ໃນໄລຍະ 9 ເດືອນປີ 2019 ດ່ານພາສີສາກົນປາກຊັນ, ແຂວງ ບໍລິຄໍາໄຊ ທີ່ຂຶ້ນກັບກອງຄຸ້ມຄອງພາສີ V ສາ ມາດຈັດເກັບລາຍຮັບໄດ້ທັງໝົດ 152.825.578.800 ກີບ, ທຽບໃສ່ແຜນການ 9 ເດືອນ ປະຕິບັດໄດ້ 72,14% ທຽບໃສ່ແຜນການປີ 2019 ປະຕິບັດໄດ້ 50,50% ແຕ່ທຽບໃສ່ໄລຍະດຽວກັນຂອງປີ 2018 ຜ່ານມາ ຫລຸດລົງ 38,88% ຂະນະທີ່ 3 ເດືອນທ້າຍປີ 2019 ຄະນະຮັບຜິດຊອບດ່ານ ຄາດວ່າຈະເກັບລາຍຮັບໄດ້ 45.000.000.000 ກີບ ເຊີ່ງຈະເຮັດໃຫ້ການເກັບລາຍຮັບເຂົ້າງົບປະມານຂອງດ່ານສາກົນປາກຊັນໝົດປີນີ້ ບັນລຸ 197.825.578.800 ກີບເທົ່າກັບ 65,38% ຂອງແຜນການປີທີ່ວາງຄາດໝາຍເອົາໄວ້.

ທ່ານ ທົດສະກັນ ສຸພາສິດ, ຫົວໜ້າດ່ານສາກົນປາກຊັນ ໃຫ້ສໍາພາດວ່າ: ສາເຫດທີ່ເຮັດໃຫ້ການຈັດເກັບລາຍຮັບໃນ 9 ເດືອນຜ່ານມາບໍ່ໄດ້ຕາມຄາດໝາຍທີ່ວາງໄວ້ ຍ້ອນການນໍາເຂົ້າສິນຄ້າຜ່ານດ່ານສາກົນປາກຊັນຫລຸດລົງຫລາຍເມື່ອທຽບໃສ່ໄລຍະດຽວກັນຂອງປີ 2018 ຜ່ານມາ, ໃນນີ້ ການນໍາເຂົ້ານໍ້າມັນເຊື້ອໄຟ ຫລຸດລົງ 12,98% ເນື່ອງຈາກຫລາຍໂຄງການກໍ່ສ້າງສໍາເລັດການກໍ່ສ້າງ ເປັນຕົ້ນ: ກໍ່ສ້າງເຂື່ອນໄຟຟ້ານໍ້າຊໍ້, ເຂື່ອນໄຟຟ້ານໍ້າງຽບ ແລະ ໂຄງການອື່ນຯ ເຮັດໃຫ້ຄວາມຕ້ອງການຊົມໃຊ້ນ້ຳມັນຫລຸດລົງ, ປັດຈຸບັນ ຍັງແຕ່ໂຄງການຂຸດຄົ້ນຄໍາພູເບ້ຍມາຍນິງທີ່ຍັງນໍາເຂົ້ານໍ້າມັນປົກກະ ຕິ. ສ່ວນການນໍາເຂົ້າພາຫະນະ ແລະ ອາໄຫລ່ ຫລຸດລົງ 87,67% ຍ້ອນຜູ້ນໍາເຂົ້າພາຫະນະລາຍໃຫຍ່ມີການປັບປຸງກົນໄກການຄຸ້ມຄອງການນໍາເຂົ້າພາຫະນະໃນຂອບເຂດທົ່ວປະເທດ ແລະ ໃຫ້ເອກະພາບນໍາເຂົ້າຢູ່ນະຄອນຫລວງວຽງຈັນພຽງຈຸດດຽວ. ນອກຈາກນີ້ ການນໍາເຂົ້າສິນຄ້າເພື່ອສົ່ງອອກ ຫລຸດລົງ 56,85% ຍ້ອນບໍລິສັດຈໍານວນໜຶ່ງຫັນໄປເຮັດເປັນຜ່ານແດນສາກົນ ແລະ ອີກຈໍານວນໜຶ່ງໄດ້ຫັນປ່ຽນດ່ານນໍາເຂົ້າ ຍ້ອນມີຄວາມສະດວກ ແລະ ມີຄ່າສິ້ນເປືອງໜ້ອຍກ່ວາ. ຂະນະທີ່ການນໍາເຂົ້າເສຍພາສີເຄື່ອງໃຊ້ໄຟຟ້າຫລຸດລົງເຖີງ 93,64% ຍ້ອນຜູ້ຊົມໃຊ້ ຫລື ຜູ້ບໍລິ ໂພກມີຄວາມອີ່ມຕົວ.

ທ່ານ ທົດສະກັນ ສຸພາສິດ ໃຫ້ຮູ້ຕື່ມວ່າ: ເພື່ອເຮັດໃຫ້ການຈັດເກັບລາຍຮັບເຂົ້າງົບປະມານໃນໄລຍະ 3 ເດືອນທ້າຍປີ 2019 ໃຫ້ໄດ້ຫລາຍເທົ່າທີ່ຈະຫລາຍໄດ້ ດ່ານສາກົນປາກຊັນຈະສືບຕໍ່ປັບປຸງວຽກງານຫລາຍດ້ານ ເປັນຕົ້ນ: ສືບຕໍ່ເອົາໃຈໃສ່ຊີ້ນໍາ-ນໍາພາ ແລະ ລົງໃກ້ສິດຕິດແທດກັບໜ່ວຍງານ ແລະ ບັັນດາດ່ານພາສີປະເພນີຕ່າງຯ ທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນເພື່ອຕິດຕາມ ແລະ ກວດກາການຈັດເກັບລາຍຮັບໃຫ້ຖືກຕ້ອງ, ຄົບຖ້ວນ ແລະ ອຸດຕັນຊ່ອງວ່າງການຮົ້ວໄຫລຂອງລາຍຮັບ, ປັບປຸງແບບແຜນວິທີນໍາພາ ແລະ ວິທີເຮັດວຽກດ້ວຍການແບ່ງງານ, ແບ່ງຄວາມຮັບຜິດ ຊອບໃຫ້ບຸກຄົນຢ່າງລະອຽດຊັດເຈນກ່ວາເກົ່າ ແລະ ອື່ນຯ.

ໂດຍ: ບຸນຕຽງ ຈັນທະວົງ

 

Leave a Reply

Your email address will not be published. Required fields are marked *