ວັນທີ 10 ຕຸລານີ້, ສະຫາຍ ພົນເອກ ຈັນສະໝອນ ຈັນຍາ ລາດ ກຳມະການກົມການເມືອງ ສູນກາງພັກ ລັດຖະມົນຕີກະ ຊວງປ້ອງກັນປະເທດໄດ້ລົງ ເຄື່ອນໄຫວຢ້ຽມຢາມ ແລະ ພົບ ປະການນຳແຂວງ, ກຳລັງປ້ອງ ຊາດ-ປ້ອງກັນຄວາມສະຫງົບ ແລະ ພະນັກງານປະຕິວັດອາວຸ ໂສແຂວງຜົ້ງສາລີ. ໂອກາດດັ່ງກ່າວກໍໄດ້ຮັບຟັງ ການລາຍງານຈາກ ສະຫາຍ ຄຳເຈນ ວົງໂພສີ ກຳມະການ ສູນກາງພັກ ເລຂາພັກແຂວງ ເຈົ້າແຂວງໆຜົ້ງສາລີ ປະທານ ປກຊ-ປກສ ຂັ້ນແຂວງກ່ຽວກັບ ການພັດທະນາທາງດ້ານເສດ ຖະກິດ-ສັງຄົມ, ແຜນງົບປະ ມານຂອງອົງການປົກຄອງ ແຂວງ, ໄລຍະຜ່ານມາໂດຍສັງ ເຂບເຫັນວ່າເສດຖະກິດຂອງ ແຂວງແມ່ນຂະຫຍາຍຕົວຢ່າງ ຕໍ່ເນື່ອງ, ໃນຂົງເຂດວັດທະນາ ທຳ-ທ່ອງທ່ຽວແມ່ນໄດ້ຮັບການ ພັດທະນາແຫຼ່ງທ່ອງທ່ຽວທາງ ທຳມະຊາດ ແລະ ອື່ນໆ, ວຽກ ງານການຄ້າ ແລະ ການລົງທຶນ ແມ່ນຢູ່ໃນທ່າອ່ຽງທີ່ດີ, ດ້ານສະ ຫັວດດີການສັງຄົມໄດ້ປະຕິບັດ ນະໂຍບາຍຖືກຕ້ອງເໜາະສົມ.

 

ດ້ານການພົວພັນຮ່ວມມືກັບຕ່າງ ປະເທດແມ່ນໄດ້ປະຕິບັດຕາມ ແນວທາງນະໂຍບາຍຂອງພັກ ໂດຍສະເພາະແມ່ນປະເທດເພື່ອນ ມິດຍຸດທະສາດ, ດ້ານກະສິກຳ ການຜະລິດແມ່ນໄດ້ຂະຫຍາຍ ຕົວຢ່າງຕໍ່ເນື່ອງ ແລະ ວຽກງານ ອື່ນໆທີ່ປິ່ນອ້ອມ, ໃນນີ້ຕໍ່ກັບຂົງ ເຂດວຽກງານປ້ອງກັນຊາດ- ປ້ອງກັນຄວາມສະຫງົບທົ່ວ ປວງຊົນຮອບດ້ານ, ກໍໄດ້ເອົາໃຈ ໃສສືກສາອົບຮົມວຽກງານການ ເມືອງ-ນຳພາເເນວຄິດເປັນຫຼັກ ເພື່ອເຮັດໃຫ້ພະນັກງານມີຄຸນ ທາດການເມືອງໜັກແໜ້ນ, ມີ ຄຸນສົມບັດສິນທຳປະຕິວັດ, ຫັນ ລົງກໍ່ສ້າງຮາກຖານການເມືອງ ພັດທະນາຊົນນະບົດຮອບດ້ານ ຕາມ 4 ເນື້ອໃນ 4 ຄາດໝາຍ, ຖື ເອົາວຽກງານ 3 ສ້າງເປັນສຳ ຄັນໃນການສ້າງເເຂວງເປັນຫົວ ໜ່ວຍຍຸດທະສາດ, ສ້າງເມືອງ ເປັນຫົວໜ່ວຍເຂັ້ມແຂງຮອບ ດ້ານ ແລະ ສ້າງບ້ານເປັນຫົວ ໜ່ວຍພັດທະນາ, ໄປຄວບຄູ່ກັບ ການເຕົ້າໂຮມບ້ານນ້ອຍໃຫ້ເປັນ ບ້ານໃຫຍ່ ແລະ ເຕົ້າໂຮມບ້ານ ໃຫຍ່ເປັນຕົວເມືອງນ້ອຍໃນຊົນ ນະບົດ. ໃນຕອນທ້າຍ ສະຫາຍ ພົນ ເອກ ຈັນສະໝອນ ຈັນຍາລາດ ກໍໄດ້ເນັ້ນໃຫ້ການນຳພັກແຂວງ ແລະ ຄະນະພັກ-ຄະນະບັນຊາ ໃນກຳລັງປ້ອງກັນຊາດ-ປ້ອງ ກັນຄວາມສະຫງົບແຂວງຜົ້ງສາລີ,

 

ຈົ່ງພ້ອມກັນເສີມຂະຫຍາຍ ທາດແທ້ມູນເຊື້ອວີລະຊົນຂອງ ກຳລັງປະກອບອາວຸດປະຊາຊົນ ລາວປະຕິວັດ ເພື່ອເປັນບົດ ຮຽນ ແລະ ບ່ອນອີງໃນການ ໝູນໃຊ້ເຂົ້າໃນໜ້າທີ່ການເມືອງ ຂອງຕົນ ແລະ ຢາກເຮັດໄດ້ຄື ແນວນັ້ນຄະນະພັກ-ຄະນະບັນ ຊາທຸກຂັ້ນຕ້ອງເພີ່ມທະວີວຽກ ງານສຶກສາອົບຮົມການເມືອງ ນຳພາແນວຄິດຢ່າງເປັນປົກກະ ຕິເພື່ອເຮັດໃຫ້ພະນັກງານມີຄຸນ ທາດການເມືອງໜັກແໜ້ນມີ ຄຸນສົມບັດສີນທຳປະຕິວັດ, ຖື ເອົາວຽກງານ ປກຊ- ປກສ ທົ່ວ ປວງຊົນຮອບດ້ານເປັນໜ້າທີ່ ຂອງໝົດທຸກຄົນ ແລະ ຍັງໄດ້ ຮຽກຮ້ອງໃຫ້ພະນັກງານຫຼັກ ແຫຼ່ງໃນແຕ່ລະຂັ້ນຕ້ອງເປັນ ເສນາທິການໃຫ້ຂັ້ນເທິງເພື່ອ ເຮັດໃຫ້ຂອບເຂດຄວາມຮັບຜິດ ຊອບຂອງຕົນມີຄວາມສະຫງົບ ປອດໄພ 100%, ເອົາໃຈໃສ່ໃນ ການເສີມຂະຫຍາຍທາດແທ້ມູນ ເຊື້ອປະຕິວັດຂອງກອງທັບເຮົາ ເພື່ອຜັນຂະຫຍາຍໃຫ້ຄົນລຸ້ນໜຸ່ມ ສືບທອດປ່ຽນແທນໃຫ້ເຂົ້າໃຈ ແຈ້ງຕໍ່ກັບຂົງເຂດວຽກງານ ປກຊ-ປກສ ທົ່ວປວງຊົນຮອບ ດ້ານ,

 

ຫັນເອົາພະນັກງານລົງກໍ່ ສ້າງຮາກຖານການເມືອງແບບ ມູນເຊື້ອ ແລະ ຊອກໃຫ້ເຫັນບັນ ຫາຂໍ້ຄົງຄ້າງອັດຕັນທວ່ງດືງຕໍ່ ກັບການພັດທະນາເສດຖະກິດ- ສັງຄົມ ແລະ ບັນດາກົມກອງ ຂອງຕົນແລ້ວຮີບຮ້ອນພ້ອມກັນ ແກ້ໄຂໃຫ້ທ່ວງທັນກັບເວລາ ໂດຍສະເພາະແມ່ນຢູ່ຕາມຊາຍ ແດນໃຫ້ມີຄວມສະຫງົບໂດຍພື້ນ ຖານ, ຕໍ່ຂົງເຂດນະໂຍບາຍກໍ ຕ້ອງປະຕິບັດໃຫ້ຖືກຕ້ອງເຖິງ ຖອງນີ້ແມ່ນກົດເກນວິທະວິສາດ ໃນເມື່ອຮອດອາຍຸກະສ່ຽນກໍ ຕ້ອງໄດ້ຮັບນະໂຍບາຍພັກຜ່ອນ ຮັບເບ້ຍບຳນານ, ໄປຄຽງຄູ່ກັບ ການສ້າງພະນັກງານສືບທອດ ປ່ຽນແທນຫັນເປັນໜຸ່ມແຕ່ບົນ ພື້ນຖານຕ້ອງມີ 3 ແກ, 5 ກາງ, 4 ໜຸ່ມ, ນີ້ແມ່ນຫຼັກການໃນການ ສ້າງພະນັກງານ 3 ລຸ້ນຂອງພັກ ເຮົາໃນໄລຍະໄໝ່, ເພື່ອກະກຽມ ກອງປະຊຸມໃຫຍ່ 3 ຂັ້ນຂອງ ພັກ, ໃຫ້ມີບັນຍາກາດຟົດຟື້ນ ກວ້າງຂວາງເປັນການກະຕຸກ ຊຸກຍູ້ວຽກງານດັ່ງກ່າວໃຫ້ມີ ຄວາມໜັກແໜ້ນເຂັ້ມແຂງກ້າວ ຂຶ້ນຢ່າງບໍ່ຢຸດຢັ້ງ. ໂອກາດດັ່ງ ກ່າວສະຫາຍລັດຖະມົນຕີກະ ຊວງປ້ອງກັນປະເທດຍັງ ໄດ້ມອບເງິນສົດຈຳນວນ 100.000.000 ກີບ, ໃຫ້ກອງ ບັນຊາການທະຫານແຂວງຜົ້ງ ສາລີ ແລະ ມອບໃຫ້ເມືອງສຳພັນ ຈຳນວນ 50.000.000 ກີບ ຕື່ມອີກ.

 

ໂດຍ: ວັນໄຊ ໄຊສະຫວັດ

Leave a Reply

Your email address will not be published. Required fields are marked *