ສື່ມວນ​ຊົນ​ໄທ​ລາຍ​ງານ​ວ່າ, ນັບ​ແຕ່​ຕົ້ນ​ປີ​ນີ້, ​ຂ່າ​ເງິນ​ບາດ​ຂອງ​ໄທ​ແຂງ​ຄ່າ​ເຖິງ 7,6%. ຫວ່າງມໍ່​ໆມາ​ນີ້, ອັດ​ຕາ​ແລກ​ປ່ຽນເງິນ​ບາດ​ກັບ​ເງິນ​ໂດ​ລາ​ສະ​ຫະ​ລັດ ເຄີຍ​ຢູ່​ໃນ​ລະ​ດັບ 30,30 ບາດ​ຕໍ່ 1 ໂດ​ລາ ເຊິ່ງ​ເປັນ​ຈັງ​ຫວະ​ການ​ແຂງ​ຄ່າ​ສູງ​ສຸດ​ໃນ​ຮອບ 6 ປີ​. ຜູ້​ຊ່ຽວ​ຊານ​ຄາດ​ວ່າ ຄ່າເງິນ​ບາດ​ຍັງ​ຈະ​ສືບ​ຕໍ່​ແຂງ​ຄ່າ​ຕື່ມ​ອີກ.

​ຄ່າເງິນ​ບາດ​ເລີ່ມ​ແຂງ​ຄ່າ​ມາແຕ່​ປີ 2014 ແລະ ປີ2019 ມີ​​ທ່າ​ອ່ຽງ​ເພີ່ມ​ຂຶ້ນ​ຢ່າງແຮງ ເຊິ່ງປັດ​ຈຸ​ບັນ​ໄດ້​ແຂງ​ຄ່າ​ເຖິງ 7,6%. ຫວ່າງມໍ່ໆ​ນີ້, ສູນ​ຄົ້ນ​ຄ້​ວາ​ກະ​ສິກອນ​ໄທ​ຄາດ​ວ່າ, ເງິນ​ບາດ​ຍັງ​ຈະ​ຂຶ້ນ​ລາ​ຄາ​ຕື່ມ​ອີກ, ເມື່ອ​ຮອດ​ທ້າຍ​ປີ​ໜ້າ, ອັດ​ຕາ​ແລກ​ປ່ຽນເງິນ​ບາດ​ກັບ​ເງິນ​ໂດ​ລາ​ສະ​ຫະ​ລັດ​ອາດ​ຈະ​ສູງ​ຂຶ້ນ​ຢູ່ໃນ​ລະ​ຫວ່າງ 29,20 ຫາ 29,30 ບາດ​ຕໍ່ 1 ໂດ​ລາ ເຊິ່ງ​ເປັນ​ຈຸດ​ສູງ​ສຸດ​ໃນ​ຮອບ 7 ປີ​, ແຕ່​ຄາດ​ວ່າທ່າ​​ອ່ຽງ​ການ​ແຂງ​ຄ່າໃນ​ປີ​ໜ້າ​ຈະ​ບໍ່​​ແຮງ​ຂຶ້ນ​ຄື​ກັບ​ປີ​ນີ້.

 

​ໃນ​ຂະ​ນະ​ທີ່ເງິນ​ບາດແຂງ​ຄ່າ​ຢ່າງ​ແຮງ​ກໍ​ໄດ້​ສົ່ງ​ຜົນ​ສະ​ທ້ອນ​ໃຫ້​ແກ່​ຂະ​ແໜງ​ການ​ສົ່ງ​ອອກ, ຂະ​ແໜງ​ການ​ທ່ອງ​ທ່ຽວ​ແລະ​ຂະ​ແໜງ​ການ​ອະ​ສັງ​ຫາ​ລິ​ມະ​ຊັບ​ຂອງ​ໄທ ເຊິ່ງ​ລັດ​ຖະ​ບານ​ໄທ​ໄດ້​ຕິດ​ຕາມ​ຢ່າງ​ໃກ້​ຊິດ​ມາ​ໂດຍ​ຕະຫຼອດ​ຕໍ່​ທ່າ​ອ່ຽງ​​ການ​ແຂງ​ຄ່າຂອງ​ເງິນ​ບາດ, ຫຼາຍ​ເດືອນ​ກ່ອນ​ໜ້າ​ນີ້, ທະ​ນາ​ຄານ​ກາງ​​ຂອງໄທ​ກໍ​ໄດ້​ອອກ​ມາດ​ຕະ​ການຫຼາຍ​ຢ່າງ ເຊິ່ງ​ລວມ​ທັງ​ການຫຼຸດ​ການ​ລົງ​ທຶນ​ຕໍ່ພັນ​ທະ​ບັດ​ໄລ​ຍະ​ສັ້ນ​ໃຫ້​ໜ້ອຍ​ລົງ ແລະຫຼຸດ​ຂໍ້​ຈຳ​ກັດ​ຕໍ່​ບັນ​ຊີ​ເງິນ​ຝາກ​ຂອງ​ຄົນ​ຕ່າງ​ປະ​ເທດ ເພື່ອຫຼຸດ​ຈັງ​ຫວະ​ເໜັງ​ຕິງ​ຂອງ​ຄ່າເງິນ​ບາດ​ໃຫ້​ຊ້າ​ລົງ, ແຕ່​ເບິ່ງ​ຈາກ​ຜົນ​ໃນ​ປັດ​ຈຸ​ບັນ​ແລ້ວ ຄື​ຊິບໍ່​​ເປັນ​ຜົນ. ສູນ​ຄົ້ນ​ຄ້​ວາ​ກະ​ສິ​ກອນ​ໄທ​ກ່າວ​ວ່າ, ຖ້າ​ເບິ່ງ​​ຈາກແງ່​ມູມ​ຂອງ​ນັກ​ລົງ​ທຶນ, ເມື່ອ​ທຽບ​ກັບ​ເງິນ​ຕາ​ທີ່ບໍ່​ໝັ້ນ​ທ່ຽງ​ອື່ນໆ​ແລ້ວ, ​ຄ່າເງິນ​ບາດຍັງ​ມີ​ສະ​ຖຽນ​ລະ​ພາບ.

 

ນອກ​ນີ້ຍັງ​ຄາດ​ວ່າ, ທ່າ​ອ່ຽງ​ຂອງ​​ຄ່າເງິນ​ບາດ​ໃນ​ອະ​ນາ​ຄົດ​ອາດ​ຈະ​ໄດ້​ຮັບ​ຜົນ​ສະ​ທ້ອນ​ຈາກ​ນະ​ໂຍ​ບາຍ​​ດ້ານເສດ​ຖະ​ກິດ​ຂອງ​ອາ​ເມ​ລິ​ກາ​ຢ່າງ​ຕໍ່​ເນື່ອງ.

 

ທີ່ມາ: CRI News

Leave a Reply

Your email address will not be published. Required fields are marked *