ໃນຕອນເຊົ້າ ຂອງວັນທີ 15 ຕຸລາ 2019 ທີ່ ສໍານັກງານນາຍົກລັດຖະມົນຕີ, ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ວ່າການລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ໄດ້ຕາງໜ້າໃຫ້ລັດຖະບານ ຮັບເງິນຊ່ວຍ ເຫຼືອຜູ້ປະສົບໄພນໍ້າຖ້ວມ ຈາກບໍລິສັດສະຕາ ໂທລະຄົມ (Unitel) ຈໍານວນ 1 ຕື້ກີບ, ຈາກບໍລິສັດ ໄຟຟ້າຫົງສາ ຈໍາກັດ ຈຳນວນ 1 ລ້ານບາດ, ໂດຍມີພະນັກງານທີ່ກ່ຽວຂ້ອງ ຂອງແຕ່ລະພາກສ່ວນ ເຂົ້າຮ່ວມ.​


ການມອບເງິນໃນຄັ້ງນີ້, ຕາງໜ້າບໍລິສັດສະຕາໂທລະຄົມ ກ່າວມອບໂດຍ ທ່ານ ພົນຈັດຕະວາ ອຸລະຫາ ທອງວັນທາ, ຮອງຜູ້ອໍານວຍການການເງິນບໍລິສັດສະຕາໂທລະຄົມ; ຕາງບໍລິສັດ ໄຟຟ້າຫົງສາ ຈໍາກັດ ກ່າວມອບໂດຍທ່ານ ສະພາຍຸດ ທູພູນ, ຜູ້ອໍານວຍການໃຫຍ່ ບໍລິສັດໄຟຟ້າຫົງສາ ຈໍາກັດ.

ໃນໂອກາດດັ່ງກ່າວ, ທ່ານ ສອນໄຊ ສີພັນດອນ ໄດ້ກ່າວຂອບໃຈ ແລະ ຊົມເຊີຍ ຕໍ່ສອງພາກສ່ວນດັ່ງກ່າວ ທີ່ໄດ້ນຳເອົາເງິນມາມອບ ເພື່ອນຳໄປຊ່ວຍເຫຼືອຜູ້ປະສົບໄພນໍ້າຖ້ວມ ຢູ່ທ້ອງຖິ່ນຕ່າງໆ ໃນປີນີ້, ຊຶ່ງຖືວ່າ ເປັນການປະກອບ ສ່ວນອັນສຳຄັນ ເຮັດໃຫ້ປະຊາຊົນຜູ້ປະສົບໄພນໍ້າຖ້ວມ ມີກຳລັງໃຈ, ໄດ້ຮັບການແກ້ໄຂບັນເທົາທຸກ ແລະ ປັບປຸງຊີວິດການເປັນຢູ່ຂອງເຂົາເຈົ້າ ໃຫ້ກັບຄືນສູ່ສະພາບປົກກະຕິໂດຍໄວ.

ຂ່າວ,​ພາບ: ກົມປະຊາສຳພັນ ຫສນຍ

Leave a Reply

Your email address will not be published. Required fields are marked *