ລາຍງານຈາກ 1625 ຫຼວງພະບາງ ໃຫ້ຮູ້ວ່າ ວັນທີ 23/10/2019 ເວລາ 12:20ນາທີ ໄດ້ຮັບແຈ້ງເຫດຈາກປະຊາຊົນຜ່ານເບີ 0711625 ວ່າ: ມີອຸບັດຕິເຫດຢູ່ ບ່ອນຖີ້ມຂີ້ເຫຍື້ອ ບ້ານຫຼັກແປດ ແຂວງຫລວງພະບາງ
ເມື່ອຫນ່ວຍກູ້ຊີບອົງການກາແດງໄດ້ອອກກວດສອບພົບຄົນເສຍຊີວິດ01 ຄົນ, ເປັນເພດຊາຍ
ດັ່ງນັ້ນໜ່ວຍກູ້ຊີບອົງການກາແດງລາວແຂວງຫຼວງພະບາງຈື່ງໄດ້ທຳການຫໍ່ສົບແລ້ວນຳສົ່ງໂຮງເຢັນໂຮງໝໍແຂວງຫລວງພະບາງ.
ທາງທີມງານຫນ່ວຍກູ້ຊີບອົງການກາແດງລາວ ຫລວງພະບາງພວກເຮົາຂໍສະແດງຄວາມເສຍໃຈມາຍັງຍາດຕິພີ່ນ້ອງຜູ້ເສຍຊີວິດ ແລະ ຂໍໃຫ້ດວງວິນຍານຂອງຜູ້ເສຍຊີວິດໄປສູ່ສຸຂະຕິດ້ວຍເຖີ້ນ
ພົບເຫັນອຸບັດຕິເຫດ ຫຼື ເຈັບປ່ວຍສຸກເສີນໂທ:
071 1625 ຫຼື 030 9211625
ບໍລິການຟຣີຕະຫຼອດ 24 ຊົ່ວໂມງ
.
.
.