ຕາມການແຈ້ງການຂອງກົມອຸຕຸນິຍົມ ແລະອຸທົກກະສາດວ່າ: ເນື່ອງຈາກວ່າພາຍຸດີເປຼ່ຊັນໄດ້ເພີ່ມກຳລັງແຮງຂື້ນ ກາຍເປັນພາໝູນເຂດຮ້ອນ ໝັດໂມ (MATMO) ຫົວທີ 22 ປະຈຳປີ 2019 ຊື່ງເວລາ 5 ໂມງເຊົ້າ ຂອງວັນທີ 30 ຕຸລາ 2019 ມີຈຸດສູນກາງຢູ່ເສັ້ນຂະໜານທີ່ 13.3 ອົງສາເຫນືອ ແລະ ເສັ້ນແວງທີ່ 112.0 ອົງສາຕາເວັນອອກ ພວມເຄື່ອນທີ່ມາທາງທິດຕາເວັນຕົກ ດ້ວຍຄວາມໄວ 25 ກິໂລແມັດຕໍ່ຊົ່ວໂມງ ແລະ ຈະເຄື່ອນຂື້ນຝັ່ງທາງພາກໃຕ້ຂອງປະເທດ ສສ ຫວຽດນາມ
ໃນຕອນຄ່ຳຂອງວັນນີ້ ພ້ອມທັງສືບຕໍ່ເຄື່ອນທີ່ຜ່ານພາກໃຕ້ຂອງປະເທດລາວ ແລະ ຈະອ່ອນກຳລັງລົງເປັນພາຍຸດີເປຼ່ຊັນ ຈາກນັ້ນກ່າຍເປັນຍ່ອມຄວາມກົດດັນອາກາດຕ່ຳ ໃນໄລຍະວັນທີ 31 ຕຸລາ ຫາ 1 ພະຈິກ 2019 ຊື່ງຈະເຮັດໃຫ້ມີຝົນຕົກໃນລະດັບປານກາງ ຫາ ຕົກຫນັກພ້ອມມີລົມພັດແຮງຢູ່ບັນດາແຂວງພາກໃຕ້ ຫາ ພາກກາງ.
ດັ່ງນັ້ນ, ຊື່ງຂໍແຈ້ງເຕືອນເຖິງພໍ່ແມ່ປະຊາຊົນ ແລະ ອຳນາດການປົກຄອງທຸກພາກສ່ວນທີ່ອາໃສຢູ່ແຂວງສະຫວັນນະເຂດ, ສາລະວັນ, ເຊກອງ, ຈຳປາສັກ ແລະ ອັດຕະປື ຄວນມີສະຕິລະມັດລະວັງຕໍ່ສະພາບຝົນຕົກຫນັກ ແລະ ລົມພັດແຮງທີ່ຈະເຮັດໃຫ້ມີນ້ຳຖ້ວມຊຸ, ດິນເຈື່ອນ ແລະ ຕົ້ນໄມ້ຫັກລົ້ມ ເກີດຂື້ນໄດ້ໃນໄລຍະ 1 ຫາ 3 ວັນຕໍ່ຫນ້ານີ້
ທີ່ມາ : kid-dd.