ພຸດທະສາສະນິກະຊົນ ລາວ ແລະ ໄທເປັນຈຳນວນຫລາຍ ຮ່ວມພິທີທອດມະຫາກະຖິນຈາກເຈົ້າຊີວິດໄທ ຖວາຍຢູ່ຫໍທຳມະສະ
ພາວັດພະທາດຫລວງເໜືອ ນະຄອນຫລວງວຽງຈັນ ໃນຕອນເຊົ້າວັນທີ 27 ຕຸລານີ້.
ພາຍຫລັງກອງບຸນມະຫາກະ ຖິນເຈົ້າຊີວິດໄດ້ເຄື່ອນຂະບວນ ຈາກສະຖານເອກອັກຄະຣາຊະທູດ ໄທປະຈຳ ສປປລາວ ໄປສູ່ພະທາດ ຫລວງ ເພື່ອແຫ່ອ້ອມ 3 ຮອບ, ຈາກ ນັ້ນທ່ານ ສຸວິດ ສິມະຫາສະກຸນ ປະ ທານສະມາຄົມ ໄທ-ລາວ ເພື່ອມິດ ຕະພາບ, ສະຖານເອກອັກຄະຣາຊະ ທູດໄທປະຈຳ ສປປ ລາວ, ສະມາ ຄົມລາວ-ໄທ
ເພື່ອມິດຕະພາບ ແລະ ສະມາຄົມໄທ-ລາວ ເພື່ອມິດຕະ ພາບ ໄດ້ຖວາຍໃຫ້ແກ່ພະຍອດແກ້ວ ມະຫາສັງຄະສຸທຳມະທິບໍດີ ຣັດຕະ ນະມະຫາສັງຄະປາໂມກ ປະທານ ສູນກາງອົງການພຸດທະສາສະໜາ ສຳພັນແຫ່ງ ສປປ ລາວ. ພ້ອມນີ້ຍັງ ຖວາຍພັດຕາຫານແດ່ພະພິຂຸສົງ 75 ອົງຕື່ມອີກ.