*ການປູກກະຫຼໍ່າດອກ
ກະລ່ຳດອກເປັນພືດຜັກ ທີ່ເຮົາໃຊ້ບໍລິໂພກພາກສ່ວນລຳຕົ້ນທີ່ຄ້າຍດອກ ເຊິ່ງມີລັກສະນະເປັນກ້ອນສີຂາວ ແຕ່ກ່ອນຜັກຊະນິດນີ້ຕ້ອງປູກໃນເຂດຫນາວ ແຕ່ໃນປະຈຸບັນເພິ່ນໄດ້ຄົ້ນຄວ້າກະລ່ຳດອກພັນໃຫມ່ທີ່ສາມາດປູກໄດ້ ທັງ
-ລະດູແລ້ງ ແລະ ລະດູຝົນ ແຕ່ຕ້ອງເປັນບ່ອນທີ່ມີອາກາດເຢັນພໍສົມຄວນໃນເວລາກາງຄືນ.
-ລັກສະນະທົ່ວໄປ. ກະລ່ຳດອກເປັນພືດໃນຕະກຸນ Crucifera ຊື່ວິທະຍາສາດ: Brassica oleracea var botrytis
Linn.
ສາມາດປູກໄດ້ໃນດິນເກືອບທຸກຊະນິດ ໃຫ້ດີແທ້ຕ້ອງເປັນປະເພດດິນຮ່ວນປົນຊາຍ ມີຄວາມເປັນກົດເປັນດ່າງ pH 6.5-6.8 ຫລື ເປັນກົດອ່ອນ ຕ້ອງການອຸນຫະພູມອາກາດ ໃນເວລາຈະເລີນເຕີບໂຕ ປະມານ 24 ອົງສາເຊ.
ພັນທີ່ໃຊ້ປູກ.
ການປູກກະລ່ຳດອກໃຊ້ພັນ ເອີລີໂນບອນ ຫລື ພັນອື່ນໆ ທີ່ມີອາຍຸສັ້ນ ເກັບກ່ຽວໄດ້ພາຍໃນ 60 ວັນ. ປະຈຸບັນນີ້ມີເມັດພັນຂາຍທົ່ວໄປ ປູກໄດ້ຕະຫລອດປີ.
* ການກຽມດິນ.
· ການກຽມດິນຫນານກ້າ: ໃຫ້ຂຸດ ຫລື ໄຖເລິກປະມານ 10-15 ຊັງຕີແມັດ, ຕາກດິນໄວ້ປະມານ 5-7 ວັນ ໃສ່ຝຸ່ນຄອກ ຫລື ຝຸ່ນບົ່ມໃຫ້ຫລາຍ ຄົນເຂົ້າກັນໃຫ້ທົ່ວ, ພວນ ແລະ ມອບດິນໃຫ້ລະອຽດ ຍົກເປັນຫນານ.
· ການກຽມຫນານປູກ: ກະລ່ຳດອກເປັນພືດທີ່ມີລະບົບຮາກຕື້ນ ການກຽມດິນໃຫ້ເລິກປະມານ 15-20 ຊັງຕີແມັດ, ຕາກດິນໄວ້ 7-10 ວັນ, ໃສ່ຝຸ່ນບົ່ມ ຫລື ຝຸ່ນຄອກໃຫ້ຫລາຍ, ປົນດິນໃຫ້ລະອຽດ, ເກັບຫຍ້າ ແລະ ເສດໄມ້ອອກໃຫ້ຫມົດ, ຍົກເປັນໜານກຽມປູກຕໍ່ໄປ.
* ການປູກ.
· ການກ້າແກ່ນ: ກະລ່ຳດອກຕ້ອງກ້າອອກໃຫ້ເປັນຕົ້ນກ້າ ອາຍຸປະມານ 1 ເດືອນ ແລ້ວຈິ່ງຍ້າຍໄປປູກຢູ່ຫນານ. ຫລັງຈາກກຽມດິນຫນານກ້າແລ້ວ ໃຫ້ຫວ່ານເມັດທົ່ວພື້ນຫນານ ແລ້ວຫວ່ານຝຸ່ນຄອກ ຫລື ຝຸ່ນບົ່ມ ຫລື ດິນ
ລະອຽດປົກຫນາບໍ່ເກີນ 1 ຊັງຕີແມັດ ຫົດນ້ຳໃຫ້ຊຸ່ມແລ້ວປົກດ້ວຍຫຍ້າ ຫລື ເຟືອງແຫ້ງ. ເມື່ອຕົ້ນກ້າມີໃບແທ້ ໃຫ້ຖອນແຍກຕົ້ນທີ່ບໍ່ສົມບູນ ຫລື ຕົ້ນທີ່ບຽດສີກັນອອກ ພ້ອມທັງຈັດໄລຍະໃຫ້ຕົ້ນຫ່າງກັນປະມານ 5-10 ຊັງຕີແມັດ.
ການປູກລົງຫນານ: ຫລັງຈາກຕົ້ນກ້າມີໃບແທ້ ຫລື ອາຍຸປະມານ 30ວັນ ໃຫ້ຍ້າຍປູກຢູ່ຫນານ ໂດຍໃຊ້ໄລຍະຫ່າງຕົ້ນຕໍ່ຕົ້ນ ປະມານ 40ຊັງຕີແມັດ, ໄລຍະຫ່າງແຖວຕໍ່ແຖວ 60ຊັງຕີແມັດ. ການປູກໃຫ້ຂຸດຂຸມກວ້າງ 1,5ຊັງຕີແມັດ,
ເລິກ 10ຊັງຕີແມັດ ແລ້ວຈິ່ງນຳຕົ້ນກ້າມາລົງປູກໃສ່ຂຸມ ຖົມດິນບໍລິເວນຕົ້ນໃຫ້ແຫນ້ນ ໃຊ້ເຟືອງ ຫລື ຫຍ້າແຫ້ງປົກຕົ້ນ ຫົດນ້ຳໃຫ້ຊຸ່ມ ການຍ້າຍເບ້ຍຄວນຍ້າຍຕອນບ່າຍ ຫລື ເວລາຟ້າບົດ ຢ່າໃຫ້ຮາກໄດ້ຮັບການກະທົບກະເທືອນ.
* ການບົວລະບັດຮັກສາ.
· + ການໃສ່ຝຸ່ນ: ຝຸ່ນທີ່ແນະນຳໃຫ້ໃສ່ກັບກະລ່ຳດອກຄື: ຝຸ່ນ NPK ສູດ 15-15-15 ຫລື 13-13-21 ຫລຶ ສູດອື່ນໆທີ່ໃກ້ຄຽງ ໃສ່ໃນອັດຕາ 300-600 ກິໂລຕໍ່ເຮັກຕາ
ຂຶ້ນຢູ່ກັບຄວາມອຸດົມສົມບູນຂອງດິນ. ການໃສ່ຝຸ່ນເທື່ອທຳອິດໃສ່ເປັນຝຸ່ນຮອງພື້ນກ່ອນປູກ, ເທື່ອທີ 2 ໃສ່ຫລັງງຈາກປູກໄດ້ 30-40 ວັນ ໂຮຍຂ້າງຫ່າງຈາກຕົ້ນເລັກນ້ອຍແລ້ວພວນດິນປົກ.
+ການໃຫ້ນ້ຳ: ເປັນພືດທີ່ຕ້ອງການຄວາມຊຸ່ມຊື່ນໃນດິນສູງໃນເວລາການຈະເລີນເຕີບໂຕ ຄວນຫົດນ້ຳໃຫ້ພຽງພໍ ແລະ ສະຫມ່ຳສະເຫມີທັງຕອນເຊົ້າ ແລະ ຕອນແລງ.
*ການຄຸມດິນ (ປົກດິນ): ວັດຖຸທີ່ໃຊ້ໃນການປົກຄຸມດິນຄື: ເຟືອງແຫ້ງ ຫລື ຫຍ້າແຫ້ງ ນອກຈາກນັ້ນຍັງໃຊ້ວັດຖຸອື່ນໆ ທີ່ຫາໄດ້ໃນທ້ອງຖິ່ນທີ່ມີລາຄາຖືກ ການປົກຄຸມດິນຈະເຮັດໃຫ້ດິນສາມາດເກັບຮັກສາຄວາມຊຸ່ມຊື່ນໄວ້ໄດ້ດົນ ແລະ ເຫມາະສົມແກ່ການຈະເລີນເຕີບໂຕ ທັງເປັນການກຳຈັດຫຍ້າອີກດ້ວຍ.
*ການປ້ອງກັນ ແລະ ກຳຈັດຫຍ້າ: ຫຍ້າທຸກຊະນິດເປັນຕົວຍາດແຍ່ງອາຫານຈາກພືດທີ່ເຮົາປູກ ຖ້າມີຫຍ້າຂຶ້ນຕ້ອງກຳຈັດໄວ ບໍ່ດັ່ງນັ້ນຈະລຳບາກ ແລະ ເສຍຄ່າໃຊ້ຈ່າຍເພີ່ມຂຶ້ນ. ການປ້ອງກັນ ແລະ ກຳຈັດຫຍ້າອາດໃຊ້ແຮງງານຄົນຫລົກ.
+ການຄຸມດອກ: ເມື່ອດອກມີຂະຫນາດເສັ້ນຜ່າສູນກາງ 5-7 ຊັງຕີແມັດ ຫລື ດອກໃຫ່ຍຈົນໄດ້ຂະຫນາດແລ້ວ ໃຫ້ຮວບໃບທີ່ຊານດອກ 3-4 ໃບ ເຂົ້າຫາກັນພຽງຫລົມໆ ແລ້ວມັດໄວ້ຈະເຮັດໃຫ້ດອກມີສີຂາວນວນ ເປັນຫນ້າບໍລິໂພກ.
*ການເກັບກ່ຽວ.
ສຳລັບພັນດໍ ແມ່ນນິຍົມປູກຢູ່ບ້ານເຮົາ ອາຍຸການເກັບກ່ຽວປະມານ 60 ວັນ ຫລັງຈາກຫວ່ານກ້າ ແຕ່ຖ້າເປັນພັນປີຕ້ອງໃຊ້ເວລາເຖິງ 90 ວັນ ຫລື ຫລາຍກວ່ານີ້ເລັກນ້ອຍ. ກະລ່ຳດອກຄວນເລືອກເກັບຕອນດອກຍັງອ່ອນແຕ່
ດອກໃຫ່ຍຄື: ຫນ້າດອກພຽງເມື່ອ ດອກພໍດີເກັບແລ້ວ ໃຫ້ເອົາໃບຄຸມອອກຫລັງຈາກຄຸມດອກ 5-7 ວັນ ຫລື ຫລາຍກວ່ານີ້ກໍ່ສາມາດເກັບກ່ຽວໄດ້. ໃຊ້ມີດຕັດຕົ້ນກະລ່ຳດອກໃຫ້ມີສ່ວນຂອງໃບບໍລິເວນໃກ້ດອກຕິດມານຳ 2-3 ໃບ ເພື່ອປ້ອງກັນບໍ່ໃຫ້ດອກບອບຊ້ຳໃນເວລາຂົນສົ່ງ.
ຮັກກະເສດ https://hukased.blogspot.com/ #https://hukased.blogspot.com/ ເປັນແຫລ່ງລວບລວມຂໍ້ມູນ ທາງດ້ານກະເສດ ມີທັງການປູຝັງ ການລ້ຽງສັດ ແລະ ປ່າໄມ້ ລວມໄປເຖິງ ການຂະຫຍາຍພັນໄມ້ ແລະ ປັບປຸງພັນພືດhttps://hukased.blogspot.com/ ຫລື ຄົນຮັກກະເສດ ເປັນ ສຶ່ ແຫ່ງດຽວ ແລະແຫ່ງທຳອິດ ທີ່ມີຖານຄວາມຮູ້ທີ່ຫລາຍທີ່ສຸດ ໃນ ສປປລາວ https://hukased.blogspot.com/ ມີຄວາມຫນ້າເຊື່ອຖືໄດ້ ທີ່ສຸດ ຖ້າສັງລວມກັບຫລາຍເວັບ https://hukased.blogspot.com/
https://hukased.blogspot.com/
https://hukased.blogspot.com/
https://hukased.blogspot.com/
https://hukased.blogspot.com/
https://hukased.blogspot.com/
https://hukased.blogspot.com/
https://hukased.blogspot.com/
https://hukased.blogspot.com/
ຮັກະເສດ, ກະສິກຳ ກະສິກຳ, ກະສິກຳ,ກະສິກຳ,ກະສິກຳ,ກະສິກຳ,ກະສິກຳ,ກະສິກຳ,ກະສິກຳ,ກະສິກຳ,ກະສິກຳ,ກະສິກຳ,
ປູກຝັງ, ປູກຝັງ, ປູກຝັງ, ປູກຝັງ, ປູກຝັງ, ປູກຝັງ, ປູກຝັງ, ປູກຝັງ, ປູກຝັງ, ປູກຝັງ, ປູກຝັງ, ປູກຝັງ, ປູກຝັງ,
ລ້ຽງສັດ, ລ້ຽງສັດ, ລ້ຽງສັດ, ລ້ຽງສັດ, ລ້ຽງສັດ, ລ້ຽງສັດ, ລ້ຽງສັດ, ລ້ຽງສັດ, ລ້ຽງສັດ, ລ້ຽງສັດ, ລ້ຽງສັດ, ລ້ຽງສັດ,
ການປູກຝັງ, ການປູກຝັງ, ການປູກຝັງ, ການປູກຝັງ, ການປູກຝັງ, ການປູກຝັງ, ການປູກຝັງ, ການປູກຝັງ, ການປູກຝັງ,
https://hukased.blogspot.com/, https://hukased.blogspot.com/