ໃນວັນທີ 25 ຕຸລາ ນີ້, ຢູ່ທີ່ຫໍພິ ພິທະພັນ ປະທານ ໄກສອນ ພົມວິ ຫານ ໄດ້ເປີດວາງສະແດງຮູບພາບ ໃນໂອກາດລະນຶກວັນມູນ ເຊື້ອທະ ຫານ ອາສາສະໝັກ ແລະ ຊ່ຽວຊານ ຫວຽດນາມໃນພາລະກິດປະຕິ ວັດຂອງປະຊາຊົນລາວ ບັນດາ ເຜົ່າຄົບຮອບ 70 ປີ (30/10/ 1949-30/10/2019) ໂດຍ ໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ຫງຽນ ບ໋າຮຸ່ງ ເອກອັກຄະລັດ ຖະທູດ ສສ ຫວຽດນາມ, ມີຄະ ນະນຳກະຊວງປ້ອງກັນປະເທດ, ກະຊວງປ້ອງກັນຄວາມສະຫງົບ, ກົມໃຫຍ່ຫ້ອງວ່າການກະຊວງ, ແຂກທີ່ຖືກເຊີນ ຄະນະພັກ-ຄະນະ ບັນຊາ, ຂະແໜງການທີ່ກ່ຽວ ຂ້ອງເຂົ້າຮ່ວມ. ສະຫາຍ ພົນໂທ ປອ ທອງລອຍ ສີລິວົງ ກຳມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງ ກັນປະເທດ, ຫົວໜ້າກົມໃຫຍ່ການ ເມືອງກອງທັບໄດ້ກ່າວໃນພິທີ ວ່າ:

ການຈັດຕັ້ງງານວາງສະ ແດງຮູບພາບລະນຶກວັນມູນເຊື້ອ ທະຫານອາສາສະໝັກ ແລະ ຊ່ຽວ ຊານຫວຽດນາມ ໃນພາລະກິດປະ ຕິວັດຂອງປະຊາຊົນລາວ ບັນດາ ເຜົ່າຄັ້ງນີ້ແມ່ນມີຄວາມໝາຍສໍາ ຄັນຍິ່ງນອກຈາກເປັນການລະ ນຶກ, ຫວນຄືນ, ທົບທວນຈົດຈໍາ ເຖິງຜົນງານ, ມູນເຊື້ອຂອງທະ ຫານອາສາສະໝັກ ແລະ ຊ່ຽວ ຊານຫວຽດນາມ ທີ່ໄດ້ມາເຄື່ອນ ໄຫວປະຕິບັດໜ້າທີ່ໃນພາລະກິດ ຕໍ່ສູ້ປົດປ່ອຍຊາດຂອງປະຊາຊົນ ລາວບັນດາເຜົ່າແລ້ວ, ຍັງເປັນ ການໂຄສະນາສຶກສາອົບຮົມວັນ ປະຫວັດສາດ, ມູນເຊື້ອແຫ່ງການ ຮ່ວມສໍາພັນສູ້ຮົບລະຫວ່າງກອງ ທັບລາວ-ຫວຽດນາມ ໃນການຕໍ ສູ້ຕ້ານພວກລ່າເມືອງຂຶ້ນຝຣັ່ງ ແລະ ຈັກກະພັດອາເມຣິກາຜູ້ຮຸກ ຮານໃຫ້ນາຍ ແລະ ພົນທະຫານໃນ ທົ່ວກອງທັບປະຊາຊົນລາວ ແລະ ທຸກຊັ້ນຄົນທັງພາຍໃນ ແລະ ຕ່າງ ປະເທດເຫັນໄດ້ຄວາມໝາຍສໍາ ຄັນ, ນໍ້າໃຈສາກົນກໍາມະຊີບອັນ ບໍລິສຸດຜຸດຜ່ອງຂອງເພື່ອນມິດ ຍຸດທະສາດ ແລະ ສືບຕໍ່ເສີມຂະ ຫຍາຍນໍ້າໃຈສາມັກຄີຮ່ວມສ້າງ ສໍາພັນສູ້ຮົບພິເສດ ລະຫວ່າງກອງ ທັບປະຊາຊົນລາວ ແລະ ກັບກອງ ທັບປະຊາຊົນຫວຽດນາມ, ປະກອບສ່ວນໂດຍກົງເຂົ້າໃນ ການເພີ່ມພູນຄູນສ້າງສາຍພົວພັນ ມິດຕະພາບຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານໃຫ້ ນັບມື້ມີຄວາມແໜ້ນແຟ້ນໝັ້ນຄົງ ທະນົງແກ່ນ ແລະ ຂະຫຍາຍຕົວ ຍິ່ງຂຶ້ນ.

ວັນທີ 30/10/1949 ໄດ້ກາຍ ເປັນວັນແຫ່ງມູນເຊື້ອຂອງທະ ຫານອາສາສະໝັກ ແລະ ຊຽວ ຊານຫວຽດນາມຢູ່ລາວ ແລະ ນັບແຕ່ນັ້ນມາການຮ່ວມສໍາພັນ ສູ້ຮົບຕ້ານສັດຕູໂຕດຽວຂອງ ສອງຊາດ ຈຶ່ງໄດ້ກາຍເປັນຂີດ ໝາຍຮັດແໜ້ນຄວາມສາມັກຄີ ຂອງສອງຊາດລາວ-ຫວຽດ ນາມ, ພາລະກິດຕໍ່ສູ້ປົດປ່ອຍຊາດ, ປົກປັກຮັກສາ ແລະ ສ້າງສາພັດ ທະປະເທດຊາດບັນດາກອງກໍາ ລັງອາສາສະໝັກ ແລະ ຊ່ຽວຊານ ຫວຽດນາມ ວິລະຊົນອ້າຍນ້ອງ ໄດ້ຄຽງບ່າ, ຄຽງໄລ, ຮ່ວມສຸກ ຮ່ວມທຸກ, ຮ່ວມຂຸມສູ້ຮົບກັບກອງ ທັບປະຊາຊົນລາວ ຜ່ານຜ່າຄວາມ ຫຍຸ້ງຍາກລໍາບາກ, ເຕັມໄປ ດ້ວຍການເສຍສະຫຼະທັງຊີວິດ ແລະ ເລືອດເນື້ອເພື່ອແລກເອົາ ຄວາມເປັນເອກະລາດ, ອິດສາ ລະພາບມາໃຫ້ຊາດລາວເຮົາຈົນ ກາຍເປັນແຫ່ງມູນເຊື້ອຄວາມ ສາມັກຄີຮ່ວມສໍາພັນສູ້ຮົບພິ ເສດລະຫວ່າງສອງກອງທັບ ລາວ-ຫວຽດນາມໄວ້ຊົ່ວຟ້າກາ ລະນານ.

ໂດຍ: ສົມເພັດ

Leave a Reply

Your email address will not be published. Required fields are marked *