ສປປ ລາວ ເປັນເຈົ້າພາບຈັດກອງປະຊຸມ ອຸທິຍານ ມໍລະດົກທາງທຳມະຊາດ ອາຊຽນ ຄັ້ງທີ 6 ໃນລະຫວ່າງວັນທີ 21-24 ຕຸລາ 2019 ຢູ່ໂຮງແຮມ ຈໍາປາສັກແກຣນ ນະຄອນ ປາກເຊ ໂດຍການເປັນປະທານຂອງ ທ່ານ ຄຳບຸນນັດ ໄຊຍະນົນ ຮອງລັດຖະມົນຕີ ກະຊວງ ກະສິກຳ ແລະ ປ່າໄມ້, ທ່ານ ບົວສອນ ວົງສອງຄອນ ຮອງເຈົ້າແຂວງ ຈຳປາສັກ, ມີຫົວໜ້າຫ້ອງການຮ່ວມພັດທະນາ ສະຫະພາບເອີຣົບ ປະຈຳ ຟີລິບປິນ, ຜູ້ອຳນວຍການໃຫຍ່ ດ້ານການພັດທະນາແບບ ຍືນຍົງ, ເລຂາທິ ການອາຊຽນ; ຫົວໜ້າສູນຊີວະນາໆພັນ ອາຊຽນ; ຜູ້ຕາງໜ້າ ອົງການ ກອງທຶນຮ່ວມພັດທະນາປະ ເທດເຢຍລະມັນ, ບັນດາ ຜູ້ຈັດການສວນອຸທິຍານ ຈາກ 10 ປະເທດອາຊຽນ ເຂົ້າຮ່ວມ.

ທ່ານ ຄຳບຸນນັດ ໄຊຍະນົນ ກ່າວວ່າ: ສປປ ລາວ ຍັງເປັນ ປະເທດທີ່ມີຄວາມອຸດົມສົມບູນທາງທຳມະຊາດ ໂດຍສະເພາະ ປ່າໄມ້, ຊີວະນາໆພັນ, ສະນັ້ນ ພັກ ແລະ ລັດຖະບານລາວ ຈິ່ງ ມີນະໂຍບາຍ ໃຫ້ກຳນົດ ເຂດປ່າສະຫງວນແຫ່ງຊາດ ຫລາຍ ແຫ່ງໃນຂອບເຂດທົ່ວປະເທດ ເພື່ອໃຫ້ກາຍເປັນປະເທດ ສີຂຽວ-ສວຍງາມ. ຕະຫລອດວາລະດໍາເນີນກອງປະຊຸມ ມໍລະດົກທາງທຳມະຊາດ ອາຊຽນ (AHP) ຄັ້ງທີ 6 ນີ້ ບັນດາ ຜູ້ບໍລິຫານຈັດການປ່າສະຫງວນ 10 ປະເທດອາຊຽນ ໄດ້ ແລກປ່ຽນບົດຮຽນ ໃນການຄຸ້ມຄອງ ແລະ ການບໍລິຫານ ຊັບພະຍາກອນ ທຳມະຊາດ ແລະ ຊີວະນາໆພັນ ເພື່ອຫັນ ມາຮ່ວມມືກັນເປັນໜຶ່ງດຽວ ໃນການເອົາໃຈໃສ່ບັນ ຫານີ້ໃຫ້ຫລາຍຂຶ້ນ ທັງເປັນການສະເຫລີມສະຫລອງວັນ ຄົບຮອບ 35 ປີ ຂອງສວນອຸທິຍານ ມໍລະດົກອາຊຽນ ອີກດ້ວຍ.

ໃນກອງປະຊຸມຄັ້ງນີ້ ນອກຈາກແລກປ່ຽນແບບແຜນ ການຄຸ້ມຄອງ ແລະ ຍຸດທະະສາດການທະນາແບບຍືນນານ ສໍາລັບປ່າໄມ້, ສັດນໍ້າ, ສັດປ່າ, ຊີວະນາໆພັນແລ້ວ ລາວເຮົາ ໄດ້ທົບທວນ ແລະ ນໍາສະເໜີເອົາປ່າສະຫງວນ 2 ແຫ່ງຄື: ປ່າສະຫງວນແຫ່ງຊາດພູຊຽງທອງ ຢູ່ ແຂວງ ຈໍາປາສັກ ແລະ ປ່າສະຫງວນແຫ່ງຊາດຫີນໜາມໜໍ່ ຢູ່ ແຂວງ ຄໍາມ່ວນ ເຂົ້າເປັນມໍລະດົກທາງທໍາມະຊາດອາຊຽນຕື່ມອີີກ,ຈາກທີ່ປັດຈຸບັນ ມີພຽງແຫ່ງດຽວຢູ່ແຂວງ ນໍ້າທາ ໃຫ້ເປັນ 3 ແຫ່ງ, ຂະ ນະທີ່ບັນດາປະເທດອາຊຽນດ້ວຍກັນຢືນຢັນໃຫ້ທຸກປະເທດ ປະຕິບັດຖະແຫລງການຊຽງໃໝ່ ວ່າດ້ວຍ: ການຄ້າສັດປ່າ ແບບຜິດກົດໝາຍ, ການຕອບໂຕ້ຕໍ່ກັບການສູນຫາຍ ຂອງຊະນິດພັນສັດປ່າ, ການແກ້ໄຂບັນດາກິດຈະກຳທີ່ຜິດ ກົດໝາຍ ຢູ່ສວນອຸທິຍານແຫ່ງຊາດ ແລະ ຮ່ວມກັນເອົາໃຈ ໃສ່ໃນການອະນຸລັກຊະນິດພັນສັດນໍ້າ, ສັດປ່າ ທີ່ໃກ້ສູນພັນ. ກອງປະຊຸມໄດ້ເປີດໂອກາດໃຫ້ຜູ້ແທນລົງຢ້ຽມຢາມພື້ນທີ່ພາກສະໜາມຕົວຈິງ ເພື່ອຊົມຄວາມອຸດົມສົມບູນ ແລະ ຄວາມສວຍງາມທາງ ທຳມະຊາດ ໃນເຂດປ່າສະຫງວນ ແຫ່ງຊາດ ດົງຫົວສາວ ແລະ ປ່າສະຫງວນ ແຫ່ງຊາດ ເຊປຽນ ທີ່ຕັ້ງຢູ່ແຂວງ ຈໍາປາສັກ ເຊິ່ງເປັນສ່ວນໜຶ່ງຂອງ ເຂດລາມຊາ-ບຶງກຽດໂງ້ງ.

ຂ່າວ: ເກດສະໜາ ແກ້ວສຸວັນນະແສງ

Leave a Reply

Your email address will not be published. Required fields are marked *