ໂດຍ​ເປັນ​ຄັ້ງ​ທຳ​ອິດ​ຂອງ​ຜູ້​ເຂົ້າ​ຮ່ວມ​ເຝິກອົບຮົມ​ໃນ​ປະເທດ​ລາວ​ທີ່​ໄດ້​ໄປ​ເຝິກ ແລະ ເຮັດ​ວຽກ​ດ້ານ​ລະບົບ​ເຄືອ​ຂ່າຍ​ເຕັກ​ໂນ​ໂລ​ຊີ​ຂັ້ນ​ສູງ​ຢູ່​ບໍລິສັດ ICT ສ ເກົາຫຼີ ເຊິ່ງ​ຜູ້​ສຳເລັດ​ການ​ເຝິກອົບຮົມ​ຫຼັກສູດ Network System ຈາກ​ສູນ​ເຝິກອົບຮົມ​ໄອ​ຊີ​ທີ​ມິດຕະພາບ ລາວ-ສ ເກົາຫຼີ ປະກອບ​ມີ​ທ້າວ ຈັນທະ​ວີ ວື ທ້າວ ຊົງ​ຕີ ​ເເລະ ທ້າວ ສະຖາພອນ ສີ​ສຸ​ມັງ ເຊິ່ງ​ທັງ 3 ຄົນ​ຈະ​ໄດ້​ເຂົ້າ​ສັງກັດ ແລະ ເຝິກ​ວຽກ​ກັບ “ບໍລິສັດ ໄນ​ເນັດ” ຢູ່​ນະຄອນຫຼວງ​ເຊ​ອຸນ ນັບ​ແຕ່​ວັນ​ທີ 27 ກັນຍາ 2019 ເປັນຕົ້ນ​ໄປ ດ້ວຍ​ກຳນົດ​ເວລາ 4 ເດືອນ.

ນັກ​ສຶກ​ສາ​ລາວ​ທັງ 3 ຄົນ​ຈະ​ໄດ້​ເຂົ້າ​ຮ່ວມ​ເຝິກ​ວຽກ​​ເເລກ​ປ່ຽນ​ຂໍ້​ມູນ​ລົງ​ປະຕິບັດ​ຕົວ​ຈິງ ແລະ ພັດທະນາ software ​ເເລະNetwork System ຮ່ວມ​ກັບ​ບັນດາ​ຊ່ຽວຊານ​ທີ່​ມີ​ປະສົບ​ການ ປັດຈຸບັນ​ກຳລັງ​ດຳເນີນ​ການ​ສ້າງ IDC (Internet Data Center) ​ເເລະ ພັດທະນາ​ອິນ​ເຕີ​ເນັດ 5G ພາຍຫຼັງ​ສິ້ນ​ສຸດ​ການ​ເຝິກ​ວຽກ 4 ເດືອນ​ຈາກ ສ ເກົາຫຼີ ທັງ 3 ຄົນ​ຈະ​ໄດ້​ກັບ​ຄືນ​ປະເທດ ​ເເລະ ນຳ​ເອົາ​ປະສົບ​ການ​ທີ່​ເຝິກ ແລະ ຮຽນ​ມາ​ນຳ​ໃຊ້​ໃນ​ວຽກ​ໂຄງການ ​ເເລະ ອົງ​ກອນ​ທີ່​ກ່ຽວຂ້ອງ​ຂອງ​ຕົນ ນັບ​ແຕ່​ເດືອນ ກັນຍາ 2018 ເປັນຕົ້ນ​ມາ ບໍລິສັດ “DATACOM CO LTD” ​ເເລະ “KNIGHTNET CO., LTD” ຜູ້ນຳ​ທາງ​ດ້ານ​ໄອ​ທີ​ໃນ​ລາວ ແລະ ສ ເກົາຫຼີ ໄດ້​ຮ່ວມ​ມື​ກັນ​ສ້າງຕັ້ງ​ສູນ​ເຝິກອົບຮົມ​ໄອ​ຊີ​ທີ​ມິດຕະພາບ ລາວ-ສ ເກົາຫຼີ (Lao Korea Friendship ICT Training Center) ໂດຍ​ມີ​ເປົ້າ​ໝາຍ​ພັດທະນາ ແລະ ສົ່ງເສີມ​ຊ່ຽວຊານ​ທາງ​ດ້ານ​ໄອ​ຊີ​ທີ​ໃນ​ປະເທດ​ລາວ​ຕາມ​ຄວາມ​ຮຽກຮ້ອງ​ຕ້ອງການ​ຂອງ​ສັງຄົມ.

ສຳລັບ​ຫຼັກສູດ​ການ​ເຝິກອົບຮົມ ປະກອບ​ມີ: Network System App Programming Graphic design ພ້ອມ​ທັງ​ພາສາ​ເກົາຫຼີ ພື້ນຖານ​ຄອມ​ພີວ​ເຕີ ​ເເລະ MS Office “ສູນ​ເຝິກອົບຮົມ​ໄອ​ຊີ​ທີ​ມິດຕະພາບ​ລາວ- ສ ເກົາຫຼີ” ສອນ​ໂດຍ​ອາຈານ​ຈາກ ສ ເກົາຫຼີ ທີ່​ມີ​ປະສົບ​ການ​ຫຼາຍ​ກວ່າ 10 ປີ ຫຼັກສູດ​ຂອງ​ສູນ​ໄດ້​ຮັບ​ຄວາມ​ນິຍົມ​ຈາກ​ນັກ​ສຶກ​ສາ​ລາວ​ກໍ​ຍ້ອນ​ໄດ້​ຮຽນ​ທິດ​ສະ​ດີ ແລະ ພາກ​ປະຕິບັດ​ຕົວ​ຈິງ​ໄປ​ພ້ອມ​ກັນ ໂດຍ​ສະເພາະ​ນັກ​ສຶກ​ສາ​ທີ່​ສອບເສັງ​ທັງ​ວິຊາ​ສະເພາະ ແລະ ພາສາ​ເກົາຫຼີ​ຜ່ານ ຈະ​ໄດ້​ຮັບ​ໂອກາດ​ໃນ​ການ​ໄປ​ເຝິກ​ທັກ​ສະ​ແລະ​ເຮັດ​ວຽກ​ຕົວ​ຈິງ​ກັບ​ບໍລິສັດ​ໄອ​ທີ​ຢູ່ ສ ເກົາຫຼີ ຄື​ກັນ​ກັບ​ທ້າວ ຈັນທະ​ວີ ທ້າວ ຊົງ​ຕີ ​ເເລະ ທ້າວ ສະຖາພອນ ເຊິ່ງ​ຜູ້​ທີ່​ຜ່ານ​ການ​ເຝິກ ແລະ ເຮັດ​ວຽກ​ຈາກ ສ ເກົາຫຼີ ມາ​​ເເລ້ວ​ນັ້ນ​ຈະ​ສາມາດ​ເລີ່ມ​ເຮັດ​ວຽກ​ກັບ​ໜ່ວຍ​ງານ​ພາກ​ລັດ ແລະ ເອກະ​ຊົນ​ທີ່​ມີ​ຄວາມ​ຮຽກຮ້ອງ​ຕ້ອງການ​ດ້ານ​ເຕັກ​ໂນ​ໂລ​ຊີ ICT ແລະ ຈະ​ເປັນ​ໂອກາດ​ໃຫ້​ຜູ້ກ່ຽວ​ມີ​ບົດບາດ​ສຳຄັນ​ໃນ​ການ​ພັດທະນາ​ອຸດສາຫະກຳ ICT ໃນ​ອະນາຄົດ​ອີກ​ດ້ວຍ.

ສູນ​ເຝິກອົບຮົມ​ໄອ​ຊີ​ທີ​ມິດຕະພາບ ລາວ-​ສ​ເກົາຫຼີ ພ້ອມ​ທີ່​ຈະ​ເປີດ​ເທີມ​ໃໝ່​ຕື່ມ​ອີກ​ໃນ​ເດືອນ​ພະຈິກ 2019 ດັ່ງນັ້ນ ຈຶ່ງ​ແຈ້ງ​ມາ​ຍັງ​ຜູ້​ທີ່​ສົນໃຈ​ຢາກ​ເຂົ້າ​ມາ​ຮຽນ​ກ່ຽວ​ກັບ​ໄອ​ທີ​ຢູ່​ສູນ​ແຫ່ງ​ນີ້​ສາມາດ​ຕິດຕໍ່​ສອບ​ຖາມ​ໄດ້ ສະຖານ ທີ່​ຂອງ​ສູນ​ຕັ້ງ​ຢູ່​ອາຄານ​ວຽງ​ວັງ (ຊັ້ນ6) ບ້ານ​ດົງ​ປ່າ​ລານ​ທົ່ງ ເມືອງ​ໄຊ​ເສດ​ຖາ ນະຄອນຫຼວງ​ວຽງ​ຈັນ ໂທລະສັບ: 021 261826 ແລະ 020 55815409 ເຟ​​ສ​ບຸກ: lakfia2018 ແລະ ເວັບ​ໄຊທ໌: www.lakfia.com.

 

Leave a Reply

Your email address will not be published. Required fields are marked *