ໃນເວລາ 12:30 ນາທີ ວັນທີ 25 ກັນຍາ 2019 ເຈົ້າໜ້າທີ່ຕໍາຫຼວດໜ່ວຍງານສະກັດກັ້ນ-ຕ້ານຢາເສບຕິດ ປກສ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ໄດ້ລົງມ້າງເປົ້າໝາຍຄ້າຂາຍຢາເສບຕິດ ຢູ່ບ້ານດົງນາແຮ່ ສາມາດກັກຕົວຜູ້ຖືກຫາ ຄື ນາງ ບອນ ອາຍຸ 43 ປີ ອາຊີບວ່າງງານ ປັດຈຸບັນຢູ່ບ້ານດົງໂພນແຮ່ ເມືອງຫາດຊາຍຟອງ, ເຈົ້າໜ້າທີ່ຕໍາຫຼວດ ໄດ້ເຂົ້າກັກຕົວຢູ່ຫ້ອງ ພ້ອມກວດພົບເຫັນຢາບ້າຈໍານວນ 2.055 ເມັດ ຢູ່ຕູ້ແຕ່ງໜ້າ ແລະ ເງິນ 2.917.000 ກີບ, ເງິນບາດ 10.750 ບາດ ຢູ່ໃນກະເປົາທີ່ໄວ້ໃນຫ້ອງນອນ.


ຜ່ານການສືບສວນ-ສອບສວນ ນາງ ບອນ ຮັບສາລະພາບຕໍ່ເຈົ້າໜ້າທີ່ ປກສ ເມືອງຫາດຊາຍຟອງ ວ່າ: ຢາບ້າຈໍານວນ 2.055 ເມັດ ແມ່ນຂອງຜູ້ກ່ຽວແທ້. ຜ່ານມາ ຜູ້ກ່ຽວເຄີຍຖືກຄຸກມາແລ້ວ 1 ຄັ້ງ ໃນເດືອນຕຸລາ 2010 ຢູ່ຄຸກໂພນທັນ ແລະ ຖືກຕັດອິດສະຫຼະພາບ 5 ປີ, ມາຮອດເດືອນກັນຍາ 2014 ຈິ່ງໄດ້ຖືກປ່ອຍຕົວ, ຕົກມາຮອດເດືອນ ເມສາ 2019 ຕົນໄດ້ເລີ່ມຄ້າຂາຍຢາເສບຕິດອີກ ເຊິ່ງສັ່ງຊື້້ນໍາຊາຍຄົນໜຶ່ງ ຢູ່ບ້ານທົ່ງຕູມ ເມືອງຈັນທະບູລີ ຈໍານວນ 20 ເມັດ ເມື່ອໄດ້ຢາບ້າມາແລ້ວ ໄປຂາຍໃຫ້ໄວລຸ້ນຢູ່ເຂດບ້ານໃກ້ຄຽງ, ຮອດເດືອນ ມິຖຸນາ 2019 ຕົນໄດ້ສັ່ງຊື້ນໍາຊາຍນັ້ນອີກ ເທື່ອລະ 1 ມັດ ເທົ່າກັບ 2.000 ເມັດ ເມື່ອໄດ້ຢາບ້າມາແລ້ວ ກໍແບ່ງຂາຍ ເທື່ອລະ10 ເມັດ, ບາງຄັ້ງກໍຂາຍ ເທື່ອລະ 1 ຖົງ.

ມາຮອດວັນທີ 24 ກັນຍາ 2019 ຕົນຍັງເຫຼືອຢາບ້າຈາກຄັ້ງກ່ອນ ຈໍານວນ 110 ເມັດ, ໃນວັນດຽວກັນ ຊາຍຄົນນັ້ນ ໄດ້ຂີ່ລົດຈັກດຣີມ ສີດໍາແດງ ບໍ່ຈື່ໝາຍເລກທະບຽນ ນໍາເອົາຢາບ້າມາສົ່ງອີກ 1 ມັດ ລວມ 2.110 ເມັດ ເເລ້ວເອົາມາຊຸກເຊື່ອງໄວ້ຕູ້ແຕ່ງໜ້າ. ຕົກມາຮອດ ວັນທີ 25 ກັນຍາ 2019 ເວລາປະມານ 11:00 ໂມງ ໄດ້ຂາຍຢາບ້າ 55 ເມັດ ຍັງເຫຼືອ 55 ເມັດ ເຊິ່ງຊຸກເຊື່ອງໄວ້ໃນປ໋ອງນົມ ແລ້ວນໍາໄປໄວ້ຢູ່ແຈຮົ້ວ. ພໍມາຮອດເວລາ 12:30 ນາທີ ຂອງມື້ດຽວກັນ ຈຶ່ງຖືກເຈົ້າໜ້າທີ່ເຂົ້້າຈັບຕົວ ພ້ອມຂອງກາງຢາບ້າທັງໝົດ 2.055 ເມັດ, ເງິນ 2.917.000 ກີບ ແລະ ເງິນບາດ 10.750 ບາດ.


ຕໍ່ກັບຄະດີລາຍນີ້ ປັດຈຸບັນ ເຈົ້າໜ້າທີ່ຕໍາຫຼວດໜ່ວຍງານສະກັດກັ້ນ-ຕ້ານຢາເສບຕິດ ປກສ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ໄດ້ເປີດກ້ວາງຄະດີ ເພື່ອຂະຫຍາຍຜົນສືບຫາກຸ່ມແກ້ງຮ່ວມຄ້າຂາຍຢາເສບຕິດ ມາດໍາເນີນຄະດີຕາມກົດໝາຍ.

ທີ່ມາ:ປ້ອງກັນຄວາມສະຫງົບ ນະຄອນຫຼວງວຽງຈັນ

Leave a Reply

Your email address will not be published. Required fields are marked *