ທີ່ສະຖາບັນໂພທິຄະຍາວິຊາໄລ, ຊົມລົມໂພທິຄະຍາ ແລະ ມູນນິທິວິຣະຜຸຊົງ ຣາຊະອານາຈັກໄທ ເປີດໂຄງການທຳມະຍາດຕາ 5 ແຜນດິນ ຕາມຮອຍພຣະອາຣິຍະສົງລຸ່ມແມ່ນໍ້າຂອງ ຄັ້ງທີ 2 ເຊິ່ງປະກອບມີ ສປປ ລາວ, ຣາຊະອານາຈັກໄທ, ກຳປູເຈຍ, ສສ ຫວຽດນາມ ແລະ ມຽນມາ ໃນວັນທີ 15 ຕຸລາ 2019 ຢູ່ທີ່ວັດພະທາດຜາເງົາ ອຳເພີສຽງແສນ ຈັງຫວັດຊຽງຣາຍ
ໂດຍມີ ທ່ານ ພົນເອກ ໄພໂຣດ ພານິດສະໄໝ ສະມາຊິກວຸທິສະພາ ແຫ່ງ ຣາຊະອານາຈັກໄທ ແລະ ພະສົງຈາກ 5 ປະເທດ 50 ອົງ,ຝ່າຍຄາລະວາດ 100 ກວ່າທ່ານເຂົ້າຮ່ວມ, ໃນນັ້ນຝ່າຍ ສປປ ລາວ ນຳໂດຍ ພະອາຈານໃຫຍ່ ມະຫາບຸນມາ ສິມມາພົມ ຮອງປະທານສູນກາງ ອົງການພຸດທະສາສະໜາສຳພັນ ແຫ່ງ ສ ປປລາວ ແລະ ທ່ານ ຈັນທະວົງ ແສນອາມາດມົນຕີ ຮອງປະທານສູນກາງແນວລາວສ້າງຊາດ ພ້ອມຄະນະ ເຊິ່ງໂຄງການດັ່ງກ່າວຈະດຳເນີນກິດຈະກຳໄປຈົນເຖິງວັນທີ 30 ຕຸລາ ນີ້.
ທ່ານ ຈັນທະວົງ ແສນອາມາດມົນຕີ ຮອງປະທານສູນກາງແນວລາວສ້າງຊາດ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນໃນພິທີບາງຕອນວ່າ: ສປປ ລາວ ມີຄວາມພາກພູມໃຈເປັນຢ່າງຍິງທີ່ຈະໄດ້ມີໂອກາດຕ້ອນຮັບຜູ້ແທນສົງ ແລະ ຄາລະວາດໃນໂຄງການດັ່ງກ່າວ ຢູ່ແຂວງອຸດົມໄຊ, ຫລວງພະບາງ ແລະ ນະຄອນຫລວງວຽງຈັນ ເປັນເວລາເກືອບ 1 ອາທິດ ເຊິ່ງນອກຈາກຈະມີພິທີຕ້ອນຮັບຢາງເປັນທາງການແລ້ວ ບັນດາທ່ານຜູ້ແທນຈະໄດ້ມີໂອກາດເຂົ້າຮ່ວມການເສວະນາ, ຟັງທຳມະເທສະໜາ, ປະຕິບັດກຳມະຖານ ແລະ ທ່ຽວຊົມສະຖານທີ່ສຳຄັນທາງພຸດທະສາສະໜາ ແລະ ວັດທະນາທຳ ຢູ່ໃນ 3 ແຂວງດັ່ງກ່າວ.
ໂຄງການທຳມະຍາດຕາ 5 ແຜນດິນ ຈັດຂຶ້ນເພື່ອສືບຕໍ່ສາຍພົວພັນລະຫວ່າງທຳມະທູດ 5 ປະເທດລຸ່ມແມ່ນໍ້າຂອງໃຫ້ແໜ້ນແຟ້ນ ໂດຍເອົາພຸດທະສາສະໜາເປັນການເຊື່ອມໂຍງ, ຊ່ວຍເຜີຍແຜ່, ອະນຸລັກ ແລະ ແລກປ່ຽນທາງດ້ານສິນລະປະ, ວັດທະນະທຳ ທາງພຸດທະສາສະໜາ ແລະ ໂຄສະນາດຶງດູດການທ່ອງທ່ຽວ ໃນ 5 ປະເທດລຸ່ມແມ່ນໍ້າຂອງ, ທັງເປັນການສືບຕໍ່ເຈດຕະນາຂອງພເອາຈານໃຫຍ່ ມະຫາຜ່ອງ ສຳມະເລີກ ອະດີດປະທານອົງການພຸດະສາສະໜາສຳພັນລາວ ວ່າຄວນຈັດງານທຳມະຍາດຕາຂຶ້ນ ໃຫ້ເປັນຮູບປະທຳ ເພື່ອໃຫ້ປະຊທຊົນຊາວພຸດດິນແດນລຸ່ມແມ່ນໍ້າຂອງ ໄດ້ຫັນເຖິງການຮ່ວມແຮງຮ່ວມໃຈກັນ ໃນການຮັກສາ ແລະ ເຜີຍແຜ່ພະພຸດທະສະໜາໃນປັດຈຸບັນກໍຄືຕໍ່ໜ້າຢູ່ໃນດິນແດນລຸ່ມແມ່ນໍ້າຂອງ.
ພາຍຫລັງສຳເລັດພິທີເປີດຢ່າງເປັນທາງການແລ້ວ, ຄະນະທຳມະຍາດຕາ 5 ແຜນດິນຈະໄດ້ສືບຕໍ່ຈັດກິດຈະກຳຕ່າງໆຢູ່ຕາມວັດ ແລະ ສະຖານທີ່ສຳຄັນທາງສາສະໜາຂອງແຕ່ລະປະເທດ ເປັນຕົ້ນ ແມ່ນໃສ່ບາດ, ປູກຕົ້ນພະສີມະຫາໂພ, ຢ້ຽມຊົມສະຖານທີ່ສຳຄັນທາງສາສະໜາ ແລະ ວັດທະນະທຳ, ສວດມົນ ແລະ ສະແດງທຳ, ປະຕິບັດກຳມະຖານ ແລະ ອື່ນໆ.
ທີ່ມາ: Media Laos, Vientiane capital