ໃນລະຫວ່າງວັນທີ 24-25 ຕຸລານີ້, ສະຫາຍ ພົນຕີ ປອ ວົງ ຄຳ ພົມມະກອນ ກຳມະການຄະ ນະປະຈໍາພັກ ກະຊວງປ້ອງກັນ ປະເທດ ຫົວໜ້າກົມໃຫຍ່ພະລາ ທິການກອງທັບ ແລະ ສະຫາຍ ພົນຈັດຕະວາ ຄຳມ່ວນ ເລືອງວັນ ຫຼ້າ ຮອງຫົວໜ້າຫ້ອງວ່າການ ກະຊວງປ້ອງກັນປະເທດຕາງ ໜ້າໃຫ້ກະຊວງປ້ອງກັນປະ ເທດໄດ້ສືບຕໍ່ມອບເຄື່ອງອຸປະ ໂພກ-ບໍລິໂພກໃຫ້ ແຂວງຈໍາປາ ສັກ ແລະ ແຂວງສາລະວັນ, ມີມູນຄ່າແຂວງລະ 50 ລ້ານກີບ ເພື່ອນໍາໄປມອບຕໍ່ ແລະ ແຈກ ຢາຍໃຫ້ປະຊາຊົນທີ່ໄດ້ຮັບຜົນ ກະທົບຈາກໄພພິບັດທໍາມະຊາດ ນໍ້າຖ້ວມຢູ່ສອງແຂວງດັ່ງກ່າວ.

ໂດຍການກ່າວຮັບເຄື່ອງ ຊ່ວຍເຫຼືອດັ່ງກ່າວຢູ່ ແຂວງຈໍາປາ ສັກ ແມ່ນ ສະຫາຍ ປອ ບຸນຖອງ ດີວິໄຊ ເລຂາພັກແຂວງ ເຈົ້າ ແຂວງໆຈໍາປາສັກ, ມີຕາງໜ້າຈາກ ກອງບັນຊາການທະຫານແຂວງ ຈໍາປາສັກ ແລະ ພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມແລະ ຕາງໜ້າກ່າວຮັບຢູ່ແຂວງ ສາລະວັນ ໂດຍແມ່ນ ສະຫາຍ ຄໍາ ຈັນ ແຈ່ມສະໝອນ ຄະນະປະຈໍາ ພັກແຂວງປະທານກວດກາພັກ-ລັດແຂວງສາລະວັນ, ມີຕາງໜ້າ ກອງບັນຊາການທະຫານແຂວງ ສາລະວັນ ແລະ ພາກສ່ວນກ່ຽວ ຂ້ອງ ເຂົ້າຮ່ວມ. ສະຫາຍ ພົນຕີ ປອ ວົງຄຳ ພົມມະກອນ ໄດ້ມີຄໍາເຫັນວ່າ: ການເຄື່ອນໄຫວມອບເຄື່ອງຊ່ວຍ ເຫຼືອໃນຄັ້ງນີ້ ກໍເພື່ອເປັນການປະ ກອບສ່ວນຊຸກຍູ້ປະຊາຊົນທີ່ໄດ້ ຮັບຜົນກະທົບຈາກໄພພິບັດທໍາ ມະຊາດນຳ້ຖ້ວມດັ່ງກ່າວໃຫ້ມີ ກຳລັງໃຈໃນການລໍາລົງຊີວິດ ແລະ ມີກຳລັງໃຈສືບຕໍ່ປັບປຸງປົວແປງຊີວິດການເປັນຢູ່ຂອງເຂົາ ເຈົ້າໃຫ້ກັບຄືນສູ່ສະພາບປົກກະ ຕິໂດຍໄວ ເຊິ່ງຍາມໃດກອງທັບ ກັບປະຊາຊົນກໍໄດ້ຄຽງບ່າຄຽງ ໄຫຼ່ກັນມາຕະຫຼອດ ດັ່ງຄໍາຂວັນ ທີ່ວ່າ: ກອງທັບກັບປະຊາຊົນຄື ປາກັບນໍ້າ. ສະຫາຍຍັງໄດ້ອວຍ ພອນໃຫ້ການນໍາແຕ່ລະແຂວງ ສືບຕໍ່ນໍາພາພັດທະນາແຂວງ ຂອງ ຕົນໃຫ້ກ້າວຂື້ນຢ່າງບໍ່ຢຸດຢັ້ງ.

ໂອກາດນີ້,ຕາງໜ້າໃຫ້ແຕ່ລະ ແຂວງ ກໍໄດ້ລາຍງານໃຫ້ຊາບ ໂດຍຫຍໍ້ຜົນເສຍຫາຍຈາກໄພພິ ບັດທຳມະຊາດນໍ້າຖ້ວມຢູ່ແຂວງຂອງຕົນໃນໄລຍະຜ່ານມາ ພ້ອມ ທັງໄດ້ກ່າວສະແດງຄວາມຂອບໃຈນໍາກະຊວງປ້ອງກັນປະເທດ ທີ່ເຫັນໄດ້ເຖິງຄວາມຈໍາເປັນຕໍ່ຊີ ວິດການເປັນຢູ່ຂອງປະຊາຊົນທີ່ ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມ ດັ່ງກ່າວຈຶ່ງໄດ້ນໍາເອົາເຄື່ອງມາມອບໃນຄັ້ງນີ້ ແລະ ຈະເປັນການ ປະກອບສ່ວນອັນສໍາຄັນເຂົ້າໃນການປັບປຸງປົວແປງຊີວິດການ ເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນ ກວ່າເກົ່າ. ຈາກນັ້ນແຕ່ລະແຂວງ ກໍໄດ້ມອບໃບຍ້ອງຍໍໃຫ້ແກ່ກະ ຊວງປ້ອງກັນປະເທດທີ່ມີຜົນ ງານໃນການປະກອບສ່ວນຊ່ວຍ ເຫຼືອຜູ້ປະສົບໄພນໍ້າຖ້ວມຄັ້ງນີ້ ອີກດ້ວຍ.

ໂດຍ: ນ. ຍ້ອມເພັດ ວິໄລພັນ

Leave a Reply

Your email address will not be published. Required fields are marked *