ແຄນຕາລູບ ເປັນພືດທີ່ນິຍົມກັນບໍລິໂພກ ແລະ ປູກເພື່ອສ້າງລາຍໄດ້ ເນື່ອງຈາກມີລົດຊາດແຊບດີ, ເນື້ອຫວານ, ມີກິ່ນຫອມ, ເມື່ອເອົາໄປເຮັດຂອງຫວານກໍແຊບ, ເປັນພືດຕະກຸນລົ້ມລຸກ ມີລະບົບຮາກແກ້ວເລິກປະມານ 80-120 ຊັງຕີແມັດ. ດັ່ງນັ້ນ, ໃນມື້ນີ້ເຮົາຈະມາແນະນໍາວິທີ ການກ້າແກ່ນແຄນຕາລູບ ເພື່ອໃຫ້ຄົນທີ່ອາດຍັງບໍ່ທັນຮູ້ເອົາໄປປະຕິບັດຕົວຈິງໄດ້.
1.ນຳເອົາແກ່ນແຄນຕາລູບ ມາແຊ່ນໍ້າອຸ່ນໃນພະຊະນະ (ຊາມ) ຫຼື ອາດປະສົມສານຊີວະພັນຄື “ເຊື້ອຣາໄຕຣໂຄເດິມາ” ຕັ້ງແຕ່ເລີ່ມກ້າແກ່ນ ເພື່ອປ້ອງກັນພະຍາດຕ່າງໆເຊັ່ນ:
ຮາກເນົ່າ, ເຫງົ້າເນົ່າ ທີ່ອາດເຮັດໃຫ້ແກ່ນບໍ່ງອກອອກມາໄດ້, ໂດຍການເອົາແກ່ນແຊ່ປະສົມສານຊີວະພັນໄວ້ປະມານ 4-6 ຊົ່ວໂມງ ອັດຕາສ່ວນນໍ້າ 20 ຊີຊີ ຕໍ່ນໍ້າ 1 ລິດ.
2.ນໍາເອົາແກ່ນທີ່ເຮົາແຊ່ນໍ້າໄວ້ ມາຫໍ່ດ້ວຍຜ້າຂົນໜູ ຫຼື ເຈ້ຍທິດຊູ່ທີ່ປຽກຊື້ນ (ແຕ່ແນະນຳຄວນໃຊ້ເຈ້ຍທິດຊູ່ ກ້າແກ່ນຈະດີກວ່າ) ເພາະເວລາຮາກເລີ່ມອອກ ຈະໄດ້ດຶງແກ່ນອອກຈາກເຈ້ຍທິດຊູ່ໄດ້ງ່າຍ ເຮັດໃຫ້ຮາກບໍ່ຂາດ,
ຫຼັງຈາກນັ້ນ ໃຫ້ນໍາເອົາໄປໃສ່ກ໋ອງໄວ້ປະມານ 24-48 ຊົ່ວໂມງ (ຂຶ້ນຢູ່ກັບການປູກພັນຊະນິດໃດ) ແລ້ວຄ່ອຍເປີດເບິ່ງ, ພໍຮາກຍາວໄດ້ 1 ຊັງຕີແມັດແລ້ວ ໃຫ້ນໍາໄປກ້າໃນຖາດກ້າເບ້ຍ ທີ່ເຮົາກຽມໄວ້ໄດ້ເລີຍ.
3.ກຽມຖາດທີ່ເປັນຂຸມໄວ້ກ້າເບ້ຍ ຫຼື ຈະໃຊ້ຖົງກ້າເບ້ຍກໍໄດ້ ແລ້ວຄ່ອຍເອົາຝຸ່ນໝັກ ໃສ່ຖາດກ້າເບ້ຍ ຫຼື ຖົງກຽມປູກຂອງທ່ານໃຫ້ເຕັມ, ແລ້ວໃຊ້ນິ້ວບີບຝຸ່ນໝັກລົງໄປຂຸມ 1 ຂໍ້ມື,
ໂດຍໃນຂັ້ນຕອນນີ້ບາງຄົນອາດເອົານໍ້າໝັກ ເຊື້ອຣາໄຕຣໂຄເດິມາ ມາລົງນຳ ຫຼື ປະສົມໃນຝຸ່ນໝັກ ເພື່ອປ້ອງກັນເຊື້ອຣາ ແລະ ຊ່ວຍໃຫ້ຕົ້ນກ້າແຂງແຮງໄດ້.
4.ເອົາແກ່ນລົງຂຸມເລີຍ (ຂຸມກ້າເບ້ຍ) ໂດຍການວາງດ້ານປາຍແຫຼມຂອງແກ່ນລົງ ເຊິ່ງເປັນສ່ວນທີ່ຮາກອອກລົງດ້ານລຸ່ມ ໂດຍການໃສ່ໃຫ້ຄົບທຸກຂຸມທີ່ກຽມໄວ້ ຫຼື ອາດຈະເອົາແກ່ນລົງຂຸມ ໃນແນວນອນກໍໄດ້ເພາະເວລາແກ່ນງອກ
ອອກມາພົ້ນດິນ ຈະໄດ້ເອົາເປືອກຖິ້ມໄດ້ເລີຍ, ເພາະຖ້າຫາກເອົາປາຍແຫຼມຂອງແກ່ນລົງໄປ ເປືອກແກ່ນ ຈະບໍ່ຄ່ອຍຫຼຸດອອກໄປຕາມທຳມະຊາດ ເຮັດໃຫ້ເຮົາຕ້ອງໄດ້ດຶງອອກໃຫ້ກ້າ ເຊິ່ງຖ້າຫາກດຶງແຮງອາດເຮັດໃຫ້ໃບຂາດ,
ເຮັດໃຫ້ຕົ້ນຕາຍ ຫຼື ຈະເລີນເຕີບໂຕຊ້າໄດ້ ຫຼື ບາງຄັ້ງເວລາດຶງ ອາດເຮັດໃຫ້ຮາກຫຼຸດຂາດກໍມີ; ດັ່ງນັ້ນ ຂັ້ນຕອນນີ້ຕ້ອງລະມັດລະວັງພໍສົມຄວນ.
5.ເມື່ອເອົາແກ່ນລົງຂຸມແລ້ວ ຄວນປົກດ້ວຍຝຸ່ນໝັກອີກຄັ້ງ ແລ້ວໃຊ້ມືກົດຄ່ອຍໆໃຫ້ແໜ້ນ ແລະ ສີດນໍ້າດ້ວຍສະເປ, ສີດໃຫ້ຊຸ່ມທຸກຂຸມ, ແຕ່ຖ້າບາງຄົນຫາກປູກຫຼາຍໆ ກໍສາມາດເອົາຝັກບົວມາຫົດເລີຍຈະງ່າຍດີ ແຕ່ກໍຄວນລະວັງຢ່າໃຫ້ປຽກຫຼາຍ.
6.ປະມານ 2 ວັນ ແກ່ນຈະເລີ່ມງອກ ໂຜ່ພົ້ນຝຸ່ນໝັກຂຶ້ນມາ, ແຕ່ຍອດໃບອ່ອນ 2 ໃບ ຫຼື ໃບລ້ຽງ, ຫຼັງຈາກນັ້ນ, ອີກ 10 ວັນກໍຈະມີໃບແທ້ຂຶ້ນມາ 2 ໃບ.
7.ເມື່ອໄດ້ໃບແທ້ມາແລ້ວ ຄວນຍ້າຍ ກ້າແຄນຕາລູບ ໄປປູກໃນສະຖານທີ່ປູກທີ່ກຽມໄວ້ຕໍ່ໄປໄດ້ເລີຍ, ແຕ່ໃນຂະນະທີ່ຍ້າຍກ້າ ຕ້ອງລະວັງຄວນຍ້າຍໃນເວລາທີ່ຝຸ່ນແຫ້ງເລັກໜ້ອຍ ເພາະຈະງ່າຍກວ່າ ເນື່ອງຈາກຖ້າຍ້າຍຕອນ
ປຽກໆ ຈະເຮັດໃຫ້ຮາກຫຼຸດ ບໍ່ເກາະກັບຝຸ່ນ, ເຮັດໃຫ້ຮາກຂາດໄດ້. ດັ່ງນັ້ນ, ຄວນຍ້າຍຕອນຝຸ່ນແຫ້ງ ແລະ ພະຍາຍາມດຶງກັບຖາດຂອງແຕ່ລະຕົ້ນຄ່ອຍໆ ແລະ ດຶງມາຢ່າງລະມັດລະວັງ.
8.ຂໍ້ຄວນລະວັງ ການເພາະກ້າໃນຮົ່ມ ກັບບ່ອນທີ່ມີແສງແດດອ່ອນໆ ແຕກຕ່າງກັນຫຼາຍຄື: ຖ້າໃນຮົ່ມ ລຳຕົ້ນຈະເບິ່ງຍາວໆ ແລະ ຕົ້ນນ້ອຍ; ແຕ່ຖ້າເພາະບ່ອນທີ່ມີແສງແດດອ່ອນໆໝົດມື້ ຈະເຮັດໃຫ້ຕົ້ນກ້າສັ້ນ ແລະ ງາມ.
9.ເທັກນິກທີ່ຄວນຈື່ສຳລັນການກ້າເບ້ຍແຄນຕາລູບ:
*ແກ່ນພັນບາງຊະນິດ ມີເປືອກໝາ ອາດຕ້ອງໃຊ້ມີດຕັດເລັບ ຕັດປາຍແຫຼມຂອງແກ່ນ ເພື່ອຊ່ວຍການອອກຂອງຮາກ ເພີ່ມອັດຕາການອອກໄດ້ດີອີກວິທີໜຶ່ງ.
*ກ່ອນທີ່ຈະຍ້າຍກ້າລົງຖົງເພາະຊໍາ ຫຼື ສະຖານທີ່ປູກ ຄວນຢຸດໃຫ້ນໍ້າຕົ້ນກ້າ 1 ວັນ ແລະ ຄວນຍ້າຍກ້າໃນຊ່ວງຕອນແລງ ຫຼື ຄໍ່າໆ (ບໍ່ຄວນຍ້າຍໃນຊ່ວງແດດກ້າ ຫຼື ຕອນສວາຍ ເພື່ອໃຫ້ຕົ້ນກ້າປັບສະພາບໄດ້ດີ).
*ຄວນກ້າເບ້ຍແຄນຕາລູບ ໃນບ່ອນແຈ້ງ ຖືກແດດຖືກແສງ ຈະເຮັດໃຫ້ຕົ້ນກ້າແຈງແຮງກວ່າ.