ເປັນມື້ທີສອງຂອງຂະບວນທຳມະຍາດຕາ 5 ແຜ່ນດິນລຸ່ມແມ່ນ້ຳຂອງຄື: ລາວ, ໄທ, ຫວຽດນາມ, ກຳປູເຈຍ ແລະ ມຽນມາ ທີ່ໄດ້ມາຢ້ຽມຢາມ,ນະມັດສະການ ແລະ ເຮັດກິດຈະກໍາ ຢູ່ ນະຄອນຫຼວງພະບາງ ແຂວງຫຼວງພະບາງ,ຕອນເຊົ້າວັນທີ 24 ຕຸລາ 2019 ເວລາ 6.00 ໂມງ
ໄດ້ຈັດໃຫ້ມີ ກິດຈະກຳການໃສ່ບາດ ໂດຍມີການນໍາຂອງແຂວງ,ເມືອງ ພ້ອມດ້ວຍປະຊາຊົນທີ່ມີຈິດເຫຼື້ອມໃສສັດທາໃນພະພຸດທະສາສະໜາ ຮ່ວມກັນໃສ່ບາດ ເຊິ່ງເລີ່ມຈາກວັດຊຽງທອງ ເປັນສາຍຍາວຢາຍຕາມແຄມທາງ ຢ່າງຫຼວງຫຼາຍ ຈົນເຖິງວັດທາດນ້ອຍ. ທ່ານ ຈັນສຸກ ພັນໂດລັກ ເຈົ້ານະຄອນ ຫຼວງພະບາງ ໄດ້ກ່າວວ່າ:
ຫຼວງພະບາງ ເປັນແຂວງໝຶ່ງທີມີມູນເຊື້ອທາງດ້ານສາສະໜາ,ວັດທະນະທຳ-ຮີດຄອງປະເພນີອັນດີງາມ ແລະ ມີຕົ້ນກຳເນີດມາແລ້ວຫຼາຍພັນປີ.
ສຳລັບ ກິດຈະກຳໃສ່ບາດຂອງໂຄງການທຳມະຍາດຕາ ເປັນອີກກິດຈະກຳໜຶ່ງທີມີຄວາມໝາຍຄວາມສຳຄັນ ໃນການສືຍຕໍ່ປົກປັກຮັກພຸດທະສາສະໜາຂອງ 5 ປະເທດ.
ຂ່າວ: ເພັດສາຄອນ ສິມມະວົງ