ອີງຕາມຂໍ້ມູນຈາກພະແນກກວດກາ ແລະ ຄວບຄຸມຢາເສບຕິດ ຫ້ອງຕໍາຫຼວດ ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ: ປັດຈຸບັນ ບັນຫາຢາເສບຕິດຍັງເປັນບັນຫາໃຫຍ່ ແລະ ເປັນໄພອັນຕະລາຍທີ່ຄຸມຄາມສັງຄົມລາວ; ເຊິ່ງເປັນສາເຫດຂອງການກໍ່ໃຫ້ເກີດມີຄວາມບໍ່ສະຫງົບ ແລະ ບໍ່ເປັນລະບຽບຮຽບຮ້ອຍ, ຍ້ອນຄົນເຮົາເມື່ອເສບຢາເສບຕິດເຂົ້າໄປຫຼາຍ ຈະເຮັດໃຫ້ເປັນບ້າ, ປະສາດຫຼອນ, ຄວບຄຸມໂຕເອງບໍ່ຢູ່ ແລະ ບໍ່ມີຄວາມຢ້ານກົວຕໍ່ທຸກສິ່ງ, ບໍ່ຮູ້ຈໍາແນກອັນໃດຜິດ-ຖືກ ຄືດັ່ງກໍລະນີຄະດີຂອງທ້າວ ພອນໄຊ ອາຍຸ 38 ປີ ຢູ່ບ້ານສົມສະຫວັນ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໄດ້ເສບຢາບ້າມາແຕ່ປີ 2009 ຈົນມາຮອດປັດຈຸບັນ ເສບມື້ລະ 2-3 ເມັດ,
ສຸດທ້າຍກາຍເປັນຄາດຕະກອນຂ້າເມຍຕົນເອງ ຍ້ອນໃຈຮ້າຍໂມໂຫເມຍ ທີ່ຫ້າມບໍ່ໃຫ້ໄປມີເລື່ອງກັບຍາດພີ່ນ້ອງ ເຮັດໃຫ້ຜູ້ກ່ຽວຂາດສະຕິຄວບຄຸມອາລົມບໍ່ໄດ້ ແລ້ວຈັບເອົາປືນມາຍິງໃສ່ເມຍ ເສຍຊີວິດຄາທີ ເວລາ 19:30 ຂອງໃນວັນທີ 09 ກັນຍາ 2019 ແລ້ວເອົາຕົວຫຼົບໜີ. ຕົກມາຮອດວັນທີ 13 ກັນຍາ 2019 ທ້າວພອນໄຊ ກໍ່ໄດ້ເຂົ້າມາມອບຕົວຕໍ່ເຈົ້າໜ້າທີ່ຕໍາຫຼວດ ປກສ ເມືອງໄຊທານີ.
ເມື່ອເປີດການສືບສວນ-ສອບສວນ ທ້າວ ພອນໄຊ ໄດ້ຮັບສາລະພາບວ່າ: ຕົນເອງໄດ້ພົວພັນກັບຢາເສບຕິດ( ປະເພດຢາບ້າ) ມາແຕ່ປີ 2009 ຢາທີ່ຊື້ມາເສບແຕ່ລະຄັ້ງແມ່ນຊື້ນໍາໄວລຸ້ນ ຢູ່ເຂດບ້ານສ້າງຄອມ ເມືອງໄຊທານີ ນວ ໂດຍຊື້ຄັ້ງລະ 2-3 ເມັດ, ເສບຫຼາຍສຸດມື້ລະ 3 ເມັດ; ຕົກມາຮອດປີ 2015 ຕົນເອງໄດ້ແຕ່ງງານກັບນາງ ມະນີວອນ ຢູ່ບ້ານ ດວງບຸດດີ ເມືອງໄຊທານີ ນວ ແລະ ມີລູກຮ່ວມກັນ 2 ຄົນ, ຕະຫຼອດໄລຍະທີ່ຢູ່ຮ່ວມກັນ ແມ່ນໄດ້ຜິດຖຽງກັນຕາມພາສາຜົວ-ເມຍ, ແຕ່ບໍ່ເຄີຍໃຊ້ຄວາມຮຸນແຮງຈັກເທື່ອ. ຈົນມາຮອດວັນທີ 08 ກັນຍາ 2019 ຕົນໄດ້ໄປຂໍຢືມລົດຈັກນໍາເອື້ອຍ ແຕ່ເອື້ອຍບໍ່ໃຫ້ຢືມ, ຕົນຈຶ່ງໄປຢືມລົດຈັກນໍາອ້າຍ ຢູ່ບ້ານດຽວກັນ.
ເຊິ່ງໃນມື້ເກີດເຫດ ຜູ້ເປັນເອື້ອຍໄດ້ໄປແຈ້ງຄວາມຕໍ່ການຈັດຕັ້ງບ້ານວ່າ: ຕາລົດເກງຂອງຜູ້ກ່ຽວແຕກ ສົງໃສວ່າຕົນເອງເປັນຄົນທັບຕາລົດ ແລະ ອ້າຍຂອງຕົນເອງ ໄດ້ມາຮ້າຍດ່າຕັກເຕືອນ ຈຶ່ງເຮັດໃຫ້ຕົນບໍ່ພໍໃຈ ມາຮອດເວລາປະມານ 18: 30 ເມຍຂອງຕົນໄດ້ກັບມາແຕ່ບ່ອນເຮັດວຽກ ແລະ ໄດ້ຖາມຕົນເອງກ່ຽວກັບເລື່ອງລາວດັ່ງກ່າວ.
ຫຼັງຈາກນັ້ນ ເມຍຂອງຕົນຈຶ່ງໄດ້ໂທຫາແມ່ ເພື່ອຖາມຄວາມເປັນຈິງ ໃນຂະນະທີ່ເມຍກໍາລັງລົມໂທລະສັບຢູ່ນັ້ນ ຕົນເອງໄດ້ຍິນສຽງຂອງເອື້ອຍຊອດເຂົ້າມາເວົ້າວ່າ: ຈະຈັບຕົນໄປຝາກດັດສ້າງຢ່າງດຽວ ໂດຍທີ່ບໍ່ຟັງເຫດຜົນວ່າຜິດ ຫຼື ບໍ່ຜິດ, ເມື່ອໄດ້ຍິນແນວນັ້ນ ຕົນເອງຈຶ່ງບໍ່ພໍໃຈ ແລະ ໃຈຮ້າຍ ແລ້ວໄດ້ຊວນເອົາລູກສາວໄປເຮືອນເອື້ອຍນໍາ ເພື່ອຊ່ວຍເວົ້າໃຫ້ເຂົ້າໃຈ, ແຕ່ນາງ ມະນີວອນຜູ້ເປັນເມຍໄດ້ຫ້າມບໍ່ໃຫ້ໄປ; ພ້ອມເວົ້າວ່າ ໄປໂລດຖ້າມີຫຍັງເກີດຈະບໍ່ຊ່ວຍ ແຕ່ຕົນບໍ່ຟັງ ພ້ອມທັງຈັບແຂນລູກຍ່າງອອກຈາກເຮືອນໄປໄດ້ປະມານ 100 ແມັດ ແລ້ວບອກລູກໃຫ້ໄປຢູ່ແຄມທາງຖ້າ; ສ່ວນຕົນໄດ້ກັບເຂົ້າໄປເອົາຖົງປືນແກັບ ຢູ່ໃນຫ້ອງນອນຂອງຕົນ ເວລານັ້ນເມຍຂອງຕົນໄດ້ນັ່ງກິນເຂົ້າຢູ່ພ້ອມ ທັງຫ້າມອີກເທື່ອໜຶ່ງວ່າບໍ່ໃຫ້ໄປ.
ຍ້ອນຄວາມໂມໂຫໃຈຮ້າຍຂອງຕົນ ຈຶ່ງເອົາປືນດັ່ງກ່າວຍິງໃສ່ບໍລິເວນຫົວຂອງ ນາງ ມະນີວອນ ( ເມຍ) ແລະ ໄດ້ເອົາຕົວຫຼົບໜີໄປຢູ່ທົ່ງເຂດບ້ານສ້າງຄອມ ແລະ ໄປຫາພີ່ນ້ອງ ຢູ່ບ້ານສະພານທອງເໜືອ ເມືອງສີສັດຕະນາກ ນວ, ແຕ່ພີ່ນ້ອງໄດ້ແນະນໍາໃຫ້ເຂົ້າມອບຕົວ. ມາຮອດວັນທີ 13 ກັນຍາ 2019 ຕົນຈຶ່ງຮູ້ສຶກກິນແໜງແຄງໃຈ ຈຶ່ງໄດ້ເຂົ້າມອບຕົວຕໍ່ເຈົ້າໜ້າທີ່ ປກສ ເມືອງໄຊທານີ.
ຕໍ່ກັບຄະດີດັ່ງກ່າວ, ຈຶ່ງຝາກເຕືອນພໍ່-ແມ່ປະຊາຊົນທຸກຊັ້ນຄົນ ໃຫ້ເບິ່ງແຍງລູກ, ຫຼານໃຫ້ດີ ບໍ່ໃຫ້ໄປພົວພັນກັບສິ່ງເສບຕິດທຸກປະເພດ ແລະ ໃຫ້ຊ່ວຍເປັນຫູເປັນຕາຊ່ວຍເຈົ້າໜ້າທີ່ ໃນການສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດໃນສັງຄົມ ໃຫ້ຫຼຸດໜ້ອຍຖອຍລົງເທື່ອລະກ້າວ.
ພາບຂ່າວ: ປກສ ນະຄອນຫຼວງວຽງຈັນ