ໃນວັນທີ 22 ຕຸລາ ຜ່ານ ມາ ນີ້, ທີ່ກອງບັນຊາການທະຫານ ແຂວງອັດຕະປື ໄດ້ຈັດກອງປະ ຊຸມຜ່ານແຜນການປະສານສົມ ທົບຊອກຫາ, ຂຸດຄົ້ນອັດຖິທະ ຫານອາສາສະໝັກ ແລະ ຊ່ຽວ ຊານຫວຽດນາມທີ່ເສຍສະຫຼະຊີ ວິດໃນປາງສົງຄາມຢູ່ແຂວງອັດ ຕະປືປະຈຳສົກປີ 2019-2020 ໂດຍການເຂົ້າຮ່ວມຂອງ ທ່ານ ອຸ່ນຫຼ້າ ໄຊຍະສິດ ຮອງເຈົ້າ ແຂວງທັງເປັນ ຫົວໜ້າຄະນະປະຕິບັດງານພິເສດແຂວງອັດຕະປື ສະຫາຍ ພັນເອກ ໂຮ່ແອງຕວນ ຫົວໜ້າການເມືອງກອງບັນຊາການທະຫານແຂວງ ກອນຕູມ, ທັງເປັນຮອງຫົວໜ້າສະເພາະກິດ ແຂວງກອນຕູມແຫ່ງ ສສ ຫວຽດ ນາມພ້ອມດ້ວຍຄະນະທັງສອງ ຝ່າຍເຂົ້າຮ່ວມ.

ໃນກອງປະຊຸມ ສະຫາຍ ພັນເອກ ໂຊກໄຊ ພິມມະລາ ເລຂາຄະນະພັກ ຫົວໜ້າການ ເມືອງ ກອງບັນຊາການທະຫານ ແຂວງອັດຕະປື ໄດ້ຜ່ານແຜນ ໃນວັນທີ 22 ຕຸລາ ຜ່ານ ມາ ນີ້, ທີ່ກອງບັນຊາການທະຫານ ແຂວງອັດຕະປື ໄດ້ຈັດກອງປະ ຊຸມຜ່ານແຜນການປະສານສົມ ທົບຊອກຫາ, ຂຸດຄົ້ນອັດຖິທະ ຫານອາສາສະໝັກ ແລະ ຊ່ຽວ ຊານຫວຽດນາມທີ່ເສຍສະຫຼະຊີ ວິດໃນປາງສົງຄາມຢູ່ແຂວງອັດ ຕະປືປະຈຳສົກປີ 2019-2020 ໂດຍການເຂົ້າຮ່ວມຂອງ ທ່ານ ອຸ່ນຫຼ້າ ໄຊຍະສິດ ຮອງເຈົ້າ ແຂວງທັງເປັນ ຫົວໜ້າຄະນະປະຕິບັດງານພິເສດແຂວງອັດຕະປື ສະຫາຍ ພັນເອກ ໂຮ່ແອງຕວນ ຫົວໜ້າການເມືອງກອງບັນຊາການທະຫານແຂວງ ກອນຕູມ, ທັງເປັນຮອງຫົວໜ້າສະເພາະກິດ ແຂວງກອນຕູມແຫ່ງ ສສ ຫວຽດ ນາມພ້ອມດ້ວຍຄະນະທັງສອງ ຝ່າຍເຂົ້າຮ່ວມ.

 

ໃນກອງປະຊຸມ ສະຫາຍ ພັນເອກ ໂຊກໄຊ ພິມມະລາ ເລຂາຄະນະພັກ ຫົວໜ້າການເມືອງ ກອງບັນຊາການທະຫານແຂວງອັດຕະປື ໄດ້ຜ່ານແຜນການເຄື່ອນໄຫວ, ຂຸດຄົ້ນອັດຖິ ທະຫານອາສາສະໝັກ ແລະ ຊ່ຽວ ຊານຫວຽດນາມທີ່ເສຍສະຫຼະຊີວິດໃນປາງສົມຄາມຢູ່ແຂວງອັດ ຕະປື ປະຈຳສົກປີ 2019-2020. ອີງຕາມເນື້ອໃນບົດບັນທຶກກອງ ປະຊຸມ ຄັ້ງທີ24 ລະຫວ່າງຄະ ນະປະຕິບັດງານພິເສດລັດຖະ ບານ ແຫ່ງ ສປປ ລາວ ແລະ ຄະ ນະປະຕິບັດງານພິເສດລັດຖະ ບານແຫ່ງ ສສ ຫວຽດນາມ ທີ່ ລົງນາມໃນ ຄັ້ງວັນທີ 2 ກໍລະກົດ 2019, ທີ່ນະຄອນຫຼວງພະບາງ ສປປ ລາວ. ກ່ຽວກັບວຽກງານ ສືບຕໍ່ຊອກຫາຂຸດຄົ້ນ ແລະ ເຄື່ອນ ຍ້າຍອັດຖິທະຫານອາສາສະ ໝັກ ແລະ ຊ່ຽວຊານຫວຽດ ນາມທີ່ເສຍສະຫຼະຊີວິດໃນປາງ ສົງຄາມຢູ່ລາວກັບຄືນປະເທດ.ໃນການພົວພັນຮ່ວມມືຂອງທັງ ສອງຝ່າຍຄັ້ງນີ້ສືບຕໍ່ປະສານ ສົມທົບຮ່ວມມືໃຫ້ແໜ້ນແຟ້ນ ໂດຍສະເພາະແມ່ນກອງປະຕິບັດ ງານພິເສດ ກາ53 (K53) ທີ່ມາ ປະຕິບັດໜ້າທີ່ຢູ່ແຂວງອັດຕະປື ເພື່ອພ້ອມກັນເຮັດສຳເລັດໜ້າທີ່. ສືບຕໍ່ເອົາໃຈໃສ່ໃນການຊອກຫາຂໍ້ມູນແຫຼ່ງຂ່າວຫຼຸມຝັງສົບຈາກທ້ອງຖິ່ນ ແລະ ຮາກຖານປະຊາ ຊົນບັນດາເຜົ່າ, ຂະແໜງການ ແລະ ບັນດາຫົວໜ່ວຍທຸລະກິດ ຕ່າງໆໃຫ້ມີສ່ວນຮ່ວມໃນການ ເກັບກຳຂໍ້ມູນ,ປ້ອນແຫຼ່ງຂ່າວໃຫ້ ລະອຽດຊັດເຈນຂຶ້ນຕື່ມ,ສືບຕໍ່ ປະສານສົມທົບພົວພັນແລກປ່ຽນ ບົດຮຽນເຊິ່ງກັນແລະກັນລະ ຫວ່າງຄະນະປະຕິບັດງານພິເສດ ແຂວງອັດຕະ ປື ກັບຄະນະປະຕິ ບັດງານພິເສດແຂວງກອນຕູມໃຫ້ ຕໍ່ເນື່ອງ ແລະ ມີປະສິດທິຜົນສູງ.ບັນດາພື້ນທີ່ຈຸດສຸມທີ່ຈະຕ້ອງໄດ້ຊອກຫາແລະຂຸດຄົ້ນຄັ້ງນີ້ ໃນ 5 ເມືອງ ມີ 22 ບ້ານ, 10 ກຸ່ມບ້ານ ແລະ ເຂດພັດທະນາວັງຕັດ.

 

ຄາດ ໝາຍສູ້ຊົນໃນສົກປີ 2019- 2020 ການຊອກຄົ້ນໃຫ້ສາມາດ ບັນລຸໄດ້ 1-3 ສົບ. ກອງປະຊຸມທັງສອງຝ່າຍໄດ້ ລົງນາມເຊັນບົດບັນທຶກຮ່ວມກັນ ໃນການຈັດຕັ້ງປະຕິບັດເຄື່ອນ ໄຫວວຽກງານດັ່ງກ່າວ ໃຫ້ປະ ສົບຜົນສຳເລັດສູງ. ໃນໂອກາດ ນີ້ສະຫາຍ ພັນເອກ ໂຮ່ແອງຕວນ ຫົວໜ້າການເມືອງກອງບັນຊາການທະຫານແຂວງກອນຕູມ ຕາງໜ້າໃຫ້ຄະນະພັກ-ຄະນະນຳ ແຂວງກອນຕູມມອບເງິນ ຈຳ ນວນ 500.000.000 ດົ້ງ. (ສະກຸນເງິນຫວຽດນາມ) ຊ່ວຍ ເຫຼືອຄວາມເສຍຫາຍຈາກໄພພິ ບັດ ນ້ຳຖ້ວມຢູ່ແຂວງອັດຕະປື. ໂດຍແມ່ນ ສະຫາຍ ອຸ່ນຫຼ້າ ໄຊ ຍະສິດຮອງເຈົ້າແຂວງອັດຕະປືໃຫ້ກຽດກ່າວຮັບເງິນຊ່ວຍເຫຼືອດັ່ງກ່າວ.

ໂດຍ: ຕິ໋ມພອນ

Leave a Reply

Your email address will not be published. Required fields are marked *