ຜົ້ງສາລີ: ເປັນອີກຂ່າວທີ່ໜ້າສະຫຼົດໃຈ ລາຍງານຈາກ ປະຊາຊົນໃຫ້ຮູ້ວ່າ ໃນຄືນ ວັນທີ 22 ຕຸລາ 2019 ເກີດເຫດ ອັກຄີໄພ ໄຟໄໝ້ເຮືອນປະຊາຊົນ ເຂດບ້ານສົ້ນຂົວ, ເມືອງຫົວເມືອງ, ແຂວງຫົວພັນ.
ຈາກການລາຍງານເບື້ອງຕົ້ນຄາດວ່າມີເຮືອນຖືກໄຟໄໝ້ ຫຼາຍກວ່າ 20 ຫຼັງ, ສ່ວນສາເຫດ ແລະ ຄວາມເສຍຫາຍຕົວຈິ່ງ ຍັງບໍ່ທັນຊາບ. ສະແດງຄວາມເສຍໃຈກັບເຫດການຄັ້ງນີ້. ແລະ ຂໍໃຫ້ທຸກຄົນລະມັດລະວັງ ເລື່ອງບັນຫາ ຟືນໄຟ.
ລາຍລະອຽດ ຈະແຈ້ງໃຫ້ຊາບຕື່ມອີກພາຍຫຼັງ!
ລາຍງານໂດຍ: ຈັນ ວົງໄຊ
ທີ່ມາ