ວັນທີ 18 ຕຸລານີ້ ທ່ານສີຈິ້ນຜິງ ເລຂາທິການໃຫຍ່ສູນກາງພັກກອມມູນິດຈີນ, ປະທານປະເທດ, ປະທານຄະນະກຳມະການການທະຫານສູນກາງຈີນໄດ້ພົບປະກັບ ບັນດາຜູ້ນຳທີ່ມາຈາກ ພາກສ່ວນປ້ອງກັນປະເທດແລະກອງທັບຂອງ ປະເທດຕ່າງໆ ພ້ອມກັບເຈົ້າໜ້າທີ່ສະພາມົນ ຕີກີລາການທະຫານສາກົນທີ່ມາຮ່ວມພິທີໄຂງານມະຫະກຳກິລາທະຫານໂລກຄັ້ງທີ 7 ຢູ່ທີ່ນະຄອນອູຮ້ານແຂວງຫູເປີຍຂອງຈີນ ໂດຍທ່ານໄດ້ຕາງໜ້າລັດຖະບານ, ປະຊາຊົນ ແລະກອງທັບຂອງຈີນສະແດງຄວາມຍິນດີຕ້ອນຮັບອັນອົບອຸ່ນຕໍ່ ບັນດາຜູ້ນຳທີ່ມາຈາກ ພາກສ່ວນປ້ອງກັນປະເທດແລະກອງທັບຂອງ ປະເທດຕ່າງໆ ພ້ອມກັບເຈົ້າໜ້າທີ່ສະພາມົນ ຕີກີລາການທະຫານສາກົນແລະນັກກິລາຂອງປະເທດຕ່າງໆ.
ທ່ານສີຈິ້ນຜິງກ່າວວ່າ, ກິລາແມ່ນສັນຍະລັກທີ່ສຳຄັນແຫ່ງການພັດທະນາຂອງສັງຄົມແລະ ຄວາມກ້າວໜ້າຂອງມະນຸດ, ແມ່ນສ່ວນປະກອບທີ່ສຳຄັນຂອງການແລກປ່ຽນດ້ານວັດທະນະທຳ.ງານມະຫະກຳກິລາທະຫານໂລກກຳເນີດຂຶ້ນເພື່ອລະນຶກສັນຕິພາບ, ແລະໄດ້ຮັບການ ພັດທະນາໃນການເຜີຍແຜ່ມິດຕະພາບ, ກອງທັບຈີນຍິນດີຖືງານມະຫະກຳກິ ລາທະຫານໂລກຄັ້ງນີ້ເປັນໂອກາດ ຊຸກຍູ້ໃຫ້ການຮ່ວມມືດ້ານການທະຫານສາກົນໄດ້ຮັບການພັດທະນາ ອັນໃໝ່,
ເພີ່ມທະວີການແລກປ່ຽນກັບກອງທັບປະເທດຕ່າງໆ, ລົງເລິກການຮ່ວມມືຕົວ ຈິງໃນທຸກຂົງເຂດ, ປະຕິບັດຕາມພັນຂອງຕົນໃນສາກົນຢ່າງບັງເກີດຜົນ, ຮ່ວມມືກັນຕ້ານການ ຂົ່ມຂູ່ແລະສິ່ງທ້າທາຍດ້ານຄວາມໝັ້ນຄົງຮ່ວມກັນ, ເພື່ອປະກອບສ່ວນຫຼາຍກວ່າໃນການເກົ່າໃນການປົກປັກຮັກສາສັນຕິພາບຂອງໂກແລະຊຸກຍູ້ການສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດ.
ທີ່ມາ: CRI-FM93