ພິທີເປີດໂຄງການການກວດ ກູ້ ແລະ ທຳລາຍລະເບີດບໍ່ທັນແຕກ ລະຫວ່າງກອງທັບປະຊາຊົນ ລາວກັບກອງປະຕິບັດການກວດ ກູ້ ແລະ ທໍາລາຍລະເບີດກຳລັງ ປະກອບອາວຸດແຫ່ງ ສະຫະພັນ ຣັດເຊຍ ໄດ້ຈັດຂຶ້ນໃນວັນທີ 24 ຕຸລານີ້, ຢູ່ທີ່ເດີ່ນບິນທົ່ງໄຫຫີນ ແຂວງຊຽງຂວາງ ໂດຍການເຂົ້າ ຮ່ວມເປັນປະທານຂອງ ສະຫາຍ ພົນຈັດຕະວາ ສິງສະຫວັດ ພົມມະ ສັກ ຮອງຫົວໜ້າກົມໃຫຍ່ເສນາ ທິການກອງທັບປະຊາຊົນລາວ, ມີສະຫາຍ ພັນເອກ ກູລິນ ກົບເຊຣ ເກ ນິໂກລາຍເຢຍວິດ ຫົວໜ້າຄະ ນະຜູ້ແທນກະຊວງປ້ອງກັນປະ ເທດຣັດເຊຍ ຮັບຜິດຊອບວຽກ ງານເກັບກູ້ລະເບີດບໍ່ທັນແຕກຢູ່ ສປປ ລາວ, ມີຄະນະນຳແຂວງ ຊຽງຂວາງ, ບັນດາສະຫາຍວິ ຊາການເກັບກູ້ລະເບີດຣັດເຊຍ-ລາວ ແລະ ພາກສ່ວນທີ່ກ່ຽວ ຂ້ອງເຂົ້າຮ່ວມ.
ເນື່ອງໃນໂອກາດເປັນປະທານ ຮ່ວມພິທີເປີດໂຄງການການ ກວດກູ້ ແລະ ທໍາລາຍລະເບິດບໍ່ທັນແຕກລະຫວ່າງກອງທັບປະ ຊາຊົນລາວກັບກຳລັງປະກອບ ອາວຸດແຫ່ງ ສ ຣັດເຊຍ ຄັ້ງນີ້, ສະ ຫາຍ ພົນຈັດຕະວາ ສິງສະຫວັດ ພົມມະສັກ ໄດ້ເນັ້ນໃຫ້ອົງການ ປົກຄອງທ້ອງຖິ່ນແຂວງຊຽງ ຂວາງຊ່ວຍລຸລ່ວງໃຫ້ປະຊາຊົນ ຮັບຮູ້ເຂົ້າໃຈຢ່າງລະອຽດກ່ຽວ ກັບຈຸດປະສົງ, ເປົ້າໝາຍຂອງ ການເກັບກູ້-ທໍາລາຍລະເບີດ ພ້ອມທັງສ້າງເງື່ອນໄຂອໍານວຍ ຄວາມສະດວກໃຫ້ໜ່ວຍງານທີ່ ເຂົ້າມາປະຕິບັດໜ້າທີ່ໃນຄັ້ງນີ້, ສຳລັບພະນັກງານທີ່ກ່ຽວຂ້ອງ ທຸກພາກສ່ວນກໍໃຫ້ເອົາໃຈໃສ່ ປະສານສົມທົບກັບທ້ອງຖິ່ນຢ່າງ ແໜ້ນແຟ້ນເພື່ອຮັບປະກັນວຽກ ງານຮອບດ້ານໃຫ້ແກ່ການປະ ຕິບັດງານຮ່ວມກັບຝ່າຍຣັດເຊຍ ໃຫ້ມີຄວາມສະດວກເປັນຕົ້ນ ແມ່ນຮັບປະກັນຄວາມປອດໄພ, ການກິນຢູ່ພັກເຊົາ ແລະ ການປະ ຕິບັດໜ້າທີ່ຢູ່ພາກສະໜາມ. ໃນ ການປະຕິບັດງານ ຄັ້ງນີ້ໃຫ້ເອົາ ໃຈໃສ່ໃນການອົບຮົມ ແລະ ໃຫ້ ຄວາມຮູ້ພື້ນຖານທີ່ຖືກຕ້ອງກ່ຽວ ກັບຜົນຮ້າຍຂອງລະເບີດບໍ່ທັນ ແຕກ, ຕໍ່ປະຊາຊົນໂດຍສະເພາະ ປະຊາຊົນທີ່ດໍາລົງຊີວິດຢູ່ເຂດ ໃກ້ຄຽງ ກັບເຂດກວດກູ້ລະເບີດ ເພື່ອປະຕິບັດແຜນການຮ່ວມມືລະ ຫວ່າງກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ກັບກະຊວງປ້ອງ ກັນປະເທດ ແຫ່ງສະຫະພັນ ຣັດ ເຊຍ ໃຫ້ມີປະສິດທິຜົນ ແລະ ສຳ ເລັດຜົນຢ່າງຈົບງາມ. ຍຶດໝັ້ນໃນ ມູນເຊື້ອການພົວພັນທີ່ດີມີມາ ແຕ່ດົນນານນັ້ນໃຫ້ເພີ່ມພູນຍິ່ງໆ ຂຶ້ນ.
ການປະຕິບັດໜ້າທີ່ໃນແຕ່ ລະໄລຍະຕ້ອງປະສານສົມທົບ ກັນຢ່າງແໜ້ນແຟ້ນ, ມີການແລກ ປ່ຽນບົດຮຽນ, ຂໍ້ມູນຂ່າວສານ ເຊິ່ງກັນ ແລະ ກັນເປັນປົກກະຕິ. ໂອກາດດັ່ງກາວ ສະຫາຍ ພັນ ເອກ ກູລິນກົບ ເຊຣເກ ນິໂກລາຍ ເຢຍວິດ ໄດ້ກ່າວວ່າ: ການຮ່ວມ ມືເກັບກູ້ລະເບີດບໍ່ທັນແຕກເພື່ອ ມະນຸດສະທຳລະຫວ່າງທະຫານ ຊ່າງແສງກອງທັບປະຊາຊົນ ລາວ ແລະ ທະຫານຊ່າງແສງຂອງສູນ ກູ້ມີ່ນສາກົນກຳລັງປະກອບອາ ວຸດແຫ່ງ ສ.ຣັດເຊຍ ພວກເຮົາ ໄດ້ມີບົດຮຽນໃນການຮ່ວມມືເກັບ ກູ້ລະເບີດເພື່ອມະນຸດສະທຳຢູ່ ຫຼັກຊາວ ເມືອງຄຳເກີດ ແຂວງບໍ ລິຄຳໄຊມາແລ້ວ ແລະ ເຊື່ອໝັ້ນ ວ່າການຮ່ວມມືປະຕິບັດໜ້າທີ່ ເກັບກູ້ລະເບີດເພຶ່ອມະນຸດສະທຳ ຢູ່ແຂວງຊຽງຂວາງ ຄັ້ງນີ້ ຈະ ຊ່ວຍສືບຕໍ່-ຊຸກຍູ້ເພີ່ມທະວີການ ຮ່ວມມືໃນຕໍ່ໜ້າ, ທັງເປັນການ ເສີມສ້າງສາຍພົວພັນຖານເພື່ອນ ມິດສະຫາຍລະຫວ່າງສອງຊາດ, ສອງກອງທັບ ລາວ-ຣັດເຊຍ. ໂຄງການດັ່ງກ່າວນີ້, ໄດ້ຮັບ ການຈັດຕັ້ງປະຕິບັດກໍແມ່ນນອນ ຢູ່ໃນຂອບຂອງເກັບກູ້ລະເບີດ ເພື່ອມະນຸດສະທຳໃນຂອບກອງປະຊຸມລັດຖະມົນຕີປ້ອງກັນປະ ເທດອາຊຽນບວກ.
ການເກັບກູ້ ລະເບີດດັ່ງກ່າວຍັງໄດ້ດໍາເນີນການເຝິກອົບຮົມການເກັບກູ້ລະເບີດໃຫ້ທະຫານຊ່າງແສງຝ່າຍລາວກ່ຽວກັບວິທີການນຳໃຊ້ອຸປະກອນຊອກຫາລະເບີດ ແລະ ເກັບກູ້ລະເບີດ. ຂ່າວຍັງໃຫ້ຮູ້ຕື່ມອີກວ່າ: ໃນຕອນເຊົ້າຂອງວັນດຽວກັນນີ້ຄະນະວິຊາການຝ່າຍຣັດເຊຍຍັງໄດ້ຮັບຟັງການເຜີຍແຜ່ກ່ຽວກັບກົດໝາຍ ແລະ ຮີດຄອງປະເພນີຂອງ ປະຊາຊົນບັນດາເຜົ່າຊາວຊຽງ ຂວາງນຳອີກ.
ໂດຍ: ເພັດ ສົມນໍວັນ