ພິທີມອບ-ຮັບລົດອູອັອດ 469 ໃຫ້ແກ່ກົມກອງຊາຍແດນ ທີ່ຂຶ້ນກັບກອງບັນຊາການທະ ຫານແຂວງຈຳປາສັກໄດ້ຈັດ ຂຶ້ນຫວ່າງບໍ່ດົນມານີ້ ໂດຍມີສະ ຫາຍ ພົນຈັດຕະວາ ສຸໄກ ພິມມະສານ,ເລຂາຄະນະພັກ,ຫົວ ໜ້າການທະຫານກອງບັນຊາການທະຫານແຂວງຈໍາປາສັກ,ມີຄະ ນະພັກ-ຄະນະບັນຊາ 5 ຫ້ອງອ້ອມຂ້າງ,ຄະນະພັກຄະ ນະບັນຊານັກວິຊາການຈາກກົມ ກອງຊາຍແດນ 9 ກົມກອງເຂົ້າ ຮ່ວມ.

ລົດອູອັອດ 469 ທີ່ມອບໃນ ຄັ້ງນີ້ ມີ 9 ຄັນ, ເຊິ່ງມອບໃຫ້ກົມ ກອງລະ 1 ຄັນ, ລົດຈໍານວນດັ່ງ ກ່າວແມ່ນກົມໃຫຍ່ເຕັກນິກກອງ ທັບໄດ້ນໍາມາມອບໃຫ້ແກ່ກອງ ບັນຊາການທະຫານແຂວງຈໍາ ປາສັກໃນຕົ້ນເດືອນກັນຍາ 2019 ເພື່ອນຳໃຊ້ເຂົ້າໃນວຽກງານຕົວ ຈິງຂອງກົມກອງໃຫ້ນັບມື້ມີ ຄວາມສະດວກຫຼາຍຂຶ້ນກວ່າ ເກົ່າ.

 

ໂອກາດມອບ-ຮັບລົດຄັ້ງນີ້, ສະຫາຍ ພົນຈັດຕະວາ ສຸໄກ ພິມ ມະສານ ໄດ້ໃຫ້ກຽດໂອ້ລົມຕໍ່ ຄະນະພັກ-ຄະນະບັນຊາ ແລະ ນັກວິຊາການທີ່ໄດ້ຮັບລົດດັ່ງ ກ່າວ, ເຊິ່ງທ່ານກໍໄດ້ຍົກໃຫ້ເຫັນ ຄວາມໝາຍຄວາມສໍາຄັນກໍຄື ຄວາມເປັນຫ່ວງເປັນໄຍຂອງ ກະຊວງປ້ອງກັນປະເທດທີ່ມີຕໍ່ກົມ ກອງຊາຍແດນທີ່ຫ່າງໄກສອກ ຫຼີກພ້ອມທັງກ່າວເນັ້ນໜັກແກ່ຄະ ນະພັກ-ຄະນະບັນຊາ ແລະ ວິຊາ ການທີ່ໄດ້ຮັບລົດດັ່ງກ່າວຈົ່ງໃຊ້ ລົດໃນວຽກງານຕົວຈິງໃຫ້ເໝາະ ສົມ ແລະ ເອົາໃຈໃສ່ປົກປັກຮັກ ສາສະພາບເຕັກນິກລົດ,ເພື່ອນໍາ ໃຊ້ລົດໃຫ້ໄດ້ຍາວນານ ແລະ ເກີດ ປະໂຫຍດສູງສຸດ.

 

ໂດຍ: ທິບມະນີວັນ ຄໍາວິເສດ ພາບ: ວິໄລພອນ ວົງວິສອນ

Leave a Reply

Your email address will not be published. Required fields are marked *