ຂປລ. ໃນວັນທີ 29 ຕຸລາ 2019 ນະຄອນຫລວງວຽງຈັນ, ໄດ້ມີການຖະແຫລງກຽມຈັດງານບຸນນະມັດສະການພະທາດຫລວງວຽງຈັນ ແລະ ງານວາງສະແດງສິນຄ້າ ປະຈໍາປີ 2019 ເຊິ່ງຈະໄດ້ຂຶ້ນໃນວັນທີ 05 ຫາ 11 ພະຈິກ 2019 ທີ່ເດີນພະທາດຫລວງ ນະຄອນຫລວງວຽງຈັນ.
ທ່ານ ສີຫຸນ ສິດທິລືໄຊ ຮອງເຈົ້າຄອງນະຄອນຫລວງວຽງຈັນ ກ່າວວ່າ: ການຈັດງານບຸນນະ ມັດສະການພະທາດຫລວງວຽງຈັນ ເພື່ອປົກປັກຮັກສາ ແລະ ເສີມຂະຫຍາຍມູນເຊື້ອອັນດີງາມຂອງບຸນນະມັດສະການພະທາດຫລວງຂອງຊາດລາວ ກໍຄື ຊາວ ນະຄອນຫລວງວຽງຈັນ ທີ່ເຄີຍສືບທອດກັນມາແຕ່ບູຮານນະການ ໃຫ້ດໍາລົງຄົງຢູ່ນໍາຊາວລາວຕະຫລອດໄປ ພ້ອມນັ້ນເປັນການສ້າງໂອກາດ ຊຸກຍູ້ສົ່ງເສີມທ່ອງທ່ຽວ-ການຄ້າ “ໜຶ່ງເມືອງໜຶ່ງຜະລິດຕະພັນ” ສິນຄ້າຄອບຄົວຕົວແບບ ທີ່ຈະກ້າວເປັນສິນ ຄ້າໂອດ໋ອບ ທີ່ກາຍເປັນກາໝາຍແຫ່ງຊາດ ແລະ ສິນຄ້າຂອງບັນດາວິສາຫະກິດຂະໜາດນ້ອຍ-ກາງ ໄດ້ມາວາງສະແດງ ຈໍາໜ່າຍສິນຄ້າທັງພາຍໃນ ແລະ ຕ່າງປະເທດ.
ນອກຈາກນັ້ນ, ເພື່ອເຮັດໃຫ້ງານບຸນນະມັດສະການພະທາດຫລວງວຽງຈັນ ແລະ ງານຕະຫລາດນັດວາງສະແດງຂາຍສິນຄ້າ ມີບັນຍາ ກາດເບີກບານມ່ວນຊື່ນ ຮັກສາໄດ້ຄວາມສາມັກຄີເປັນປຶກແຜ່ນ ຍົກສູງຄຸນຄ່າມໍລະດົກມິ່ງເມືອງຂອງຊາດລາວ ຮັບປະກັນໄດ້ຄວາມສະຫງົບ ຄວາມເປັນລະບຽບຮຽບຮ້ອຍ ທາງດ້ານການຄ້າຂາຍ ດ້ວຍການຄຸ້ມຄອງຢ່າງຖືກຕ້ອງ ແລະ ຫລຸດຜ່ອນປາກົດການຫຍໍ້ທໍ້ ທີ່ເກີດຂຶ້ນພາຍໃນງານຈາກປີທີ່ແລ້ວ ຮັກສາໄດ້ຄວາມສະອາດຈົບງາມ.