ບັນຫາເຂົ້າລາຄາຕໍ່າເຮັດໃຫ້ຊາວນາຊໍ້າໃຈ ຈະດີບໍ່ຫາກເຮົາມີພືດທາງເລືອກເພື່ອໃຫ້ຊາວນາໄດ້ທຸກທົດແທນໃນຊ່ວງເວລາທີ່ເຂົ້າຂາຍບໍ່ໄດ້ລາຄາ ຫຼື
ມີບັນຫາດ້ານການເພາະປູກວ່າແຕ່ຈະມີພືດຊະນິດໃດທີ່ປູກງ່າຍກຳໄລສູງ ແລະ ທົນຄວາມແຫ້ງແລ້ງ ພືດທາງເລືອກທີ່ວ່ານີ້ກໍ່ຄື: ຫຍ້າຫວານ ເພາະຫຍ້າຫວານໃຊ້ເວລາປູກ 30-45 ວັນ
ກໍ່ສາມາດເກັບກ່ຽວໄດ້ ການເກັບຈະເກັບທຸກວັນ ແລະ ມີຄຸນນະພາບແຕກຕ່າງກັນໄປຕາມລະດູການ ບໍ່ວ່າຈະເປັນຊ່ວງໜ້າແລ້ງບໍ່ໄດ້ຮັບນໍ້າເປັນເດືອນກໍ່ບໍ່ມີຜົນກະທົບ
ເຮັດໃຫ້ສາມາດປູກເປັນພືດທາງເລືອກທົດແທນເຂົ້າໄດ້ມີຄົນທີ່ເຄີຍເຮັດນາຫັນມາປູກຫຍ້າຫວານເລົ່າໃຫ້ຟັງວ່າ ແຕ່ກ່ອນເຄີຍເຮັດນາ 1 ໄລ່ເຄິ່ງ ແລະໄດ້ປ່ຽນມາປູກຫຍ້າຫວານແທນ
ໂດຍການປະສານງານຂອງສຳນັກວິໃຈ ແລະ ພັດທະນາການກະເສດ ແລະ ສະຖາບັນກວດສອບຄຸນນະພາບ ແລະ ມາດຕະຖານຜະລິດຕະພັນທີ່ນອກຈາກຈະເບິ່ງແຍງການປູກ
ແລະ ຮັກສາເພື່ອໃຫ້ໄດ້ມາດຕະຖານ ຍັງມີນັກວິໃຈເພື່ອຕໍ່ຍອດໃຫ້ກັບກະເສດເພື່ອສົ່ງອອກໄປຍັງຕ່າງປະເທດຮູບແບບຂອງຫຍ້າຫວ່ານທີ່ນິຍົມບໍລິໂພກມີ 2 ແບບໄດ້ແກ່: ໃບຫຍ້າຫວ່ານຫຼືສານສະກັດຈາກຫຍ້າຫວານເປັນຜົງສຳເລັດຮູບບັນຈຸຊອງ
ໂດຍຫຍ້າຫວານໂຕນີ້ເປັນພືດທີ່ໃຫ້ຄວາມຫວານໂດຍທຳມະຊາດ ທີ່ມີຄວາມຫວານຫຼາຍກວ່ານໍ້າຕານ 150-300 ເທົ່າເປັນຄວາມຫວານທີ່ປາສະຈາກແຄລໍຣີ ແລະ ທົນຄວາມຮ້ອນໄດ້ເຖິງ 200 ອົງສາ ຈຶ່ງບໍ່ລະລາຍເມື່ອນຳໄປໃຊ້ປະກອບອາຫານ
ນອກຈາກນີ້ຫຍ້າຫວານ ຍັງບໍ່ມີຜົນກະທົບຕໍ່ປະລິມານນໍ້າຕານໃນຮ່າງກາຍ ເໝາະສຳລັບຜູ້ທີ່ໃສ່ໃຈສຸຂະພາບ ຜູ້ທີ່ຕ້ອງການຄວບຄຸມນໍ້າໝັກ ແລະ ຜູ້ທີ່ເປັນເບົາຫວານ