ສະຕໍເບີຣີມີຊື່ທາງວິທະຍາສາດວ່າ Fragariavir – giniana ຈັັດເປັນພືດເສດຖະກິດປະເພດໜຶ່ງທີ່ນິຍົມກັນປູກຢ່າງແຜ່ຫຼາຍໃນໂລກ, ສາມາດພົບໄດ້ເກືອບທຸກປະເທດນັບແຕ່ຂົ້ວໂລກເໜືອມາເຖິງພື້ນທີ່ໃນເຂດຮ້ອນ ເຊິ່ງມີຄວາມແຕກຕ່າງກັນຈາກສະພາບພູມອາກາດ ແລະ ປະເພດດິນ; ໝາກສະຕໍເບີຣີມີລົດຊາດແຊບ ແລະ ເປັນທີ່ຮູ້ຈັກໂດຍທົ່ວໄປ, ໃນໄລຍະຜ່ານມາເຫັນວ່າຜົນຜະລິດທີ່ໃຊ້ສຳລັບການບໍລິໂພກໄດ້ມີປະລິມານເພີ່ມຂຶ້ນຢ່າງວ່ອງໄວ.

+ລັກສະນະ ແລະ ຄວາມສຳຄັນ: ໂດຍທົ່ວໄປສະຕໍເບີຣີຈະມີອາຍຸ 1 ປີ ແລ້ວປູກຄືນໃໝ່ໃນປີຕໍ່ໄປ, ການຈະເລີນເຕີບໂຕຂອງຕົ້ນສະຕໍເບີຣີແມ່ນແຕກແໜງເລືອເປັນພຸ່ມສູງຈາກໜ້າດິນ 15 – 20 ຊັງຕີແມັດ, ຊົງພຸ່ມກວ້າງ 20–30 ຊັງຕີແມັດ ຮາກຈະຂະຫຍາຍເລິກຈາກໜ້າດິນປະມານ 30 ຊັງຕີແມັດ, ລຳຕົ້ນຍາວ 2.5 ຊັງຕີແມັດ ໂດຍຄວາມຍາວຂອງກ້ານ ແລະ ໃບແມ່ນຂຶ້ນກັບແນວພັນ.

ໝາກສະຕໍເບີຣີໃຫ້ຄຸນຄ່າທາງອາຫານທີ່ປະກອບດ້ວຍໂປຣຕິນ 1 ກຣາມ, ໄຂມັນ 0.6 ກຣາມ, ແຄວຊຽມ 22 ມິນລີ ກຣາມ, ທາດເຫຼັກ 0.6 ມິນລີກຣາມ, ວິຕາມິນ A 42 ໄອຢູ, ວິຕາມິນ C 90 ມິນລີ ກຣາມ, ໂພແທສຊຽມ 262 ມິນລີກຣາມ.

+ການກຽມດິນ: ດິນທີ່ນໍາມາເຮັດເບົ້າຕ້ອງປະກອບດ້ວຍອັດຕາສ່ວນຂອງດິນຊັ້ນໜ້າ 3 ສ່ວນ, ດິນຊາຍ 2 ສ່ວນ ແລະ ຝຸ່ນຄອກ 1 ສ່ວນປະສົມເຂົ້າກັນໃຫ້ລະອຽດ, ຂະໜາດຂອງເບົ້າທີ່ເໝາະສົມແມ່ນ 10 X 15 ຊັງຕີແມັດ.

+ການກຽມແນວພັນ: ເບ້ຍສະຕໍເບີຣີທີ່ນຳມາຊຳໃສ່ເບົ້າແມ່ນໄດ້ຈາກເບ້ຍທີ່ເກີດຈາກແໜງຕົ້ນເກົ່າທີ່ມີອາຍຸປະມານ 30 ວັນ, ຄວນເລືອກເອົາເບ້ຍສະຕໍເບີຣີທີ່ແຂງແຮງດີ ເຊິ່ງກ່ອນນຳເບ້ຍສະຕໍເບີຣີມາຊຳຄວນລິໃບອອກໃຫ້

ເຫຼືອໃບປະມານ 3 – 5 ໃບແລ້ວນໍາໄປຮັກສາໄວ້ໃນບ່ອນຮົ່ມທີ່ມີແສງແດດປະມານ 50%, ຄວນຫົດນ້ຳ 2 ຄັ້ງ ( ເຊົ້າ-ແລງ ) ປະມານ 2 ອາທິດ. ຈາກນັ້ນ, ແມ່ນໃຫ້ຫົດນ້ຳ 1 ຄັ້ງຕໍ່ວັນ, ເມື່ອເບ້ຍມີອາຍຸໄດ້ 30 – 40 ວັນກໍ່ສາມາດນໍາໄປປູກໄດ້.

+ການກຽມເນື້ອທີ່: ຄວນເຮັດເປັນໜານທີ່ມີຄວາມກວ້າງ 80 ຊັງຕີແມັດ, ຄວາມສູງ 20 – 25 ຊັງຕີແມັດ, ສ່ວນ ຄວາມຍາວຂອງໜານແມ່ນອີງຕາມພື້ນທີ່ ແລະ

ຖ້າເປັນພື້ນທີ່ຄ້ອຍຊັນຕ້ອງເຮັດໜານໄປຕາມແລວດິນ, ກໍາຈັດເຊື້ອພະຍາດໃນດິນ ແລະ ປັບຄວາມເປັນກົດ ( PH ) ໃນດິນດ້ວຍການເອົາປູນຂາວມາຫວ່ານໃສ່ໜານໃນອັດຕາສ່ວນ 40 – 50 ກຣາມ/ຕາແມັດ.

ຈາກນັ້ນ, ໃຫ້ເອົາແກບໃນອັດຕາສ່ວນ 1.2 ກິໂລ/ຕາແມັດ ແລະ ຝຸ່ນຄອກ 1.2 – 1.6 ກິໂລ/ຕາແມັດຫວ່ານໃສ່ໜານແລ້ວຄາດໃຫ້ເຂົ້າກັບດິນ.

+ການປູກ: ຂະໜາດຂອງຂຸມຄວນເລິກປະມານ 20 ຊັງຕີແມັດ ແລະ ກວ້າງ 15 ຊັງຕີແມັດ, ໄລຍະຫ່າງລະຫວ່າງການປູກຄວນຢູ່ປະມານ 25 – 30 ຊັງຕີແມັດ ແລະ ຄວາມຫ່າງຂອງແຖວ 45 – 50 ຊັງຕີແມັດ, ໃນເວລາປູກຄວນ

ປູກເປັນ 2 ແຖວຄູ່ກັນ, ເບ້ຍທີ່ນຳມາປູກຕ້ອງແຂງແຮງດີ ເຊິ່ງກ່ອນເອົາເບ້ຍລົງຂຸມໃຫ້ຈີກຖົງຢາງອອກ ໂດຍລະວັງບໍ່ໃຫ້ເບົ້າດິນແຕກ ແລະ ຫຼັງຈາກປູກໄດ້ 2 – 3 ວັນໃຫ້ເອົາເຟືອງ

ຫຼື ຜ້າຢາງປົກຄຸມວັດສະພືດ ແລະ ຮັກສາ ຄວາມຊຸ່ມໃນດິນ, ໄລຍະ 3 ອາທິດຫຼັງປູກຄວນຫົດນ້ຳ 1 ຄັ້ງ/ວັນ. ຈາກນັ້ນ, ຄວນຫົດນ້ຳ 2 – 3 ຄັ້ງຕໍ່ອາທິດ.

+ການບົວລະບັດຮັກສາ: ຄວນເສຍຫຍ້າ 1 – 2 ຄັ້ງຕໍ່ເດືອນ ໂດຍຫຼັງເສຍຫຍ້າແລ້ວໃຫ້ໃສ່ປຸ໋ຍຢູເລຍ ສູດ 40 – 00 – 00 ປະມານ 2 ຄັ້ງຕໍ່ເດືອນໃນອັດຕາສ່ວນ 6 ກຣາມ/ຕາແມັດ ແລ້ວຫົດນ້ຳໃຫ້ທົ່ວ,

ເມື່ອພືດອາຍຸໄດ້ 120 ວັນຫຼັງຈາກປູກໃຫ້ໃສ່ປຸ໋ຍ ສູດ 15 – 15 – 15 ໃນອັດຕາສ່ວນ 38 ກຣາມ/ຕາແມັດ ໂດຍໃສ່ອ້ອມຊົງພຸ່ມເພື່ອເລັ່ງໃນການອອກດອກ ແລະ ໃຫ້ໝາກຫຼາຍ.

ເມື່ອສັງເກດເຫັນໝາກສະຕໍເບີຣີແດງປະມານ 75% ກໍ່ສາມາດເກັບໝາກສະຕໍເບີຣີໄດ້ ໂດຍໝາກທີ່ເກັບຄວນໃຫ້ມີຂວັ້ນຕິດມານຳ ແລະ ຄວນເກັບໃນຕອນເຊົ້າ ຫຼື ຕອນແລງເພື່ອປ້ອງກັນໝາກສະຕໍເບີຣີຊໍ້າ, ບໍ່ຄວນໃຫ້ໝາກຖືກແສງແດດດົນ ກວ່າ 10 – 15 ນາທີ.

ທີ່ມາ : ກະເສດພື້ນບ້ານ

Leave a Reply

Your email address will not be published. Required fields are marked *