ແຂວງ ບໍລິຄໍາໄຊ ພວມເລັ່ງຊຸກຍູ້ສົ່ງເສີມບັນດາໂຄງການລົງທຶນ ໂດຍແນໃສ່ບັນດາໂຄງການທີ່ສົ່ງຜົນປະໂຫຍດຕໍ່ຄົນຈໍານວນຫລາຍເປັນຕົ້ນຕໍ ເພື່ອຮອງຮັບໂຄງການກໍ່ສ້າງຂົວຂ້າມນໍ້າຂອງມິດຕະພາບລາວ-ໄທ ແຫ່ງທີ 5 ແຕ່ແຂວງ ບໍລິຄໍາໄຊ ຫາ ແຂວງ ບຶງການຂອງໄທ ເພື່ອໃຫ້ນັກລົງທຶນ, ພາກລັດ ແລະ ປະຊາຊົນ ພາຍໃນແຂວງໄດ້ຮັບຜົນປະໂຫຍດຮ່ວມກັນ.
ທ່ານ ເລື່ອນວິໄລ ຈັນທະລາພັນ, ຫົວໜ້າພະແນກແຜນການ ແລະ ການລົງທຶນແຂວງ ບໍລິຄໍາໄຊ ໃຫ້ສໍາພາດວ່າ: ແຂວງ ບໍລິຄໍາໄຊ ໄດ້ຈັດສັນລະບົບການລົງທຶນໃນເຂດສົ້ນຂົວຂ້າມນໍ້າຂອງມິດຕະພາບລາວ-ໄທ ແຫ່ງທີ 5 ໄວ້ແລ້ວຈໍານວນໜຶ່ງ ເປັນຕົ້ນ: ລະບົບຄົມມະນາຄົມ, ເຂດອຸດສາຫະກໍາທີ່ເປັນມິດຕໍ່ສິ່ງແວດລ້ອມ ແລະ ເຂດການຄ້າການບໍລິການ. ປັດຈຸບັນມີ 2 ບໍລິສັດແຈ້ງຈຸດປະສົງເພື່ອສຶກສາຄວາມເປັນໄປໄດ້ໃນການພັດທະນາສາງຄ້ຽນຖ່າຍສິນຄ້າ ແລະ ສ້າງເປັນເຂດເສດຖະກິດພິເສດ, ສຶກສາຄວາມເປັນໄປໄດ້ໃນການພັດທະນາດ້ານການທ່ອງທ່ຽວພາຍໃນແຂວງ ແລະ ການປູກ-ການລ້ຽງ.
ຢ່າງໃດກໍ່ຕາມ ອົງການປົກຄອງແຂວງໄດ້ຕົກລົງແລ້ວວ່າທຸກການລົງທຶນທີ່ຈະເຂົ້າມາລົງທຶນພາຍໃນແຂວງ ຫລັງຈາກມີຂົວຂ້າມນໍ້າຂອງມິດຕະພາບລາວ-ໄທ ແຫ່ງທີ 5 ຕ້ອງຕິດພັນກັບຜົນປະໂຫຍດຂອງປະຊາຊົນສາວນຫລາຍ ໂດຍສຸມໃສ່ການລົງທຶນໃນຂະແໜງກະສິກໍາເປັນບຸລິມະສິດໃນຮູບແບບ 1+2+3 ( 1 ລັດຕ້ອງຄຸ້ມຄອງຊ່ວຍນັກລົງທຶນແລະປະຊາຊົນ, 2 ປະຊາຊົນເປັນດິນ ແລະ ແຮງງານ, 3 ບໍລິສັດຕ້ອງເປັນທຶນ, ເຕັກນິກວິຊາການ+ແນວພັນ ແລະ ເປັນຕະຫລາດເພື່ອຈໍາໜ່າຍສິນຄ້າ ), ສົ່ງເສີມການລົງທຶນໃນໂຄງການປຸງແຕ່ງ ຫລື ແປຮູບຜົນຜະລິດກະສິກໍາ ເຊັ່ນ: ໂຮງງານປຸງແຕ່ງຜົນຜະລິດກະສິກໍາພືດລົ້ມລຸກປະເພດຕ່າງຯ ເພື່ອສ້າງຕະຫລາດທີ່ໝັ້ນຄົງໃຫ້ປະຊາຊົນ, ສົ່ງເສີມຢ່າງແຂງແຮງການລົງທຶນດ້ານການທ່ອງທ່ຽວ ແລະ ການລົງທຶນເຂົ້າໃນການພັດທະນາພື້ນຖານໂຄງລ່າງທີ່ຕິດພັນກັບການບໍລິການທາງຜ່ານ ເຊັ່ນ: ລະບົບສາງ ແລະ ການບໍລິການຂົນສົ່ງທີ່ຕິດພັນກັບການນໍາເຂົ້າສິນຄ້າ ແລະ ການບໍລິການ, ການສົ່ງອອກ ແລະ ການນໍາເຂົ້າສິນຄ້າຜ່ານ, ເຮືອນພັກ, ໂຮງແຮມ ແລະ ການບໍລິການຈຸດພັກຂອງການຂົນສົ່ງ.
ສໍາລັບຂົວຂ້າມນໍ້າຂອງມິດຕະພາບລາວ-ໄທ ແຫ່ງທີ 5 ທີ່ເຊື່ອມຕໍ່ລະຫວ່າງແຂວງ ບໍລິຄໍາໄຊ ຫາແຂວງ ບຶງການຂອງໄທ ມີຄວາມຍາວປະມານ 1 ກິໂລແມັດກ່ວາ ໄດ້ຮັບການລົງນາມຂໍ້ຕົກລົງໂຄງການກໍ່ສ້າງລະຫວ່າງສອງລັດຖະບານຮຽບຮ້ອຍແລ້ວໃນວັນທີ 14 ມິຖຸນາ 2019 ທີ່ແຂວງບຶງການ ປະເທດໄທ. ຄາດວ່າຈະເລີ່ມລົງມືກໍ່ສ້າງໃນອີກບໍ່ດົນນີ້ ໂດຍຈະໃຊ້ເວລາກໍ່ສ້າງ 3 ປີ ຈິ່ງສໍາເລັດ.
ໂດຍ: ບຸນຕຽງ ຈັນທະວົງ