ລາຍງານຈາກ 1625 ຫຼວງພະບງງ ໃຫ້ຮູ້ວ່າວັນທີ 21/10/2019 ເວລາ 20:56 ນາທີ ໄດ້ຮັບແຈ້ງເຫດຈາກປະຊາຊົນຜ່ານເບີ 0711625 ວ່າ: ມີຄົນນອນເສຍຊີວິດຢູ່ເຮືອນເຊົ່າແຫ່ງຫນື່ງ ບ້ານວຽງໃໝ່ ແຂວງຫລວງພະບາງ. ທາງຫນ່ວຍກູ້ຊີບອົງການກາແດງໄດ້ອອກກວດສອບພົບຄົນເສຍຊີວິດ 1 ຄົນ, ເປັນເພດຊາຍ ສັນຊາດຈີນ (ລາຍລະອຽດ ຕາມຂໍ້ມູນຮູບພັດສະພອດ ດ້ານລຸ່ມ)

ສ່ວນສາເຫດຂອງການເສຍຊີວິດແມ່ນຢູ່ໃນຂະບວນການສອບສວນ ຂອງເຈົ້າຫນ້າທີ່ຕຳຫລວດ. ດັ່ງນັ້ນໜ່ວຍກູ້ຊີບອົງການກາແດງລາວແຂວງຫຼວງພະບາງຈື່ງໄດ້ທຳການຫໍ່ສົບແລ້ວນຳສົ່ງໂຮງເຢັນໂຮງໝໍແຂວງຫລວງພະບາງ. ເພື່ອໃຫ້ຍາດພີ່ນ້ອງຂອງຜູ່ເສຍຊີວິດມາຮັບເອົາ.

ທາງທີມງານຫນ່ວຍກູ້ຊີບອົງການກາແດງລາວ ຫລວງພະບາງພວກເຮົາຂໍສະແດງຄວາມເສຍໃຈມາຍັງຍາດຕິພີ່ນ້ອງຜູ້ເສຍຊີວິດ ແລະ ຂໍໃຫ້ດວງວິນຍານຂອງຜູ້ເສຍຊີວິດໄປສູ່ສຸຂະຕິດ້ວຍເຖີ້ນນນນນນ…

ພົບເຫັນອຸບັດຕິເຫດ ຫຼື ເຈັບປ່ວຍສຸກເສີນໂທ:071 1625 ຫຼື 030 9211625
ບໍລິການຟຣີຕະຫຼອດ 24 ຊົ່ວໂມງ

Leave a Reply

Your email address will not be published. Required fields are marked *