ວັນທີ 21 ຕຸລານີ້, ຢູ່ທີ່ ກົມພົວພັນຕ່າງປະເທດກະຊວງ ປ້ອງກັນປະເທດ ໄດ້ຈັດກອງ ປະຊຸມເອກະພາບແຜນການກະ ກຽມເກັບກູ້ລະເບີດບໍ່ທັນແຕກ ທີ່ຕົກຄ້າງຢູ່ສະໜາມບິນທົ່ງ ໄຫຫີນ ແຂວງຊຽງຂວາງ ລະ ຫວ່າງຄະນະວິຊາການກອງ ທັບປະຊາຊົນລາວ ແລະ ຄະນະ ວິຊາການກະຊວງປ້ອງກັນປະ ເທດແຫ່ງ ສ ຣັດເຊຍ ເຊິ່ງຝ່າຍ ລາວ ນຳໂດຍ ສະຫາຍ ພັນເອກ ທົງໄຊ ບຸບຜາ ຮອງຫົວໜ້າກົມ ຊ່າງແສງ ກົມໃຫຍ່ເສນາທິການ ກອງທັບ ພ້ອມດ້ວຍຄະນະ, ຝ່າຍ ສ ຣັດເຊຍ ນໍາໂດຍສະຫາຍ ພັກ ເອກ ກູລິນກົບ ເຊຣເກ ນີໂກ ລາຍເຢຍວິດ ຫົວໜ້າພະແນກ ( ເຫຼົ່າຮົບຊ່າງແສງການນຳ ໃຊ້ ແລະ ການສ້ອມແປງ) ກົມ ຊ່າງແສງກຳລັງປະກອບອາວຸດ ແຫ່ງ ສ ຣັດເຊຍ ພ້ອມດ້ວຍຄະ ນະ ແລະ ພາກສ່ວນທີ່ກ່ຽວຂ້ອງ ຂອງທັງສອງຝ່າຍເຂົ້າຮ່ວມ.
ໃນກອງປະຊຸມທັງສອງຝ່າຍ ໄດ້ພ້ອມກັນເອກະພາບແຜນ ການເຄື່ອນໄຫວ, ການກວດ ກາການເຮັດວຽກ ແລະ ການ ຂົນສົ່ງວັດຖຸອຸປະກອນ, ການ ເຝິກອົບຮົມລະຫວ່າງ ສປປ ລາວ ແລະ ສ ຣັດເຊຍ ໃນໄລ ຍະການກະກຽມລົງປະຕິບັດຕົວ ຈິງ, ການແລກປ່ຽນຄວາມຄິດ ເຫັນໃນທຸກບັນຫາຂອງການພົວ ພັນຮ່ວມມືໃນທຸກຂົງເຂດວຽກ ງານການຮ່ວມມື ແລະ ຊ່ວຍ ເຫຼືອເກັບກູ້ລະເບີດບໍ່ທັນແຕກ ຢູ່ສະໜາມບິນທົ່ງໄຫຫີນແຂວງ ຊຽງຂວາງ, ປຶກສາຫາລືບັນຫາ ທີ່ມີຢູ່ພ້ອມກັນແກ້ໄຂເພື່ອເປັນ ບ່ອນອີງໃນການຈັດຕັ້ງປະຕິບັດ ຕົວຈິງຢູ່ພາກສະໜາມໃຫ້ຖືກ ຕ້ອງຕາມເນື້ອໃນແຜນການທີ່ ໄດ້ເອກະພາບຮ່ວມກັນ.
ກອງປະ ຊຸມໃນຄັ້ງນີ້ເປັນຂີດໝາຍ ແລະ ບາດກ້າວໜຶ່ງທີ່ສຳຄັນຂອງການ ເພີ່ມທະວີການພົວພັນຮ່ວມມືໃນ ຂົງເຂດວຽກງານການເກັບກູ້ລະ ເບີດຂອງທັງສອງກອງທັບ ລາວ-ຣັດເຊຍ ໃຫ້ນັບມື້ເຕີບໃຫຍ່ ເຂັ້ມແຂງຂຶ້ນເລື້ອຍໆ.
ທີ່ມາ: ຂ່າວ ກອງທັບ