ຕະຫຼາດນັດພົບແຮງງານ 2019 ຂຶ້ນໃນລະຫວ່າງວັນທີ 16-20 ຕຸລາ 2019 ທີ່ສູນການຄ້າລາວ-ໄອເຕັກ (ຕຶກເກົ່າ) ໂດຍ ພະແນກແຮງງານ ແລະ ສະຫວັດດີການສັງຄົມ, ນະຄອນຫຼວງວຽງຈັນ ແລະ ບໍລິສັດ ລາວເວີນ ມະຫາຊົນ ໄດ້ຮ່ວມກັນຈັດງານຂື້ນ.
ການຈັດງານຄັ້ງນີ້ ເພື່ອສ້າງໂອກາດ ແລະ ເອື້ອອຳນວຍຄວາມສະດວກໃຫ້ຜູ້ທີ່ກຳລັງຊອກວຽກເຮັດງານທຳ ແລະ ບັນດາຫໄວໜ່ວຍແຮງງານມີເວທີພົບປະກັນ ແລ້ວນຳໄປສູ່ການຈ້າງງານ, ສ້າງເງື່ອນໄຂໃຫ້ຜູ້ອອກແຮງງານທີ່ຕ້ອງການພັດທະນາສີມືແຮງງານເຂົ້າເຖິງສະຖາບັນການສຶກສາ, ນອກຈາກນັ້ນ ຍັງເປັນການຫຼຸດຜ່ອນອັດຕາການຫວ່າງງານ, ຫຼຸດຜ່ອນການເຄື່ອນຍ້າຍແຮງງານໄປເຮັດວຽກຢູ່ຕ່າງປະເທດແບບບໍ່ຖືກຕ້ອງ ທັງເປັນການສົ່ງເສີມການເຮັດວຽກຢູ່ພາຍໃນປະເທດ ແລະ ອື່ນໆ. ປັດຈຸບັນ ມີຕຳແໜ່ງງານຫວ່າງທັງໝົດ 5.200 ຕຳແໜ່ງ, ຄາດວ່າຈະມີນັກຮຽນ-ນັກສຶກສາ, ຜູ້ຊອກວຽກເຮັດງານທຳ, ຜູ້ຕ້ອງການປ່ຽນວຽກໃໝ່ຫຼາຍກວ່າ 3.000 ຄົນ ແລະ ບັນດາມວນຊົນທົ່ວໄປເຂົ້າຮ່ວມງານໃນຄັ້ງນີ້ຫຼາຍກວ່າ 5.000 ຄົນ ແລະ ຄາດວ່າຜູ້ທີ່ຊອກວຽກເຮັດງານທຳຈະຖືກຄັດເລືອກບັນຈຸເຂົ້າໃນຕຳແໜ່ງຫວ່າງຂອງບັນດາຫົວໜ່ວຍແຮງງານ, ໂຄງການ ແະ ເຂດເສດຖະກິດພິເສດຈຳນວນ 1.500 ຄົນ.
ງານຕະຫຼາດນັດແຮງງານໃນປີນີ້ ແມ່ນມີກິດຈະກຳທີ່ຫຼາກຫຼາຍກວ່າປີຜ່ານມາ ເປັນຕົ້ນແມ່ນການຮັບສະໝັກງານ, ໃຫ້ໃຫ້ຂໍ້ມູນຂ່າວສານດ້ານແຮງງານ, ຂໍ້ມູນກ່ຽວກັບການຝຶກອົບຮົມວິຊາຊີບ ແລະ ແນະນຳສາຍການຮຽນ, ເຜີຍແຜ່ເວັບໄຊ້ບໍລິການຈັດຫາງານສາທາລະນະຊົນ, ໄຟຟ້າອາຄານ, ເສີມສວຍ ແລະ ອື່ນໆ. ເຊິ່ງມີອົງການຈັດຕັ້ງພາກລັດ, ເອກະຊົນ, ຫົວໜ່ວຍແຮງງານ, ໂຄການ, ເຂດເສດຖະກິດພິເສດ, ບໍລິສັດ ຈັດຫາງານ, ສະຖາບັນການສຶກສາ, ສູນຝຶກວິຊາຊີບ ແລະ ມີບັນດາຊາວຄ້າຂາຍເຂົ້າຮ່ວມທັງໝົດ 300 ບູດທ໌.
ເຂົ້າຮ່ວມໃນພິທີເປີດງານດັ່ງກ່າວໂດຍທ່ານ ສີຫຸນ ສິດທິລືໄຊ, ຮອງເຈົ້າຄອງນະຄອນຫຼວງວຽງຈັນ, ໃຫ້ກຽດເປັນປະທານກິດຕິມະສັກໂດຍທ່ານ ປອ. ຄຳແພງ ໄຊສົມແພງ, ລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ມີບັນດາເມືອງ, ພະແນກການອ້ອມຂ້າງ ແລະ ທ່ານ ສັງຄົມ ຈັນສຸກ ປະທານ ສະພາການຄ້າ ແລະ ອຸດສາຫະກຳ ນະຄອນຫຼວງວຽງຈັນ ກໍໄດ້ເຂົ້າຮ່ວມພ້ອມພາກສ່ວນທີ່ກ່ຽວຂ້ອງອື່ນໆ.
ທີ່ມາ: ສຄອນວ