ພົຈວ ບຸບຜາ ສີພົມມາ ຫົວໜ້າກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ໄດ້ໃຫ້ສໍາພາດໃນວັນທີ 29 ຕຸລາ 2019 ວ່າ: ພາຍຫຼັງໄດ້ຮັບການມອບໝາຍຈາກການນໍາ ນະຄອນຫຼວງວຽງຈັນ ກ່ຽວກັບວຽກງານປ້ອງກັນງານບຸນນະມັດສະການພຣະທາດຫຼວງວຽງຈັນ ແລະ ງານວາງສະແດງສິນຄ້າ ທີ່ສູນການຄ້າລາວ-ໄອເຕັກ ລະຫວ່າງວັນທີ ( 2-11 ພະຈິກ 2019 ), ຄະນະພັກ-ຄະນະບັນຊາ ກອງບັນຊາການ ປກສ ນວ ກໍ່ໄດ້ສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ເພື່ອປຶກສາຫາລືວາງແຜນໃນການຈັດວາງກໍາລັງລົງປ້ອງກັນງານບຸນດັ່ງກ່າວ ເພື່ອສະກັດກັ້ນ ແລະ ແກ້ໄຂປະກົດການຫຍໍ້ທໍ້ຕ່າງໆ ທີ່ອາດຈະເກີດຂຶ້ນພາຍໃນງານບຸນ ເປັນຕົ້ນແມ່ນ ບັນຫາປຸ້ນຈີ້, ຊິງຊັບ, ລັກຊັບ, ແຫກກະເປົາ ແລະອື່ນໆ ເພື່ອເຮັດໃຫ້ພາຍໃນງານບຸນມີຄວາມສະຫງົບ ແລະ ປອດໄພ 100%.
ສໍາລັບແຜນປ້ອງກັນງານບຸນນະມັດສະການພຣະທາດຫຼວງວຽງຈັນ ແລະ ງານວາງສະແດງສິນຄ້າ ທີ່ສູນການຄ້າລາວ-ໄອເຕັກ ປະຈໍາປີ 2019, ກອງບັນຊາການ ປກສ ນວ ໄດ້ມີການວາງແຜນຢ່າງລະອຽດເປັນຕົ້ນແມ່ນ ແຜນປ້ອງກັນຢູ່ວົງໃນ, ວົງນອກ, ບັນດາວັດ, ເສັ້ນທາງ, ຕຶກອາຄານ, ດ່ານປະເພນີ ແລະ ສະຖານທີ່ສໍາຄັນອື່ນໆ ຢ່າງແໜ້ນໜາ ເພື່ອເຮັດໃຫ້ງານບຸນມີຄວາມສະຫງົບ ແລະ ເຕັມໄປດ້ວຍບັນຍາກາດອັນຄຶກຄື້ນ, ມ່ວນຊື່ນ ແລະ ເຮັດໃຫ້ຜູ້ທີ່ມາທ່ຽວຊົມງານ ໂດຍສະເພາະການນໍາພັກ-ລັດ, ມວນຊົນຊາວນະຄອນຫຼວງວຽງຈັນ, ນັກທ່ອງທັງພາຍໃນ ແລະ ຕ່າງປະເທດ ໃຫ້ມີຄວາມປອດໄພ ແລະ ຮັກສາໄດ້ຮີດຄອງປະເພນີ, ວັດທະນະທໍາອັນດີງາມຂອງປະຊາຊົນລາວບັນດາເຜົ່າທີ່ສືບທອດກັນມາແຕ່ບູຮານ.
ເພື່ອຮັບປະກັນຄວາມສະຫງົບພາຍໃນງານບຸນ ພົຈວ ບຸບຜາ ສີພົມມາ ໄດ້ຮຽກຮ້ອງມາຍັງປະຊາຊົນບັນດາເຜົ່າທຸກຊັ້ນຄົນ, ຊາວຄ້າຂາຍ ຕ້ອງມີສະຕິຕື່ນຕົວໃນການຮັກສາຊັບສິນຂອງທ່ານ ແລະ ເອົາໃຈໃສ່ປະຕິບັດກົດລະບຽບຢ່າງເຂັ້ມງວດ; ພ້ອມທັງໃຫ້ຄວາມຮ່ວມມືປະກອບສ່ວນເຂົ້າໃນວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ເພື່ອເຮັດໃຫ້ງານບຸນມີຄວາມເປັນລະບຽບຮຽບຮ້ອຍ ແລະ ຮັບປະກັນຄວາມສະຫງົບ 100%.
ກອງບັນຊາການ ປກສ ນະຄອນຫຼວງວຽງຈັນໄດ້ອອກແຈ້ງການເຖິງພາກສ່ວນຕ່າງໆ ຕະຫຼອດຮອດ ມວນຊົນລາວ ແລະ ຊາວຕ່າງປະເທດທີ່ຈະມາທ່ຽວງານບຸນນະມັດສະການພຣະທາດຫຼວງວຽງຈັນ
ໃນວັນທີ 05-11 ພະຈິກ 2019 ງານວາງສະແດງສິນຄ້າທີ່ສູນການຄ້າລາວ-ໄອເຕັກ ວັນທີ 06-17 ພະຈິກ 2019 ແລະ ພິທີສະຫຼຸບຜົນການປະຕິສັງຂອນພິພິທະພັນພຣະທາດຫຼວງວຽງຈັນ ຄັ້ງທີ IV; ໃນນີ້ ໄດ້ກໍານົດການນໍາໃຊ້ເສັ້ນທາງ, ສະຖານທີ່ຈອດລົດ ແລະ ຂໍ້ຫ້າມຕ່າງໆໄວ້ 13 ຂໍ້ຄື:
1. ຫ້າມໂຄສະນາທຸກຮູບແບບທີ່ຜິດຕໍ່ກົດໝາຍຂອງ ສປປ ລາວ.
2. ຫ້າມຂາຍ ຫຼື ນຳເອົາອາວຸດທຸກປະເພດລວມທັງ ມິດ-ພ້າ, ງ້າວ, ກະຖຸນ, ສະໜັບມື, ສາຍແອວຫົວໃຫຍ່ ເຂົ້າໄປໃນງານບຸນໂດຍເດັດຂາດ ( ຍົກເວັ້ນໄດ້ຮັບອະນຸຍາດຈາກເຈົ້າໜ້າທີ່ ).
3. ຫ້າມຂາຍ ແລະ ນຳເອົາຢາເສບຕິດ, ທາດລະເບີດ, ທາດແຕກ, ທາດເບື່ອ, ສານເຄມີ ທີ່ອອກລິດຕໍ່ລະບົບປະສາດທຸກຊະນິດເຂົ້າມາໃນງານຢ່າງເດັດຂາດ.
4. ຫ້າມນຳເອົາຜະລິດຕະພັນທີ່ຮຽນແບບ, ສີ້ນລາວນຳເຂົ້າມາວາງຂາຍພາຍໃນງານຢ່າງເດັດຂາດ.
5. ຫ້າມນຳເຂົ້າ, ຊື້-ຂາຍ ຈູດໂຄມໄຟລອຍຟ້າ ແລະ ຈູດໝາກກະໂພກທຸກຊະນິດ, ທຸກລະດັບ.
6. ຫ້າມວາງຂາຍເຄື່ອງເກີນຂອບເຂດອອກມາໜ້າຮ້ານທີ່ຄະນະກຳມະການຈັດງານຕະຫຼາດນັດກຳນົດໄວ້.
7. ຫ້າມຂາຍ ແລະ ນຳເອົາຜະລິດຕະພັນວັດທະນະທຳທີ່ລາມົກ ແລະ ເຊື່ອມຊາມຕ່າງໆເຂົ້າມາໃນງານຢ່າງເດັດຂາດ.
8. ຫ້າມຫຼີ້ນການພະນັນທຸກປະເພດ.
9. ຫ້າມຂາຍເຄື່ອງໃສ່ລໍ້ຍູ້ຊະຊາຍໃນງານບຸນຢ່າງເດັດຂາດ.
10. ຫ້າມດື່ມເຫຼົ້າ, ເບຍ ແລະ ສິ່ງມືນເມົາ ແລ້ວກໍ່ອາລະວາດຜິດຖຽງກັນ, ຕີກັນ, ສ້າງຄວາມບໍ່ສະຫງົບໃນງານບຸນເດັດຂາດ.
11. ສຳລັບນັກສະແດງສິລະປະຢູ່ໃນງານບຸນ, ວາງສະແດງສິນຄ້າ, ຕະຫຼາດນັດແຕ່ລະຈຸດຕ້ອງແຕ່ງກາຍ ແລະ ນຸ່ງເຄື່ອງສຸພາບຮຽບຮ້ອຍໃຫ້ຖືກຕ້ອງຕາມຮີດຄອງປະເພນີລາວ.
12. ຫ້າມຕອກເຫຼັກ ຫຼື ສິ່ງຂອງຕ່າງໆໃສ່ພື້ນເດີ່ນພຣະທາດຫຼວງຢ່າງເດັດຂາດ.
13. ຫ້າມນຳໃຊ້ໂດຼນ ຫຼື ອຸປະກອນຖ່າຍພາບທາງອາກາດ, ຍົກເວັນແຕ່ທາງການອະນຸຍາດໃຫ້ພາກສ່ວນກ່ຽວຂ້ອງເທົ່ານັ້ນ.