ໃນວັນທີ 28 ຕຸລາ 2019 ນີ້, ຄະນະໂຄງການເພື່ອເສັ້ນທາງສາຍໄໝ ໄດ້ນໍາເອົາວັດສະດຸອຸປະກອນ ທີ່ຮັບໃຊ້ພາຍໃນການຮຽນ – ການສອນ ມາມອບໃຫ້ແກ່ໂຮງຮຽນປະຖົມສົມບູນບ້ານນາແທ່ນ ເມືອງກາສີ ແຂວງວຽງຈັນ. ເຄື່ອງທີ່ນໍາມາມອບໃນຄັ້ງນີ້ປະກອບມີ: ຄອມພິວເຕີ Notebook ຈໍານວນ 1 ເຄື່ອງ, ຄອມພິວເຕີຕັ້ງໂຕະ ຈໍານວນ 5 ເຄື່ອງ, ພຣິນເຕີ ຈໍານວນ 3 ເຄື່ອງ, ກ້ອງຖ່າຍຮູບ 1 ເຄື່ອງ, ເຄື່ອງສຽງ (ແອມ, ລໍາໂພງ, ໄມ ) ຈໍານວນ 1 ຊຸດ, ເຄື່ອງປັບອາກາດ ຍີ່ຫຍໍ້ 12000 BTU ຈໍານວນ 2 ເຄື່ອງ ແລະ ປື້ມແບບຮຽນຕ່າງໆ ຈໍານວນ 210 ຫົວ ລວມມູນຄ່າການຊ່ວຍເຫຼືອເປັນເງີນທັງໝົດ 52.000.000 ກີບ ( ຫ້າສິບສອງລ້ານກີບ )

ຈຸດປະສົງກໍ່ເພື່ອເປັນການຊຸກຍູ້ສົ່ງເສີມການຮຽນ – ການສອນຢູ່ພາຍໃນເມືອງກາສີ ເວົ້າລວມ ເວົ້າສະເພາະກໍ່ຄືຢູ່ພາຍໃນໂຮງຮຽນປະຖົມສົມບູນບ້ານນາແທ່ນໃຫ້ມີອຸປະກອນຮັບໃຊ້ທີ່ພຽງພໍ ແລະ ທັນສະໄໝຂຶ້ນ. ເຊີ່ງການຊ່ວຍເຫຼືອດັ່ງກ່າວແມ່ນໄດ້ຮັບທຶນຊ່ວຍເຫຼືອຫຼ້າຂອງມູນລະນິທິຈີນເພື່ອສັນຕິພາບ ແລະ ການພັດທະນາ.

ເຊີ່ງໃຫ້ກຽດກ່າວມອບໂດຍ ແມ່ນ ທ່ານ ວົງຄໍາ ແສນສະທິ ຮອງຫົວໜ້າກົມພົວພັນສາກົນຂອງອົງການຈັດຕັ້ງມະຫາຊົນ ຄະນະພົວພັນການຕ່າງປະເທດ ຫ້ອງການຄະນະສັນຕິພາບ ແລະ ຄວາມສາມັກຄີຂອງລາວ ແລະ ກ່າວຮັບໂດຍແມ່ນທ່ານ ຄໍາໝັ້ນ ຫຼວງໄຊ ຜູ້ອຳນວຍການ ໂຮງຮຽນປະຖົມສົມບູນບ້ານ ນາແທ່ນ ໂດຍຊ່ອງໜ້າກັບທ່ານ ອ.ຈ ລາຢູ ແສນໃຈວຸດ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງກາສີ, ພະນັກງານທີ່ກ່ຽວພາຍໃນຫ້ອງການສຶກສາ ແລະ ກິລາເມືອງ, ມີອຳນາດການປົກຄອງຂັ້ນບ້ານ, ຄູ-ອາຈານ ພ້ອມດ້ວຍນ້ອງນ້ອຍນັກຮຽນເຂົ້າຮ່ວມເປັນສັກຂີພິຍານ.

ເພື່ອເປັນການສະແດງຄວາມຮູ້ບຸນຄຸນທາງເມືອງກາສີ ກໍ່ໄດ້ມອບໃບກຽດຕິຄຸນໃຫ້ແກ່ໂຄງການເພື່ອເສັ້ນທາງສາຍ ໄໝ ທີ່ໄດ້ປະກອບສ່ວນຊ່ວຍເຫຼືອໂຮງຮຽນຢູ່ພາຍໃນເມືອງກາສີໃນຄັ້ງນີ້ ເຊີ່ງໃຫ້ກຽດຂຶ້ນມອບໂດຍແມ່ນ ທ່ານ ອ.ຈ ລາຢູ ແສນໃຈວຸດ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງກາສີ ແລະ ຂຶ້ນຮັບໂດຍແມ່ນທ່ານ ທ່ານ ວົງຄໍາ ແສນສະທິດ ຮອງຫົວໜ້າກົມພົວພັນສາກົນຂອງອົງການຈັດຕັ້ງມະຫາຊົນ ຄະນະພົວພັນການຕ່າງປະເທດ ຫ້ອງການຄະນະສັນຕິພາບ ແລະ ຄວາມສາມັກຄີຂອງລາວ. ພ້ອມນີ້ທ່ານ ອ.ຈ ລາຢູ ແສນໃຈວຸດ ກໍ່ໄດ້ມີຄໍາເຫັນໂອ້ລົມ ເຊີ່ງກ່ອນອື່ນທ່ານກໍ່ໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍມາຍັງທ່ານ ວົງຄໍາ ແສນສະທິດ ທີ່ໄດ້ນໍາເອົາເຄື່ອງມາຊ່ວຍເຫຼືອໃນຄັ້ງນີ້ຖືວ່າມີມູນຄ່າສູງກ່ວາໝູ່ໃນການຊ່ວຍເຫຼືອການຮຽນ -ການສອນຢູ່ພາຍໃນເມືອງໃນໄລຍະຜ່ານມາ ພ້ອມນີ້ທ່ານກໍ່ໄດ້ຮຽກມາຍັງບັນດາຄູ-ອາຈານ, ອໍານາດການປົກຄອງຂັ້ນບ້ານຈົ່ງພ້ອມກັນປົກປັກຮັກສານໍາໃຊ້ເຂົ້າໃນວຽກງານການຮຽນ – ການສອນຢູ່ພາຍໃນໂຮງຮຽນໃຫ້ຍາວນານ ແລະ ມີຜົນປະໂຫຍດສູງສຸດ.

ຫຼັງຈາກເພື່ອເປັນການສະແດງຄວາມຮູ້ບຸນຄຸນອັນລົ້ນເຫຼືອ ທ່ານ ຄໍາໝັ້ນ ຫຼວງໄຊ ຜູ້ອຳນວຍການ ໂຮງຮຽນປະຖົມສົມບູນບ້ານ ນາແທ່ນ ກໍ່ໄດ້ກ່າວສະແດງຄວາມຂອບອົກຂອບໃຈມາຍັງ ຄະນະພັກຂັ້ນເທີງ ທີ່ໄດ້ໃຫ້ການຊີ້ນໍາໃນຂົງເຂດວຽກງານການສຶກສາຢູ່ໃນໂຮງຮຽນ ແລະ ກ່າວສະແດງຄວາມຂອບອົກຂອບໃຈມາຍັງທ່ານ ວົງຄໍາ ແສນສະທິດ ທີ່ເຫັນໄດ້ຄວາມໝາຍຄວາມສໍາຄັນ ແລະ ໄດ້ໃຫ້ການຊຸກຍູ້ຊ່ວຍເຫຼືອການຮຽນ – ການສອນໃຫ້ແກ່ທາງໂຮງຮຽນໃນຄັ້ງນີ້, ພ້ອມນັ້ນທ່ານກໍ່ຍັງໃຫ້ຄໍາໝັ້ນສັນຍາວ່າ ຈະພ້ອມກັນປົກປັກຮັກສານໍາໃຊ້ເຂົ້າໃນວຽກງານການຮຽນ – ການສອນ ເພື່ອໃຫ້ມີຄວາມສະດວກ ວ່ອງໄວ ທັນສະໄໝ ມີຄວາມຍາວນານ, ເກີດຜົນປະໂຫຍດອັນສູງສຸດ ຫວັງຢ່າງຍິ່ງວ່າການຊ່ວຍເຫຼືອໃນຄັ້ງນີ້ຈະບໍ່ເປັນຄັ້ງສຸດທ້າຍ ແລະ ກໍ່ຂໍໃຫ້ທາງໂຄງການເພື່ອເສັ້ນທາງສາຍໄໝຈົ່ງໃຫ້ການຊ່ວຍເຫຼືອທາງໂຮງຮຽນໃນຕໍ່ໜ້າຕື່ມອີກ.

ຂ່າວ: ນາງ ດາລັກ
ເມືອງກາສີ

Leave a Reply

Your email address will not be published. Required fields are marked *