ໃນລະຫວ່າງວັ່ນທີ 21-24 ຕຸລາ 2019 ນີ້ ທ່ານຄໍາຮຸ່ງ ເຮືອງວົງສີ ປະທານອົງການກາແດງລາວ ໄດ້ລົງຢ້ຽມຢາມຖາມຂ່າວຊິວິດການເປັນຢູ່ ແລະ ໃຫ້ກຳລັງໃຈພໍ່ແມ່ປະຊາຊົນຜູ້ທີ່ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມໃນເດືອນຜ່ານມາ ແລະ ໄດ້ຊ່ວຍເຫຼືອປະຊາຊົນທີ່ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມໃນເດືອນຜ່ານມາໃນສອງແຂວງ ຄື:

ແຂວງຈໍາປາສັກ ມີ 2 ເມືອງ, ເມືອງໂພນທອງ ຢູ່ບ້ານຜະລິງ ມີ 65 ຄອບຄົວ, ຈຳນວນພົນ 333 ຄົນ, ຍິງ 180 ຄົນ; ເມືອງຈຳປາສັກຄືບ້ານ ພະນອນໃຕ້ ມີ 135 ຄອບຄົວ, ຈຳນວນພົນ 797 ຄົນ, ຍິງ 373 ຄົນ
ແຂວງສາລະວັນ ປະກອບມີເມືອງ ຄົງເຊໂດນ ບ້ານ ໜອງຫອຍ ມີ 103 ຄອບຄົວ, ຈຳນວນພົນ 443 ຄົນ, ຍິງ 235 ຄົນ; ເມືອງສາລະວັນ ບ້ານ ແກ້ງເມືອງລາວ ມີ 88 ຄອບຄົວ, ຈຳນວນພົນ 301 ຄົນ, ຍິງ 292 ຄົນ ແລະ ເມືອງວາປີ ມີ 106 ຄອບຄົວ, ຈຳນວນພົນ 565 ຄົນ, ຍິງ 292 ຄົນ. ລວມສອງແຂວງ, 5 ເມືອງ ແລະ 5 ບ້ານ, 497 ຄອບຄົວ, 2.439 ຄົນ, ຍິງ 1.372 ຄົນ

ໂດຍກ່າວມອບ ທ່ານ ຄຳຮຸ່ງ ເຮືອງວົງສີ ປະທານອົງການກາແດງລາວ, ທ່ານ ດຣ ກາວີພອນ ສຸດທິ ຫົວໜ້າກອງຊ່ວຍເຫຼືອບັນເທົາທຸກ ອົງການກາແດງລາວ, ທ່ານ ອິນປົງ ຈັນທະມາດ ຫົວໜ້າກາແດງແຂວງສາລະວັນ,ທ່ານກອງມະນີ ສຸລະທະທອນ ຫົວໜ້າກາແດງແຂວງຈຳປາສັກ, ທ່ານຮອງເຈົ້າເມືອງຄົງເຊໂດນ, ຮອງເຈົ້າເມືອງວາປີ, ຮອງເຈົ້າເມືອງສາລະວັນ, ການນຳເມືອງຈຳປາສັກ ແລະ ເມືອງໂພນທອງ ພ້ອມດ້ວຍອຳນາດການປົກຄອງບ້ານ ແລະ ພໍ່ແມ່ປະຊາຊົນເຂົ້າຮ່ວມຢ່າງພ້ອມພຽງເຄື່ອງຊ່ວຍເຫຼືອໃນຄັ້ງນີ້ ປະກອບມີ: ເຂົ້າສານໜຽວ, ໝີ່ສຳເລັດຮູບ, ປາກະປ໋ອງ, ນ້ຳດື່ມ, ເກືອ, ນ້ຳມັນພືດ, ກັບໄພ, ທຽນໄຂ, ສະບູອາບ, ໄມ້ສີຟັນ, ແປ້ງສີຟັນ, ຜ້າອະນາໄມເພດຍິງ ແລະ ຢາ ລວມມູນຄ່າການຊ່ວຍເຫຼືອທັງໝົດ 122.900.000 ກີບ ເຊິ່ງໄດ້ການສະໜັບສະໜູນຈາກ ບໍລິສັດກໍ່ສ້າງລົງທຶນ ແລະ ຖືຮຸ້ນແຂວງຢູນໜານ, ບໍລິສັດນະຄອນໄຊ ຈຳກັດຜູ້ດຽວ, Southeast ASIA tower ແລະ ບໍລິສັດ ລົງທຶນພັດທະນາລາວ.

...

Leave a Reply

Your email address will not be published. Required fields are marked *