ໃນໄລຍະ 5 ປີຜ່ານມາ ເມືອງພຽງ ແຂວງໄຊຍະບູລີ ໄດ້ສຸມໃສ່ຄຸ້ມຄອງຂຶ້ນທະບຽນຫົວ ໜ່ວຍທຸລະກິດຈໍານວນ 683 ຫົວໜ່ວຍ, ໃນນີ້ຂະແໜງອຸດສາຫະກໍາ-ຫັດຖະກໍາ 133 ຫົວໜ່ວຍ, ຂະແໜງການ ຄ້າ 326 ຫົວໜ່ວຍ ແລະ ຂະແໜງບໍລິການ 208 ຫົວໜ່ວຍ, ພ້ອມທັງ ສົ່ງເສີມກຸ່ມຜະລິດຫັດຖະກໍາ ທີ່ເປັນເອກະລັກຂອງທ້ອງຖິ່ນ ເປັນຕົ້ນແມ່ນ: ການຕໍ່າແຜ່ນແພ, ຖັກແສ່ວ, ຈັກສານ.
ພ້ອມນັ້ນ ໄດ້ຕິດຕັ້ງໂຮງ ສີເຂົ້າທັນສະໄໝ 7 ແຫ່ງ, ໂຮງງານປີບນໍ້າມັນປາມ 1 ແຫ່ງ ແລະ ໄດ້ປະກາດຮັບຮອງເອົາກາໝາຍສິນຄ້າ ໜຶ່ງເມືອງ ໜຶ່ງຜະລິດຕະພັນ (ODOP) ໄດ້ 2 ລາຍການຄື: ແຜ່ນແພເຜົ່າລື້ ແລະ ຍູກວດແຂມ, ທັງຊຸກຍູ້ການ ຜະລິດອຸດສາຫະກໍາ-ຫັດຖະກໍາ ເພີ່ມຂຶ້ນທາງດ້ານປະລິມານ ແລະ ຄຸນນະພາບ, ມູນຄ່າ 488,15 ຕື້ກີບ ເຊິ່ງ ມີມູນຄ່າຈໍາໜ່າຍຜະລິດຕະພັນໄດ້ 539 ຕື້ກວ່າກີບ.
ທ່ານ ສຸວັນທອງ ພູມມາວົງ ຮອງເຈົ້າເມືອງພຽງ ໃຫ້ຮູ້ວ່າ: ເສດຖະກິດໂດຍລວມຂອງ ເມືອງ ແມ່ນມີການຂະຫຍາຍຕົວຕໍ່ເນື່ອງຢູ່ໃນລະດັບ ສະເລ່ຍ 9,3% ຕໍ່ປີ, ລວມຍອດລາຍຮັບໄດ້ 1.293 ຕື້ກີບ, ສະເລ່ຍ ໄດ້ 20,70 ລ້ານກີບ ຫລື ເທົ່າກັບ 2.588 ໂດລາສະຫະລັດ/ຄົນ/ປີ, ທຽບໃສ່ປີ 2014 ເພີ່ມຂຶ້ນ 803 ໂດລາສະຫະລັດ; ໂຄງປະກອບເສດຖະກິດໄດ້ຫັນປ່ຽນຢ່າງຕັ້ງໜ້າ ຕາມທິດຫັນເປັນອຸດສາຫະກຳ ແລະ ທັນສະ ໄໝ. ພ້ອມນັ້ນ, ຍັງໄດ້ຈັດຕັ້ງປະຕິບັດການລົງທຶນທັງໝົດ 95 ໂຄງການ, ມູນຄ່າ 234 ຕື້ກວ່າກີບ, ທຽບໃສ່ປີ 2014 ເພີ່ມຂຶ້ນ 0,48%, ທຽບໃສ່ຄາດໝາຍປະຕິບັດໄດ້ 19,77% ໃນນີ້ ທຶນຂອງລັດ 32 ໂຄງການ, ມູນຄ່າ 113 ຕື້ກີບ, ເທົ່າກັບ 48,63%, ທຶນຊ່ວຍເຫລືອທາງການເພື່ອການພັດທະນາ(ODA) 8 ໂຄງການ, ມູນຄ່າ 1,4 ຕື້ກີບ, ທຶນຂອງເອກະຊົນພາຍໃນ ແລະ ຕ່າງປະເທດ 10 ໂຄງການ, ມູນຄ່າ 54 ຕື້ກີບ, ທຶນຂອງປະ ຊາຊົນ 23 ໂຄງການ, ມູນຄ່າ 20 ຕື້ກວ່າກີບ ແລະ ທຶນຈາກສິນເຊື່ອທະນາຄານ ແລະ ສະຖາບັນການ ເງິນ ຕ່າງໆ 44 ຕື້ກວ່າກີບ.
ທ່ານ ຮອງເຈົ້າເມືອງພຽງ ກ່າວຕື່ມວ່າ: ນອກຈາກການລົງທຶນແລ້ວ ໄດ້ເອົາໃຈໃສ່ຕໍ່ວຽກງານພັດ ທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກ ເຊິ່ງມີກອງທຶນພັດທະນາບ້ານ 28 ກອງທຶນ, ມີສະມາຊິກ 5.169 ຄົນ, ມີເງິນໝູນວຽນທັງໝົດ 20 ຕື້ກີບ; ປັດຈຸບັນ ຄອບຄົວທຸກຍາກຍັງເຫລືອ 45 ຄອບຄົວ, ເທົ່າກັບ 0,33% ຂອງຄອບຄົວທັງໝົດ.
ຂ່າວໂດຍ: ຂປລ