ປະຈຸບັນ ການປູກຜັກປອດສານເຄມີເປັນສິນຄ້າສົ່ງອອກໄປຂາຍຢູ່ປະເທດຍີ່ປຸ່ນ ຂອງທ່ານບຸນໂຮມ ຊົງປະດິດ ທີ່ເປັນຄົນເຊື້ອຊາດລາວ ທີ່ກັບຄືນມາດໍາລົງຊີວິດຢູ່ລາວ ໄດ້ຂະຫຍາຍຕົວຢ່າງຕໍ່ເນື່ອງ ແຕ່ລະປີສາມາດສ້າງລາຍຮັບເຂົ້າສູ່ຄອບຄົວໄດ້ຫລາຍສົມຄວນ ບ່ອນປູກຜັກຢູ່ບ້ານໂພນໄຮຄໍາ ເມືອງໄຊທານີ ນະຄອນຫລວງວຽງຈັນ.

ທ່ານບຸນໂຮມ ຊົງປະດິດ ເກີດຢູ່ເມືອງຫີນບູນ ແຂວງຄໍາມ່ວນ ອອກຈາກລາວໄປອາໄສຢູ່ນະຄອນຫລວງໂຕກຽວ ປະເທດຍີ່ປຸ່ນ ປີ1969 ໃຫ້ສໍາພາດວ່າ : ການປູກຜັກປອດສານເຄມີໄດ້ເລີ່ມເຮັດມາແຕ່ປີ 2004 ເມື່ອກ່ອນທ່ານເປັນພໍ່ຄ້າຄົນກາງ ຮັບຊື້ຜັກຈາກປະເທດໃກ້ຄຽງ ເພື່ອໄປຂາຍປະເທດຍີ່ປຸ່ນ ແລະໄດ້ມີໂອກາດພົບປະກັບການນໍາຂັ້ນສູງຂອງລາວ ຢູ່ສະຖານທູດລາວ ປະຈໍານະຄອນຫລວງໂຕກຽວ ປະເທດຍີ່ປຸ່ນ ໄດ້ຮັບຄໍາແນະນໍາທີ່ດີ ແລະຄວາມເອົາໃຈໃສ່ຈາກບັນດາການນໍາຂັ້ນສູງຂອງລາວໃຫ້ກັບມາດໍາເນີນທຸລະກິດ ກໍຄືການຜະລິດກະສິກໍາເປັນສິນຄ້າຢູ່ລາວ ແລະໄດ້ຮັບການຕ້ອນຮັບຈາກປະຊາຊົນເປັນຢ່າງດີ ເຊິ່ງເບື້ອງຕົນທ່ານບຸນໂຮມ ໄດ້ເລີ່ມປູກຫົວສິງໄຄ ແລະໄດ້ຂະຫຍາຍໄປປູກພືດຊະນິດຕ່າງໆ ເປັນຕົ້ນ: ຫົວຂ່າ, ກ້ວຍ, ໃບຂີ້ຫູດ, ຫອມເປ, ຜັກອີ່ເລີດ, ຫອມບົ່ວ, ໃບເຕີຍແລະໝາກຫຸ່ງ ໃນເນື້ອທີ 9 ເຮັກຕາ ເຫັນວ່າປະສົບຜົນສໍາເລັດເປັນຢ່າງດີ ປະຈຸບັນພືດຜັກຕ່າງໆໄດ້ສົ່ງອອກຂາຍທັງພາຍໃນແລະຕ່າງປະເທດ ໂດຍສະເພາະປະເທດຍີ່ປຸ່ນ ອາທິດໜຶ່ງສົ່ງ1ຄັ້ງ ໃນນັ້ນມີ ຫົວສີໄຄ 200 ກິໂລ, ຫົວຂ່າ 80 ກິໂລ, ຕອງກ້ວຍ 20ກິໂລ ແລະຫອມເປ 40ກິໂລ.

ທ່ານບຸນໂຮມ ຊົງປະດິດ ໃຫ້ຮູ້ຕື່ມວ່າ ພາຍໃຕ້ການຊີ້ນໍາ ນໍາພາຂອງພັກແລະລັດຖະບານ ປະຈຸບັນພື້ນຖານໂຄງລ່າງຕ່າງໆຂອງລາວ ເປັນຕົ້ນ: ຖະໜົນຫົນທາງ, ໂຮງຮຽນ, ໂຮງໝໍ, ໄດ້ຮັບການພັດທະນາຢ່າງຕໍ່ເນື່ອງ, ໄຟຟ້າ, ນໍ້າປະປາ ໄດ້ຊົມໃຊ້ຢ່າງສະດວກສະບາຍ ສໍາຄັນທີ່ສຸດປະເທດລາວສັງຄົມມີຄວາມສະຫງົບ ປອດໄພ , ຍຸດຕິທໍາແລະສີວິໄລ, ມີລັດຖະທໍາມະນູນແລະກົດໝາຍເພື່ອຮອງຮັບການດໍາເນີນທຸລະກິດດ້ານຕ່າງໆຢ່າງສອດຄ່ອງເໝາະສົມ ຖ້າສົມທຽບໃສ່ເມື່ອກ່ອນ.

ທ່ານບຸນໂຮມ ຊົງປະດິດ ໄດ້ຮຽກຮ້ອງໃຫ້ຄົນເຊື້ອຊາດລາວຢູ່ຕ່າງປະເທດ ກັບຄືນມາຢ້ຽມຢາມບ້ານເກີດເມືອງນອນຂອງຕົນ ເພາະປະເທດລາວໃນປະຈຸບັນ ມີຄວາມສະຫງົບປອດໄພ , ຈະເລີນຮຸ່ງເຮືອງຫລາຍ ຖ້າສົມທຽບໃສ່ເມື່ອກ່ອນ , ພ້ອມທັງເຊີນຊວນນັກທຸລະກິດຄົນເຊື້ອຊາດລາວທີ່ອາໄສຢູ່ຕ່າງປະເທດ ໃຫ້ກັບຄືນມາດໍາເນີນທຸລະກິດຢູ່ລາວໃຫ້ຫລາຍຂຶ້ນ ເຊິ່ງພັກແລະລັດຖະບານ ໄດ້ມີນະໂຍບາຍຮອງຮັບການດໍາເນີນທຸລະກິດຢ່າງເໝາະສົມ ເພື່ອພ້ອມກັນພັດທະນາເສດຖະກິດ-ສັງຄົມ ກໍຄືປະເທດຊາດໃຫ້ຈະເລີນກ້າວໜ້າຢ່າງບໍ່ຢຸດຢັ້ງ.

ຂ່າວ: ເດດອາລຸນ ແກ້ວວິໄລ

 

Leave a Reply

Your email address will not be published. Required fields are marked *