ນັບວ່າເປັນຢາດີຊະນິດທີ່ວ່າຫາຊື້ ຫຼື ເຮັດກິນເອງໄດ້ງ່າຍ ສຳລັບໃຜທີ່ກຳລັງມີບັນຫາເຈັບຂໍ້ຫົວ ເຂົ່າ, ຂໍ້ແຂນ, ຂໍ້ຂາ ຫຼື ຂໍ້ບວມ ເຫຼົ່ານີ້ ຈະເຊົາຂາດຫາກດື່ມຊາກິ່ງມ້ອນເປັນປະຈຳ,

ເນື່ອງຈາກຫຼາຍຄົນ ຄືຈະຮູ້ເຖິງສັບພະຄຸນຂອງພືດຊະນິດນີ້ດີຢູ່ແລ້ວ ໂດຍສະເພາະ ໃບມ້ອນ ທີ່ນຳມາປຸງແຕ່ງເປັນຊາ ເພື່ອ ຊ່ວຍຫຼຸດຄວາມດັນ, ແຕ່ເທື່ອນີ້ພວກເຮົາ

ຈຶ່ງໄດ້ຊອກມາຝາກອີກໜຶ່ງສັບພະຄຸນຂອງມອນ ເຊັ່ນ: ກິ່ງຂອງຕົ້ນມອນ ຊຶ່ງເປັນຢາດີການເຈັບຂໍ້ຕ່າງໆເນື່ອງຈາກໃນກິ່ງມອນ ຈະມີລົດຂົມ ແລະເປັນຢາເຢັນ ອອກລິດຕໍ່ຕັບ, ໃຊ້ເປັນຢາຊ່ວຍການ ໄຫຼວຽນ,

ແກ້ຂໍ້ອັກເສບ ເພາະມີໄຂມັນໃນຂໍ້ໜຽວ ຫຼື ລົມຮ້ອນທີ່ເຮັດໃຫ້ປວດແຂນ, ປວດຂາ, ຂາບວມ ຫຼື ຕີນມືຈັງ, ເສັ້ນຕຶງ, ລົມເຂົ້າເສັ້ນ, ຊ່ວຍຮັກສາອາການປວດຂໍ້ມື, ຂໍ້ຕີນ, ເປັນຕະຄິວ ແລະມືນຊາ

ວິທີປຸງຊາກິ່ງມອນ ກໍ່ງ່າຍໆ ພຽງແຕ່ ໃຊ້ກິ່ງມອນແຫ້ງ 20-30 ກຣາມ ກັບ ໃບເຕີຍ 2-3 ໃບ ແລ້ວນຳໄປຕົ້ມ ແລ້ວກໍ່ເອົາມາດື່ມ ໂດຍຊາດັ່ງກ່າວ ຈະດື່ມຕອນຮ້ອນ ຫຼື ເຢັນກໍ່ໄດ້ເຊັ່ນກັນ

Leave a Reply

Your email address will not be published. Required fields are marked *