ທ່ານ ແກ້ວຂັນທູນ ດວງຈັນທາ ຮອງຫົວໜ້າຫ້ອງການບໍລິຫານພະແນກ ຖວທ ໄດ້ລາຍງານໃນກອງປະຊຸມສະຫຼຸບວຽກງານ ຖວທ 9 ເດືອນຕົ້ນປີ 2019 ໃຫ້ຮູ້ວ່າ: ໃນໄລຍະຜ່ານມາ ພະແນກ ຖວທ ແຂວງເຊກອງໄດ້ເອົາໃຈໃສ່ຊຸກຍູ້ວຽກງານວັດທະນະທໍາຢ່າງເປັນປົກກະຕິ ໂດຍສະເພາະການສ້າງຄອບຄົວ-ບ້ານວັດທະນະທຳຢູ່ບັນດາເມືອງ ແລະ ໄດ້ກຳນົດເປົ້າໝາຍບ້ານ ເພື່ອສ້າງເປັນບ້ານວັດທະນະທຳໃໝ່, ບ້ານແບບຢ່າງທາງດ້ານວັດທະນະທຳ ຊຶ່ງປະຈຸບັນທົ່ວແຂວງມີບ້ານວັດທະນະທຳ 151 ບ້ານ ກວມ 76,64% ຂອງບ້ານທົ່ວແຂວງ; ມີຄອບຄົວວັດທະນະທຳ 16.870 ຄອບຄົວ ກວມ 71,22% ຂອງຄອບຄົວທົ່ວແຂວງ, ໃນນີ້: ເມືອງລະມາມ ມີບ້ານວັດທະນະທຳ 43 ບ້ານ, ຄອບຄົວວັດທະນະທຳ 5.684 ຄອບຄົວ, ເມືອງທ່າແຕງ 46 ບ້ານ, 6.525 ຄອບຄົວ, ເມືອງກະລຶມ 26 ບ້ານ, 1.728 ຄອບຄົວ ແລະ ເມືອງດາກຈຶງ 32 ບ້ານ, 2.893 ຄອບຄົວ.
ທ່ານ ແກ້ວຂັນທູນ ດວງຈັນທາ ໃຫ້ຮູ້ຕື່ມວ່າ: ໃນໄລຍະ 9 ເດືອນຕົ້ນປີ 2019 ໄດ້ສໍາເລັດກວດກາເນື້ອໃນເອກະສານເປົ້າໝາຍຈະປະກາດເປັນບ້ານວັດທະນະທຳຢູ່ບັນດາເມືອງ ມີ 11 ບ້ານ, ໃນນີ້ ເມືອງດາກຈຶງ ມີ 4 ບ້ານ ແຂວງຮັບຮອງແລ້ວ 3 ບ້ານ; ເມືອງລະມາມ 2 ບ້ານ ຮັບຮອງແລ້ວ, ເມືອງກະລຶມໄດ້ສຸມໃສ່ການລົງປະເມີນບ້ານເປົ້າໝາຍ 5 ບ້ານ, ສ່ວນເມືອງທ່າແຕງສຸມໃສ່ເກັບກຳຂໍ້ມູນຄອບຄົວວັດທະນະທຳໃນຈຳນວນບ້ານທີ່ປະກາດໄປແລ້ວ 520 ຄອບຄົວ, ໄດ້ລົງເຜີຍແຜ່ກົດໝາຍການສະແດງ ແລະ ກົດໝາຍວ່າດ້ວຍປ້າຍ ຢູ່ເມືອງທ່າແຕງໄດ້ 1 ຄັ້ງ, ເອົາໃຈໃສ່ໃນການຄຸ້ມຄອງປ້າຍ ແລະ ຕິດຕາມກວດກາເປັນປົກກະຕິ, ສໍາເລັດການຂຽນປະຫວັດຫຍໍ້ກ່ຽວກັບ 10 ເຜົ່າຂອງແຂວງເຊກອງ ພວມກຽມຈັດພິມເປັນປຶ້ມວິຖີຊີວິດໂດຍຫຍໍ້ຂອງເຜົ່າ, ກວດກາ ແລະ ອອກອະນຸຍາດ ນຳໃຊ້ເນື້ອໃນບົດເພງ-ຂັບລຳ ຈຳນວນ 3 ບົດ, ເຄື່ອນໄຫວດົນຕຣີຮັບໃຊ້ງານ 10 ເຜົ່າເສົາຫຼັກເມືອງ ແລະ ຈັດການງານປະກວດສຽງແຄນລາວໄດ້ 1 ຄັ້ງ, ເຂົ້າຮ່ວມງານພົບປະແລກປ່ຽນວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຂອງບັນດາເຜົ່າ ຢູ່ເມືອງອາເລື້ອຍ ສສ ຫວຽດນາມ ແລະ ສາມາດຍາດໄດ້ອັນດັບທີ 1 ໃນ 15 ລາຍການ ແລະ ໄດ້ຮັບໃບກຽດຕິຄຸນ 1 ໃບ ຈາກກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ສສ ຫວຽດນາມ, ເຂົ້າຮ່ວມການປະກາດຮັບຮອງບ້ານວັດທະນະທຳຢູ່ເມືອງດາກຈຶງ 2 ຄັ້ງ.
ສໍາລັບທິດທາງ 3 ເດືອນຕໍ່ໜ້າ ສືບຕໍ່ຊຸກຍູ້ຫ້ອງການ ຖວທ ເມືອງຈັດພິທີປະກາດບ້ານວັດທະນະທຳທີ່ຂັ້ນເທິງຮັບຮອງໃຫ້ສຳເລັດ, ສູ້ຊົນລົງຊຸກຍູ້ການສ້າງຄອບຄົວ, ບ້ານ ແລະ ບ້ານແບບຢ່າງທາງດ້ານວັດທະນະທຳໃນ 4 ເມືອງ, ພ້ອມເນັ້ນສ້າງໃຫ້ໄດ້ບ້ານວັດທະນະທຳຕາມແຜນຍັງ 10 ບ້ານ, ຄອບຄົວວັດທະນະທຳ 1,400 ຄອບຄົວ, ບ້ານວັດທະນະທຳແບບຢ່າງ 2 ບ້ານ, ລົງຊຸກຍູ້ຕິດຕາມ-ກວດກາປະເມີນຜົນຄືນການສ້າງຄອບຄົວ, ບ້ານວັດທະນະທຳທີ່ປະກາດຮັບຮອງຜ່ານມາ, ເອົາໃຈ ໃສ່ຊຸກຍູ້ການເຄື່ອນໄຫວດ້ານສີລະປະວັນນະຄະດີ ໃຫ້ເປັນຂະບວນກວ້າງຂວາງ, ຈັດຕັ້ງງານປະກວດສຽງເພງ, ປະກວດສີລະປະວັນນະຄະດີ, ປະກວດຂັບລຳທ້ອງຖິ່ນ, ປະກວດສຽງແຄນ, ປະກວດການປະດິດຄິດແຕ່ງບົດເພງ, ເສີມຂະຫຍາຍມູນເຊື້ອວັດທະນະທໍາຂອງບັນດາເຜົ່າ ດ້ວຍການອະນຸລັກຮັກສາຮີດຄອງປະເພນີອັນດີງາມ, ການນຸ່ງຖືແບບຊົນເຜົ່າ, ອະນຸລັກເຮືອນຊົນເຜົ່າໃຫ້ມີຄວາມຍືນຍົງໂດຍຕິດພັນກັບການພັດທະນາເປັນໂຮມສະເຕ, ສືບຕໍ່ຄົ້ນຄວ້າ, ເກັບກໍາ-ວິໃຈຂໍ້ມູນກ່ຽວກັບວິຖີຊີວິດຂອງ 10 ເຜົ່າຂອງແຂວງ ແລະ ຈັດພິມເປັນປຶ້ມໃຫ້ສໍາເລັດ.
ທີ່ມາ: Medialao
ພາບ-ຂ່າວ: ພຸດທະສອນ