ໃນວັນທີ 27 ຕຸລາ 2019 ທ່ານ ຄຳສີອຸດທິວົງ ຮອງເຈົ້າແຂວງໆ ຄຳມ່ວນໄດ້ໃຫ້ກຽດຕ້ອນຮັບຂະບວນການແຂ່ງຂັນລົດຖີບເພື່ອມູນເຊື້ອພາກໃຕ້ຄັ້ງທີ 22 ປະຈຳປີ 2019 ເພື່ອຊິງຂັນລາງວັນຂອງສະຖານີວິທະຍຸກະຈາຍສຽງນະຄອນໂຮ່ຈິມິນ ຂອງ 3 ປະເທດ: ລາວ, ຫວຽດນາມ ແລະ ກຳປູເຈຍ.

ການແຂ່ງຂັນລົດຖີບຄັ້ງນີ້ເຊິ່ງຈຸດທີ່ 6 ຂອງການແຂ່ງຂັນແມ່ນເລີ່ມແຕ່ເຊໂນ ແຂວງສະຫວັນນະເຂດ ຫາ ຈຸດເສັ້ນໄຊຢູ່ຕໍ່ໜ້າຫ້ອງວ່າການປົກຄອງແຂວງຄຳມ່ວນ, ມີລົດຖີບເຂົ້າຮ່ວມ 60 ກວ່າຄັນ, ຕາມເສັ້ນທາງຂອງການແຂ່ງຂັນໄດ້ມີຂະບວນລົດຈັກເປີດທາງ 30 ຄັນ

ເພື່ອອຳນວຍຄວາມສະດວກຕິດຕາມສະພາບຂອງເສັ້ນທາງໃນການແຂ່ງຂັນ ແລະ ມວນຊົນຈາກພະ ແນກການ, ເມືອງ ຕະຫລອດເຖິງນ້ອງນ້ອຍນັກຮຽນໄດ້ຢືນໂບກທຸງໃຫ້ການຕ້ອນຮັບຢ່າງເປັນຂະ ບວນຟົດຟື້ນ.

ພາຍຫລັງສຳເລັດການແຂ່ງຂັນແມ່ນໄດ້ຈັດພິທີມອບຮັບຂັນລາງວັນຢູ່ທີ່ຮ້ານອາຫານພູເບຍ. ເປັນກຽດເຂົ້າຮ່ວມ ແລະ ມອບຂອງລາງວັນໂດຍ ທ່ານ ຄຳສີ ອຸດທິວົງ ຮອງເຈົ້າແຂວງໆ ຄຳມ່ວນ, ທ່ານ ເລ ກົງດົ່ງ ຮອງອຳນວຍການສະຖານີວິທະຍຸກະຈາຍສຽງນະຄອນໂຮຈິມິນ, ມີທ່ານຮອງຫົວໜ້າຫ້ອງວ່າການປົກຄອງແຂວງ, ປກສ ແຂວງ ຕະຫລອດຮອດນັກກິລາ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. ຈາກນັ້ນຂະບວນດັ່ງກ່າວຈະໄດ້ດຳເນີນການແຂ່ງຂັນຈຸດທີ່ 7 ໂດຍຈະໄດ້ເລີ່ມແຕ່ແຂວງບໍລິຄຳໄຊຫານະຄອນຫລວງວຽງຈັນ.

Credit: ແຂວງຄຳມ່ວນ

Leave a Reply

Your email address will not be published. Required fields are marked *