ໃນຕອນຄໍ່າວັນທີ 26 ຕຸລາ 2019, ສະມາຄົມ ລາວ- ໄທ ເພື່ອມິດຕະພາບ ຮ່ວມກັບ ສະມາຄົມ ໄທ-ລາວ ເພື່ອມິດຕະພາບ ແລະ ສະຖານເອກອັກຄະຣາຊະທູດແຫ່ງຣາຊະອານາ ຈັກໄທ ປະຈຳ ສປປ ລາວ ໄດ້ມີພິທີສູດສົມໂພດກອງກະຖິນພະຣາຊະທານຂອງເຈົ້າຊີວິດແຫ່ງຣາຊະອາ ນາຈັກໄທ ເພື່ອນໍາໄປທອດຖວາຍ ທີ່ວັດພະທາດຫຼວງເໝືອ, ເມືອງໄຊເສດຖາ, ນະຄອນຫຼວງວຽງຈັນ

ເຊິ່ງແມ່ນຍາທ່ານໃຫຍ່ມະຫາງອນ ດຳລົງບຸນ ມະຫາເຖຣະເຈົ້າ, ປະ ທານອົງການພຸດທະສາສະໜາສຳພັນລາວ ເປັນຜູ້ຮັບຜ້າກະຖິນ.

ການຖວາຍກະຖິນພະຣາຊະທານຂອງເຈົ້າຊີວິດໄທຄັ້ງນີ້ ເປັນການປະກອບສ່ວນສຳຄັນເຂົ້າໃນການເສີມຂະຫຍາຍສາຍພົວພັນຮ່ວມມື ທີ່ມີມູນເຊື້ອດີງາມ ລະຫວ່າງ ສອງປະເທດ ທີ່ເປັນບ້ານໃກ້ ເຮືອນຄຽງ, ທັງເປັນການສົ່ງເສີມຮີດຄອງ ປະເພນີດ້ານພຸດທະສາດສະໜາ ຂອງ ສອງປະເທດອີກດ້ວຍ.

Leave a Reply

Your email address will not be published. Required fields are marked *