ວັນທີ 18 ຕຸລານີ້, ກອງບັນ ຊາການທະຫານແຂວງຫົວພັນ ໄດ້ຈັດພິທີມອບລົດ UAZ ຈຳ ນວນ 7 ຄັນ ໃຫ້ບັນດາກອງຮ້ອຍ ທະຫານຊາຍແດນ 7 ກອງຮ້ອຍ ຢູ່ທີ່ສຳນັກງານກອງບັນຊາການ ທະຫານແຂວງຫົວພັນ ໂດຍ ການເປັນກຽດເຂົ້າຮ່ວມຂອງ ສະຫາຍ ພົນຈັດຕະວາ ສຸລິນພອນ ຄຳພະຈັນ ກຳມະການຄະນະປະ ຈຳພັກແຂວງ, ຫົວໜ້າການເມືອງກອງບັນຊາການທະຫານແຂວງ ຫົວພັນ, ມີຫົວໜ້າ-ຄະນະຫ້ອງ 5 ຫ້ອງ, ກອງຮ້ອຍທະຫານ ຊາຍແດນ ແລະ ນັກຂັບຂີ່ເຂົ້າ ຮ່ວມນຳ.
ສະຫາຍ ພັນໂທ ນວນໄຊ ອິນເມືອງໄຊ ຮອງຫົວໜ້າຫ້ອງ ເຕັກນິກກອງບັນຊາການທະ ຫານແຂວງຫົວພັນໄດ້ຂຶ້ນຜ່ານ ຂໍ້ຕົກລົງຂອງກອງບັນຊາການ ທະຫານແຂວງຫົວພັນ ວ່າດ້ວຍ ການມອບລົດ UAZ ຈຳນວນ 7 ຄັນ ໃຫ້ກອງຮ້ອຍທະຫານຊາຍ ແດນ ນັບແຕ່ກອງຮ້ອຍທະຫານ ຊາຍແດນ ເພື່ອນຳໃຊ້ເຂົ້າໃນວຽກ ງານລວມຂອງກົມກອງ, ຕາມພາ ລະບົດບາດ ສິດໜ້າທີ່ຂອງຕົນ, ໂດຍກົມກອງ ມີໜ້າທີ່ປົກປັກຮັກ ສາ, ບົວລະບັດຜັດເຊັດ, ສ້ອມ ແປງໃຫ້ເປັນປົກກະຕິຮັບປະກັນ ຄວາມປອດໄພ ແລະ ນຳໃຊ້ໄດ້ ຍາວນານ, ທັງນີ້ກໍເພື່ອຕອບສະ ໜອງຕາມຄວາມຮຽກຮ້ອງຕ້ອງ ການຂອງກົມກອງໃຫ້ສະດວກ ດີຂຶ້ນໃນຫຼາຍດ້ານ ເປັນຕົ້ນແມ່ນ ການບໍລິຫານວຽກງານຕ່າງໆ ຂອງກົມກອງໃຫ້ວ່ອງໄວຂຶ້ນຕື່ມ ຮັບປະກັນເຂົ້າໃນການຈັດຕັ້ງພັດ ທະນາກົມກອງໃຫ້ມີໂສມໜ້າໃໝ່ ດີຂຶ້ນ.
ໂດຍ: ໄຜ່ຄຳ ແກ້ວສອນພຽນ