຊ້ໄມ້ປັກຊື່ໃສ່ເຄິ່ງກາງ
ກິ່ງກາງລະຫວ່າງຂຸມ ພ້ອມກັບເຊືອກລີລົ້ງຂຶງລະຫວ່າງໄມ້ແຕ່ລະຂຸມ ເພື່ອໃຫ້ຕົ້ນໝາກຖົ່ວພັນ ຫຼື ເລືອຂຶ້ນໄປຕາມໄມ້ຄັ່ງ ແລະ ເສັ້ນເຊືອກ ທັງນີ້ໄລຍະທຳອິດຄວນມີການຈັບຍອດໝາກຖົ່ວມາພັນໄມ້ຄັ້ງ
*ການເບີ່ງແຍງຮັກສາ ແລະ ເກັບຜົນຜະລິດ
-ຄວນຫົດນໍ້າໝາກຖົ່ວທຸກມື້ ເຊົ້າ-ແລງ ຈົນຕົ້ນໝາກຖົ່ວສາມາດຕັ້ງຊື່ໄດ້ ຫຼັງຈາກນັ້ນຈຶ່ງຄອ່ຍຫຼຸດດປະລິມານການໃຫ້ນ້ຳລົງ
-ປະມານ 20 ມື້ ຂຶ້ນໄປໃຫ້ໃສ່ ປຸ໋ຍສູດ 14-0-0 ອັດຕາ 20 ກິໂລກຼາມ/ໄລ່ ປະສົມກັບປຸ໋ຍສູດ 15-15-15 ອັດຕາ 25ກິໂລກຼາມ/ໄລ່ ເພື່ອເລັ່ງການຈະເລີນເຕີບໂຕ ຫຼັງຈາກນັ້ນໃຫ້ໃສ່ປຸ໋ຍສູດ 13-13-21 ໃນອັດຕາ 30-50 ກິໂລກຼາມ/ໄລ່ ໂດຍແບ່ງໃສ່ 15 ມື້ຕໍ່ຄັ້ງ
-ເລີ່ມເກັບຜົນຜະລິດໄດ້ທຸກໆມື້ ເມື່ອຕົ້ນໝາກຖົ່ວມີອາຍຸປະມານ 55-60 ມື້ ຫຼັງຍອດແກ່ນ