ຕາມຂ່າວ CRI ໃນວັນທີ 24 ຕຸລາ 2019 ທີ່ນະຄອນຫຼວງວຽງຈັນ, ກະຊວງໄປສະນີ, ໂທລະຄົມມະນາຄົມ ແລະການສື່ສານ ສປປ ລາວ ໄດ້ເຊັນບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການຮ່ວມມືທາງດ້ານເຕັກໂນໂລຊີການສື່ສານ ແລະຂໍ້ມູນຂ່າວສານ ກັບກະຊວງອຸດສະຫະກໍາ ແລະເຕັກໂນໂລຊີຂໍ້ມູນຂ່າວສານ ສປ ຈີນ, ຕາງໜ້າຝ່າຍລາວລົງນາມໂດຍ ທ່ານ ທັນສະໄໝ ກົມມະສິດ ລັດຖະມົນຕີກະຊວງໄປສະນີ, ໂທລະຄົມມະນາຄົມ ແລະການສື່ສານລາວ ຮ່ວມກັບຕາງໜ້າຝ່າຍຈີນລົງນາມໂດຍ ທ່ານ ມຽວເວີຍ ລັດຖະມົນຕີກະຊວງອຸດສາຫະກຳ ແລະເຕັກໂນໂລຊີ ຈີນ, ໂດຍການເຂົ້າຮ່ວມເປັນສັກຂີພິຍານຂອງທ່ານ ຈ່ຽງຈ້າຍຕຸ່ງ ເອກອັກຄະລັດຖະທູດ ຈີນ ປະຈໍາ ລາວພ້ອມດ້ວຍຜູ້ຕາງໜ້າຈາກພາກສ່ວນທີ່ກ່ຽວຂ້ອງຂອງສອງປະເທດລາວ-ຈີນ.
ການເຊັນບົດບັນທຶກຄວາມເຂົ້າໃຈຄັ້ງນີ້ ແມ່ນເປັນການສືບຕໍ່ເພີ່ມທະວີການຮ່ວມມືທາງດ້ານການພັດທະນາວຽກງານລະບົບ ICT ລະຫວ່າງລາວ-ຈີນ ແລະເປັນການອໍານວຍຄວາມສະດວກໃນການກໍ່ສ້າງບັນດາໂຄງການພັດທະນາລະບົບການສື່ສານຂໍ້ມູນຂ່າວສານໃນ ປະເທດລາວ ເພື່ອປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງລາວໃຫ້ຍືນຍົງ. ໂດຍສະເພາະແມ່ນການຄຸ້ມຄອງ ແລະສົ່ງເສີມໃຫ້ 4 ບໍລິສັດໃຫຍ່ດ້ານຄົມມະນາຄົມຂອງລາວ-ຈີນ ເຊັ່ນ:ບໍລິສັດ ETL ຈໍາກັດ, ບໍລິສັດ Southeast Asia Tower ຈໍາກັດ, ບໍລິສັດ China Mobile international ແລະບໍລິສັດ China Unicom Global, ໄດ້ມີການຮ່ວມມືກັນໃນການພັດທະນາດ້ານໂທລະຄົມມະນາຄົມ ແລະເປັນການຍົກສູງພື້ນຖານໂຄງລ່າງ ດ້ານ ICT ໃຫ້ລົງເລິກຢູ່ໃນຂະແໜງການທີ່ແຕກຕ່າງກັນ ອີງຕາມສະພາບຄວາມຕ້ອງການທາງດ້ານເສດຖະກິດ-ສັງຄົມຕົວຈິງ.
ກ່ອນພິທີລົງນາມ, ທ່ານ ທັນສະໄໝ ກົມມະສິດໄດ້ພົບປະກັບທ່ານ ມຽວເວີຍ ພ້ອມດ້ວຍຄະນະ, ເຊິ່ງທັງສອງຝ່າຍໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບ ແລະການຮ່ວມມືແບບຄູ່ຮ່ວມຍຸດທະສາດຮອບດ້ານຕາມທິດ 4 ດີ ລະຫວ່າງສອງພັກ, ສອງລັດ ແລະປະຊາຊົນສອງຊາດ ລາວ-ຈີນ. ສອງຝ່າຍເຊື່ອໝັ້ນວ່າການສືບຕໍ່ເພີ່ມທະວີການພົວພັນຮ່ວມມື ໂດຍສະເພາະໃນຂະແໜງ ICT ຈະເປັນກຳລັງຂັບເຄື່ອນການສ້າງ “ໜຶ່ງແລວ ໜຶ່ງເສັ້ນທາງ” ແລະການເຊື່ອມໂຍງພາກພື້ນດ້ວຍດິຈິຕອນ, ທັງຍັງເປັນເຄື່ອງມືໃນການສະໜັບສະໜູນການພັດທະນາເສດຖະກິດ-ສັງຄົມລາວໃຫ້ຍືນຍົງ. ນອກນັ້ນ, ສອງຝ່າຍຍັງໄດ້ປຶກສາຫາລືການຮ່ວມມືພັດທະນາວຽກງານຂໍ້ມູນຂ່າວສານຄວາມໄວສູງ ເພື່ອຮອງຮັບແລວທາງເສດຖະກິດ ເສັ້ນທາງສາຍໄໝດິຈິຕອນໃນ ສປປ ລາວ.ຂ່າວ: ທ.ກ່ໍາ, ທ.ຍາວພາບ: ທ.ກ່ໍາ