ນະຄອນຫຼວງວຽງຈັນ: ວັນທີ 21/10/2019 ເວລາ 22:54 ໜ່ວຍກູ້ໄພມູນນິທິຊ່ວຍເຫຼືອຄົນທຸກຍາກແຫ່ງ ສປປ ລາວ ໄດ້ຮັບແຈ້ງເຫດຜ່ານເບີ 1623 ວ່າມີເຫດລົດຈັກຂີ່ຕົກຮ່ອງ, ຈຸດເກີດເຫດແມ່ນເສັ້ນທາງຕັດໃໝ່ໜອງພະຍາ ເມືອງໄຊທານີ ນະຄອນຫຼວງວຽງຈັນ.

ພໍໜ່ວຍກູ້ໄພອອກກວດສອບໄດ້ພົບຜູ້ເສຍຊີວິດຄ່າທີ່ຈຳນວນ 1 ຄົນ, ເພດຊາຍ ອາຍຸ 36ປີ ບ້ານໜອງພະຍາ ເມືອງໄຊທານີ ນະຄອນຫຼວງວຽງຈັນ. ດັ່ງນັ້ນ, ໜ່ວຍກູ້ໄພມູນນິທິຊ່ວຍເຫຼືອຄົນທຸກຍາກແຫ່ງ ສປປ ລາວ 1623 ຈຶ່ງໄດ້ນຳສົ່ງຜູ້ເສຍຊີວິດວັດປ່າໜອງພະຍາເພື່ອທຳພິທິທາງສາສະໜາ.

ທາງໜ່ວຍກູ້ໄພມູນນິທິຊ່ວຍເຫຼືອຄົນທຸກຍາກແຫ່ງ ສປປ ລາວ 1623 ຂໍສະແດງຄວາມເສຍໃຈນຳພີ່ນ້ອງຜູ້ເສຍຊີວິດ ແລະ ເຫດການໃນຄັ້ງນີ້.

ເຕືອນໄພທຸກຄົນ ເດີນທາງໃນເຂດ ມີການກໍ່ສ້າງຂໍໃຫ້ລະມັດລະວັງ, ແລະ ຂໍໃຫ້ ຜູ່ຮັບເໝົາ ໃນເຂດ ກໍ່ສ້າງຈົ່ງ ໃສ່ໃຈ ໃນການເຮັດປ້າຍ ແຈ້ງເຕືອນ ແລະ ມີຮົ້ວກັ້ນເຂດ ທີ່ມີຂຸມເລິກ ເພື່ອປ້ອງກັນອຸບັດຕິເຫດ.

Leave a Reply

Your email address will not be published. Required fields are marked *